ເຮືອນArts and Cultures

Arts and Cultures

ກະຊວງ ຖວທ​ ຄັດເລືອກ​ ເອື້ອຍຖີ ອ້າຍສົມປອງເຊື່ອມໂຍງການທ່ອງທ່ຽວວັດທະນະທຳ ໄທ-​​​​ ອາຊຽນໃນແຄມເປນ​ “Experiencing ASEAN POP Culture”

ກະຊວງຖະແຫຼງຂ່າວ​ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ (ຖວທ) ໄດ້ໃຫ້ກຽດເຂົ້າຮ່ວມສົ່ງ​ເສີມ​ກິດຈະກຳ​ ການເຮັດ​ Workshop​ ປະດິດ​ໜ້າກາກທີ່ເຮັດດ້ວຍວັດຖຸດິບຫາງ່າຍໃນທ້ອງຖິ່ນ ແລະ​ ຈັດການສະແດງໜ້າກາກ ທີ່​ ສານເຈົ້າພໍ່ພະຍາແກ້ວ ອຳເພີ ຊຽງຂອງ ຈັງຫວັດ​ ຊຽງລາຍ ເພື່ອຖ່າຍທອດເລື່ອງລາວຂອງຫຸ່ນກະບອກຈາກຮຸ່ນສູ່ຮຸ່ນ​ ຜ່ານຄະນະນັກສະແດງຫຸ່ນກະບອກຂອງ​ ປະເທດລາວ​

ປະຫວັດຄວາມເປັນມາ “ບຸນຫໍ່ເຂົ້າສະຫຼາກ” (ບຸນເດືອນສິບ) ເພື່ອອຸທິດບຸນກຸສົນໃຫ້ແກ່ວິນຍານຍາດພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ

ວັນບຸນຫໍ່ເຂົ້າສະຫຼາກ ໃນມື້ຂຶ້ນ 15 ຄໍ່າ ເດືອນ 10 ພສ 2562 ກົງກັບວັນທີ 13 ກັນຍາ 2019 ນີ້ເລີຍຢາກຈະນໍາສະເໜີບັນດາທ່ານໃຫ້ຮູ້ຈັກກັບ ຄວາມໝາຍ, ຄວາມສໍາຄັນ ແລະ ປະຫວັດຄວາມເປັນມາຂອງ...

ປະຫວັດ ແລະອະພິນິຫານ ພະສຸກ ພະເສີມ ພະໃສ ອະດີດພະຄູ່ບ້ານຄູ່ເມືອງ ແຫ່ງອານາຈັກລາວລ້ານຊ້າງ

ອາຣັມພະບົດ – ພຣະສຸກ ພຣະເສີມ ແລະພຣະໃສນັ້ນ ຕາມປະຫວັດທີ່ພໍສຶກສາໄດ້ນັ້ນ ແມ່ນເຮົາໄດ້ພົບຂໍ້ມູນທາງຝ່າຍໄທຍ໌ ເປັນສ່ວນຫຼາຍ, ສຳລັບຂໍ້ມູນທາງຝ່າຍລາວນັ້ນ ເຮົາຍັງບໍ່ທັນພົບເລີຍ ແຕ່ຢ່າງໃດກໍຕາມ ອິງຕາມຄວາມເປັນຈິງແລ້ວ ມັນກໍບໍ່ເປັນເຣື່ອງແປກຫຍັງເລີຍກ່ຽວກັບບັນຫານີ້ ເນື່ອງຈາກບ້ານເມືອງລາວຊາວລ້ານຊ້າງ ໄດ້ຖືກທັບມ້າງໂດຍຂ້າເສີກສັດຕູໝູ່ມານ ນອກປະເທດ ມັນກໍເປັນເລື່ອງຈິງຢູ່ເອງ ທີ່ຫຼັກຖານຕ່າງໆ...

ເຈົ້າເພັດຊະລາດ ຈອມຂະມັງເວດແຫ່ງລາຊະອານາຈັກລາວ

https://youtu.be/3i4xE6unpNs ເຈົ້າເພັດຊະລາດຮັກຊາດສຸດໃຈແຕ່ຄວາມຊື່ສັດຈົງຮັກພັກດີຕໍ່ເຈົ້າຊີວິດຫຼວງພະບາງເຮັດໃຫ້ເພິ່ນໄປບໍ່ເຖິງໄຊຊະນະສຸດຍອດ. ຄວາມຮັກຊາດ: ດ້ວຍນ້ຳໃຈຮັກຊາດຍິ່ງໃຫຍ່ດູດດື່ມ ເປັນຫ່ວງນຳປະຊາຊົນລາວ ນັບແຕ່ມີໂອກາດ ເຈົ້າເພັດຊະຣາດກໍໄດ້ທຸ່ມເທ ຈິດໃຈ ເຫື່ອແຮງສະຕິປັນຍາດຳເນີນການທຸກຢ່າງ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະເຕົ້າໂຮມແຜ່ນດິນທີ່ແຕກແຍກເປັນເອກະ ພາບ. ສອງສິ່ງນີ້ ເປັນຄວາມໃຝ່ຝັນສູງສຸດຂອງເພິ່ນແລະຂອງປະຊາຊົນລາວ. ເລີ່ມດ້ວຍຕໍ່ສູ້ໃຫ້ຝຣັ່ງປ່ຽນແປງລະບຽບຂ້າລາຊະການ ເພື່ອໃຫ້ຂ້າຊະການລາວກ້າວໜ້າແລະມີຄວາມຮັກຊາດບ້ານເມືອງ, ເອົາໃຈໃສ່ຟື້ນຟູ ພາສາ ສາສະໜາ ວັດທະນະທຳ, ຕໍ່ສູ້ຄັດຄ້ານການເອົາອານາຈັກຫຼວງພະບາງໄປເປັນເມືອງຂຶ້ນໂດຍກົງ(ຄືກັບວຽງຈັນ)ຂອງຝຣັ່ງ...

