Tuesday, March 18, 2025

Tag: ການແບ່ງເວລາ

6 ວິທີຂອງການແບ່ງເວລາ ທີ່ຈະເຮັດໃຫ້ມີເວລາໃນການໃຊ້ຊີວິດຫຼາຍຂຶ້ນ

ການໃຊ້ເວລາ 24 ຊົ່ວໂມງ ໃນແຕ່ລະມື້ໃຫ້ເຕັມທີ່, ເຮັດໃຫ້ເກີດປະໂຫຍດທັງໜ້າທີ່ວຽກງານ ແລະ ຊີວິດສ່ວນຕົວ ຈຳເປັນຈະຕ້ອງຮູ້ຈັກບໍລິຫານເວລາ ໃຫ້ມີປະສິດທິພາບ ເຊິ່ງຄົນລຸ້ນໃໝ່ກຳລັງຢູ່ໃນຍຸກ ທີ່ໂລກໝຸນໄປກັບເທັກໂນໂລຍີ່ໃໝ່ໆ ແລະ ວຽກງານທີ່ຫຼາກຫຼາຍເຂົ້າມາ ໃຫ້ເຮັດຕະຫຼອດ ມື້ນີ້ເຮົາຈະພາມາຮູ້ຈັກກັບ 6 ວິທີແບ່ງເວລາ ທີ່ຈະເຮັດໃຫ້ມີເວລາໃຊ້ຊີວິດຫຼາຍຂຶ້ນ  ແລະ ເຮັດໃຫ້ການໃຊ້ຊີວິດງ່າຍຂຶ້ນມາຝາກກັນ.

ແບ່ງເວລາແນວໃດ ນັກສຶກສາທີ່ຮຽນ ແລະ ເຮັດວຽກຄວບຄູ່ກັນໄປນຳ.

ເວລາຂອງທຸກຄົນມີມື້ໜຶ່ງ 24 ຊົ່ວໂມງເທົ່າກັນ ແຕ່ຫຼາຍໆຄົນມັກຈະເວົ້າວ່າ ບໍ່ມີເວລາ ສາເຫດສ່ວນໜຶ່ງມາຈາກການບໍລິຫານເວລາ ຈຶ່ງເຮັດໃຫ້ຊີວິດວຸ້ນວາຍ, ເວລາເປັນສັບສິນທີ່ມີຄ່າ ແລະ ມີຄວາມສຳຄັນກັບທຸກຄົນ ເຖິງແມ່ນວ່າ ເຮົາຈະມີຫຼາຍສິ່ງຫຼາຍຢ່າງ ທີ່ບໍ່ຄືກັນເຊັ່ນ: ຮູບຮ່າງໜ້າຕາ, ຖານະທາງຄອບຄົວ, ສັງຄົມທີ່ຢູ່ອາໄສ ແຕ່ມີສິ່ງໜຶ່ງທີ່ທຸກຄົນມີເທົ່າກັນກໍຄືເວລາ ມື້ນີ້ເຮົາຈະພາມາເບິ່ງການແບ່ງເວລາແບບນ້ອງນັກສຶກສາກັນ.

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!