Sunday, March 23, 2025

6 ວິທີຂອງການແບ່ງເວລາ ທີ່ຈະເຮັດໃຫ້ມີເວລາໃນການໃຊ້ຊີວິດຫຼາຍຂຶ້ນ

ການໃຊ້ເວລາ 24 ຊົ່ວໂມງ ໃນແຕ່ລະມື້ໃຫ້ເຕັມທີ່, ເຮັດໃຫ້ເກີດປະໂຫຍດທັງໜ້າທີ່ວຽກງານ ແລະ ຊີວິດສ່ວນຕົວ ຈຳເປັນຈະຕ້ອງຮູ້ຈັກບໍລິຫານເວລາ ໃຫ້ມີປະສິດທິພາບ ເຊິ່ງຄົນລຸ້ນໃໝ່ກຳລັງຢູ່ໃນຍຸກ ທີ່ໂລກໝຸນໄປກັບເທັກໂນໂລຍີ່ໃໝ່ໆ ແລະ ວຽກງານທີ່ຫຼາກຫຼາຍເຂົ້າມາ ໃຫ້ເຮັດຕະຫຼອດ ມື້ນີ້ເຮົາຈະພາມາຮູ້ຈັກກັບ 6 ວິທີແບ່ງເວລາ ທີ່ຈະເຮັດໃຫ້ມີເວລາໃຊ້ຊີວິດຫຼາຍຂຶ້ນ  ແລະ ເຮັດໃຫ້ການໃຊ້ຊີວິດງ່າຍຂຶ້ນມາຝາກກັນ.

