Tuesday, March 18, 2025

ພິທີມອບ-ຮັບ ອຸປະກອນການຮຽນ ຈາກ ບໍລິສັດ ລາວ ຊໍາຊຸງອີເລັກໂທຣນິກສ໌

ໃນຕອນບ່າຍຂອງວັນທີ 3 ກຸມພາ 2023, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບ ອຸປະກອນການຮຽນ ຈາກ ບໍລິສັດ ລາວ ຊໍາຊຸງອີເລັກໂທຣນິກສ໌ ໂດຍການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ລີ ຮຍອງ ກຶນ (LEE Hyung Geun), ຜູ້ອໍານວຍການຝ່າຍບໍລິຫານ, ບໍລິສັດ ຊໍາຊຸງອີເລັກໂທຣນິກສ໌ ປະຈໍາ ສປປ ລາວ ແລະ ກໍາປູເຈຍ ທີ່ມີສໍານັກງານສາຂາບໍລິສັດຕັ້ງຢູ່ກໍາປູເຈຍ, ພ້ອມດ້ວຍພະນັກງານ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ລີ ຮຍອງ ກຶນ ໄດ້ຕາງໜ້າໃຫ້ ບໍລິສັດ ລາວ ຊໍາຊຸງອີເລັກໂທຣນິກສ໌ ກ່າວມອບ ໂດຍໄດ້ໃຫ້ຮູ້ວ່າ ການມອບອຸປະກອນການຮຽນໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດພາຍໃຕ້ໂຄງການ Samsung Love & Care, ເຊິ່ງໂຄງການດັ່ງກ່າວເປັນໜຶ່ງໃນກິດຈະກໍາຂອງ ບໍລິສັດ ລາວ ຊໍາຊຸງອີເລັກໂທຣນິກສ໌, ໂດຍມີຈຸດປະສົງເພື່ອສົ່ງເສີມການສຶກສາ ໃຫ້ແກ່ໂຮງຮຽນທີ່ຂາດເຂີນອຸປະກອນການຮຽນ, ເພາະ ຊຳຊຸງ ເຊື່ອວ່າ ທັງໝົດນີ້ຈະເປັນສ່ວນໜຶ່ງໃນການສ້າງພື້ນຖານ ເພື່ອການພັດທະນາຢ່າງຍືນຍົງຕໍ່ໄປໃຫ້ກັບສັງຄົມ. ອຸປະກອນການຮຽນທີ່ນໍາມາມອບ ໃນຄັ້ງນີ້ ມີທັງໝົດຈໍານວນ 1.300 ຊຸດ, ລວມເປັນມູນຄ່າ 12.000 ໂດລາ ສະຫະລັດ, ເຊິ່ງໄດ້ມອບໃຫ້ ກະຊວງການຕ່າງປະເທດ ນໍາໄປມອບຕໍ່ໃຫ້ ນ້ອງໆນັກຮຽນຊັ້ນປະຖົມສຶກສາທີ່ຂາດເຂີນຢູ່ເຂດຮ່າງໄກສອກຫຼີກໃນແຂວງຕ່າງໆ ເປັນຕົ້ນແຂວງຫົວພັນ ແລະ ແຂວງອື່ນໆ ເພື່ອໃຫ້ນ້ອງໆນັກຮຽນມີຄຸນນະພາບການຮຽນທີ່ດີຂຶ້ນ.

ໃນໂອກາດດຽວກັນນີ້, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ຕາງໜ້າໃຫ້ ກະຊວງການຕ່າງປະເທດ ແລະ ນ້ອງໆນັກຮຽນ ຂຶ້ນກ່າວຮັບອຸປະກອນການຮຽນດັ່ງກ່າວ, ໂດຍໄດ້ສະແດງຄວາມຂອບໃຈຕໍ່ ບໍລິສັດ ຊໍາຊຸງອີເລັກໂທຣນິກສ໌ ປະຈໍາ ສປປ ລາວ ແລະ ກໍາປູເຈຍ ກໍຄື ບໍລິສັດ ລາວ ຊໍາຊຸງອີເລັກໂທຣນິກສ໌ ທີ່ໄດ້ຊຸກຍູ້ ແລະ ລະດົມຂົນຂວາຍ ເຄື່ອງຊ່ວຍເຫຼືອ ກໍຄືອຸປະກອນການຮຽນ ມາມອບໃຫ້ແກ່ກະຊວງການຕ່າງປະເທດ ເພື່ອນໍາໄປມອບໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ ຢູ່ແຂວງຫົວພັນ ແລະ ແຂວງອື່ນໆ ໃນຄັ້ງນີ້. ພ້ອມນີ້, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ກໍໄດ້ສະແດງຄວາມຊົມເຊີຍ ບໍລິສັດ ຊໍາຊຸງອີເລັກໂທຣນິກສ໌ ສໍາລັບການພັດທະນານະວັດຕະກໍາ ແລະ ເທັກໂນໂລຍີທີ່ກ້າວໜ້າ ທີ່ຖືກນໍາໃຊ້ຢ່າງກວ້າງຂວາງໃນທົ່ວໂລກ ລວມທັງ ສປປ ລາວ ແລະ ໄດ້ຕີລາຄາສູງ ຕໍ່ການລົງທຶນຂອງບໍລິສັດ ຢູ່ ສປປ ລາວ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຊຸມປີຜ່ານມາ ແລະ ຫວັງວ່າ ການລົງທຶນຂອງບໍລິສັດ ໃນ ສປປ ລາວ ຈະໄດ້ຮັບການຂະຫຍາຍຕົວ ແລະ ປະສົບຜົນສໍາເລັດຫຼາຍຂຶ້ນ ໃນຊຸມປີຕໍ່ໜ້າ, ພ້ອມທັງໄດ້ເຊີນຊວນໃຫ້ ບໍລິສັດ ເຂົ້າມາຕັ້ງໂຮງງານຜະລິດຊິ້ນສ່ວນຕ່າງໆ ທີ່ ສປປ ລາວ ມີວັດຖຸດິບ ແລະ ມີທ່າແຮງ ເພື່ອຊ່ວຍສົ່ງເສີມໃນການສ້າງວຽກເຮັດງານທໍາ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຍິ່ງໆຂຶ້ນ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.