ຕະກຸນນາກຂອງ ເມືອງຊຽງດົງ ຊຽງທອງ (ຫຼວງພຣະບາງ)

ຈາກພົງສາວະດານຕ່າງໆເຮັດໃຫ້ແຈ່ມແຈ້ງວ່າ ຊົນລາວລາວມີຄວາມເຊື່ອໃນພະຍານາກຢ່າງແໜ້ນແຟ້ນ ຊື່ເມືອງທຸກໆເມືອງລ້ວນແຕ່ກ່ຽວພັນກັບພະຍານາກທັງນັ້ນ ບໍ່ພຽງແຕ່ການຕັ້ງຊື່ເມືອງໃຫ້ກ່ຽວຂ້ອງກັບພະຍາ ນາກ ແຕ່ຫາກຍັງປາກົດຕາມຄະຕິຄວາມເຊື່ອໃນການຫາລືກງາມ ຍາມດີໃນການຂຶ້ນຄອງແຜ່ນດິນຂອງບັນດາເຈົ້າຊີວິດອີກ ເຊັ່ນ : ຂຸນບູຣົມຣາຊາທິຣາຊ ເຈົ້ານະຄອນໜອງແສ ຜູ້ສ້າງເມືອງແຖນຈົນສຳເລັດ ຈຶ່ງຫາລຶກງາມຍາມດີຂຶ້ນຄອງເມືອງແຖນ ເຊິ່ງຫາໄດ້ວັນທີ່ລາຫູເຂົ້າສູ່ລາສີຕຸນ ສັດຄູ່ລາສີ ກໍ່ຄື ພະຍານາກ. ຄວາມສຳພັນລະຫວ່າງນາກກັບນະຄອນຕ່າງໆ...

ປະຫວັດພະທາດດຳ ຫຼື ທາດຄຳ ຮູພະຍານາກແຫ່ງອານາຈັກລາວລ້ານຊ້າງ

ທາດດໍາຕັ້ງຢູ່ໃຈກາງເມືອງວຽງຈັນ ຕາມຕໍານານທີ່ເລົ່າສືບທອດກັນມາ ສະໄໝກ່ອນພະທາດນີ້ເຄີຍເປັນທາງເຂົ້າອອກເມືອງບາດານຂອງພະຍານາກ 7 ຫົວ ທີ່ຊ່ວຍຄຸ້ມຄອງປົກປັກຮັກສາເມືອງວຽງຈັນໃຫ້ພົ້ນຈາກການໂຈມຕີຂອງສະຫຍາມ ແຕ່ລາຊະການທີ 1 ໄດ້ໃຫ້ທະຫານສ້າງທາດປິດທາງອອກພະຍານາກໄວ້ເຮັດໃຫ້ພະຍານາກອອກມາຊ່ວຍຊາວວຽງຈັນບໍ່ໄດ້ ສະຫຍາມຈຶ່ງມາຮຸກຮານລາວ ແລະນີ້ຄືພາບທາດດໍາໃນປັດຈຸບັນ ທາດດໍາ ເປັນສະຖານທີ່ຍັງທີບໍ່ທັນຄົ້ນພົບຄວາມເປັນມາທີ່ແນ່ນອນ ຮູ້ແຕ່ວ່າໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ 16 ແລະ ໃນເວລານັ້ນທາດນີ້ ເພິ່ນເອີ້ນວ່າ...

ປະຫວັດຄວາມເປັນມາ “ກົມມະລຽນ” ວັດສີສະເກດ ນະຄອນຫຼວງວຽງຈັນ

ກົມມະລຽນ ຫຼື ສາລາຈົງກົມ ວັດສີສະເກດ “ສະຕະສະຫັສສາຣາມ”ອ້ອມຮອບທັງ 4 ທິດ ແມ່ນວັດຖຸກໍ່ສ້າງທີ່ມີເຕັກນິກທາງດ້ານວິທະຍາສາດ ,ຫົວຄິດປະດິດສ້າງຂອງຄົນລາວເຮົາບູຮານ ເພື່ອຮັບໃຊ້ສັງຄົມຕາມຍຸກສະໄໝ ເຊິ່ງເປັນສິລະປະແບບໃໝ່ຂອງອານາຈັກລ້ານຊ້າງວຽງຈັນ ໃນຕົ້ນສະຕະວັດທີ XIX ກົມມະລຽນ ມີຄວາມຍາວເບື້ອງລະ 55 ແມັດ...