  • ຕື່ນນອນແຕ່ເຊົ້າ: ແນ່ນອນວ່າເມື່ອເຮົາຕື່ນນອນແຕ່ເຊົ້າ ເຮົາກໍຈະມີເວລາຫຼາຍກວ່າຄົນອື່ນ, ມີເວລາວາງແຜນຊີວິດຫຼາຍຂຶ້ນ ແຕ່ຈະຕື່ນເຊົ້າພຽງໃດ ກໍຂຶ້ນຢູ່ກັບການຈັດການຂອງແຕ່ລະຄົນ ແຕ່ຕ້ອງພິຈາລະນາໃຫ້ເໝາະສົມກັບການແບ່ງເວລາ ນອກຈາກນີ້ການຕື່ນເຊົ້າ ຍັງສາມາດເຮັດໃຫ້ເຮົາສາມາດຈັດການຊີວິດສ່ວນຕົວຢ່າງມີຄຸນນະພາບ ບໍ່ວ່າຈະເປັນການມີເວລາກິນອາຫານເຊົ້າ, ການເດີນທາງໄປເຮັດວຽກແບບສະບາຍສະບາຍ ຫຼືການອອກກຳລັງກາຍເປັນຕົ້ນ.
  • ຈັດຕາຕະລາງເວລາ: ໃນມື້ໜຶ່ງເຮົາຈະຕ້ອງເຮັດຫຍັງແດ່ ແລ້ວຂຽນກິດຈະກຳຕ່າງໆ ລົງໄປໃນແຕ່ລະຊ່ວງເວລາ ໂດຍຈັດວຽກທີ່ຕ້ອງໃຊ້ຄວາມຄິດສ້າງສັນໄວ້ໃນຊ່ວງເຊົ້າ ແລ້ວວາງວຽກອື່ນໄວ້ໃນຊ່ວງສວາຍ ກໍຈະຊ່ວຍໃຫ້ຈັດການເລື່ອງລາວຕ່າງໆໄດ້ງ່າຍຂຶ້ນ ອີກທັງຍັງເຮັດໃຫ້ເຮົາບໍ່ພາດທຸກວຽກງານສຳຄັນນຳອີກ.
  • ຮຽງລຳດັບຄວາມສຳຄັນ: ເມື່ອມີສິ່ງທີ່ຕ້ອງເຮັດຢູ່ແລ້ວ ສິ່ງທີ່ຕ້ອງເຮັດຕໍ່ໄປ ກໍຄືນຳສິ່ງເຫຼົ່ານັ້ນມາຈັດຮຽງຕາມຄວາມສຳຄັນ ຈາກຫຼາຍໄປຫານ້ອຍ ແລະ ມີວຽກໃດທີ່ຕ້ອງເຮັດຢ່າງຕໍ່ເນື່ອງແດ່  ເພື່ອເຮັດໃຫ້ຕົວເຮົາເອງຮູ້ວ່າແຕ່ລະວຽກ ຕ້ອງໃຊ້ເວລາຫຼາຍນ້ອຍພຽງໃດ ແລະ ຄວນແບ່ງເວລາແຕ່ລະວຽກແນວໃດ.
  • ແບ່ງເວລາເຮັດວຽກ ແລະ ເວລາສ່ວນຕົວ: ນີ້ຖືເປັນອີກສິ່ງໜຶ່ງ ທີ່ເຮັດໃຫ້ເຮົາສາມາດຈັດການທັງເລື່ອງວຽກ ແລະ ເລື່ອງສ່ວນຕົວໄດ້ດີຂຶ້ນ ໃນເວລາເຮັດວຽກກໍຄວນໃສ່ສະມາທິເຂົ້າກັບການເຮັດວຽກໃຫ້ເຕັມທີ່, ຕັດຄວາມຄິດເລື່ອງອື່ນອອກໄປໃຫ້ໝົດ ແລະ ຄວນລົມໂທລະສັບສ່ວນຕົວສະເພາະເລື່ອງທີ່ຈຳເປັນ ໃນທາງກັບກັນ ເມື່ອເວລາພັກກໍບໍ່ຄວນວຽກກັບມາ ຍົກເວັ້ນໃນກໍລະນີຈຳເປັນ ເພື່ອໃຊ້ເວລາໃນຄອບຄົວໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້.
  • ເຮັດວຽກທີ່ຍາກກ່ອນ: ຫຼາຍຄົນມັກຈະເຮັດວຽກງ່າຍໆໃຫ້ແລ້ວກ່ອນອັນດັບທຳອິດ ກ່ອນທີ່ຈະເຮັດວຽກຍາກ ເພາະວຽກງ່າຍມັກຈະໃຊ້ເວລານ້ອຍ ແລະ ບໍ່ຕ້ອງໃຊ້ຄວາມຄິດຫຼາຍ ແຕ່ໃນຄວາມເປັນຈິງແລ້ວ ຄວນຈະເຮັດວຽກຍາກໃຫ້ສຳເລັດກ່ອນ ເພາະຫຼັງຈາກວຽກນັ້ນຈົບລົງ ເຈົ້າກໍຈະຮູ້ສຶກຜ່ອນຄາຍ ສະບາຍໃຈ ເຮັດໃຫ້ມີແຮງເຮັດວຽກອື່ນຕໍ່ໄປໄດ້.
  • ຊອກເວລາພັກຜ່ອນນຳ: ການພັກຜ່ອນເປັນໜຶ່ງໃນເຄດລັບບໍລິຫານເວລາໃຫ້ມີປະສິດທິພາບ ເພາະການເຮັດວຽກເປັນເວລາຕິດຕໍ່ກັນຫຼາຍ ຈະເຮັດໃຫ້ສະໝອງ ແລະ ສາຍຕາ ເກີດອາການອ່ອນແຮງ ດັ່ງນັ້ນຄວນຊອກຫາເວລາໃຫ້ຮ່າງກາຍ ແລະ ສະໝອງໄດ້ພັກ ຫຼືວາງສາຍຕາຈາກໜ້າຈໍຄ່ອມພີວເຕີ ໃນບາງຄັ້ງປະມານ 5-10 ນາທີ ເພື່ອກະຕຸ້ນຄວາມຄິດ ແລະ ແຮງກາຍແຮງໃຈ ໃຫ້ຮູ້ສຶກສົດຊື່ນ ພ້ອມຮັບມືກັບວຽກໃໝ່ຢູ່ສະເໝີ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່