Saturday, March 22, 2025

ເຮັດວຽກປະຈຳ ແລະ ວຽກເສີມ ຕ້ອງແບ່ງເວລາແນວໃດໃຫ້ໄດ້ທັງເງິນ ໃຫ້ໄດ້ທັງງານ.

ເລື່ອງເງິນທ້ອງຖືເປັນເລື່ອງສຳຄັນໃນການໃຊ້ຊີວິດ ຈະຊື້, ຈະກິນຫຍັງກໍຕ້ອງໃຊ້ເງິນ, ຫຼາຍໆຄົນເລີຍຮູ້ສຶກວ່າ ເງິນເດືອນທີ່ໄດ້ມາຈາກການເຮັດວຽກປະຈຳ ບໍ່ພຽງພໍຕໍ່ການໃຊ້ຊີວິດ ຫົນທາງໜຶ່ງທີ່ຈະຊ່ວຍໃຫ້ການເງິນໝຸນຕໍ່ໄປໄດ້ກໍຄືອາຊີບເສີມ ຫຼັງຈາເລີກວຽກ ຫຼື ວັນພັກ ເສົາ, ອາທິດ ເຊິ່ງອາຊີບດຽວຄົງຈະບໍ່ພໍອີກຕໍ່ໄປ ກັບການໃຊ້ຊີວິດໃນຍຸກເສດຖະກິດແບບນີ້ ແລະ ການເຮັດສອງອາຊີບພ້ອມກັນ ກໍຖືເປັນເລື່ອງຍາກທີ່ຈະເຮັດໄດ້ ບໍ່ວ່າຈະເປັນການແບ່ງເວລາ, ການຮັກສາສຸຂະພາບ, ມື້ນີ້ເຮົາມີໂອກາດໄດ້ສອບຖາມ ຜູ້ທີ່ເຮັດຫຼາຍກວ່າໜຶ່ງອາຊີບ ມາຝາກກັນວ່າເພີ່ມມີວິທີການຫາລາຍໄດ້ເສີມ ແລະ ແບ່ງເວລາແນວໃດ ເພື່ອບໍ່ໃຫ້ກະທົບກັບວຽກປະຈຳມາຝາກກັນ.

ນາງ ພຸດທະສອນ ສີຫາລາດ ຫຼື ໂຕບີ້ ເຮັດວຽກປະຈຳຢູ່ ASEAN contact center ແລະ ຂາຍອອນລາຍໄປນຳ ປັດຈຸບັນ ຢູ່ບ້ານໂນນຄໍ້ເໜືອ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ເວົ້າວ່າ: ທີ່ເຮັດຫຼາຍອາຊີບ ກໍຍ້ອນອີງໃສ່ເສດຖະກິດໃນປັດຈຸບັນ ຈຶ່ງຈຳເປັນຕ້ອງຫາລາຍໄດ້ເສີມ,  ເຊິ່ງວຽກປະຈຳກໍດີຢູ່ ແຕ່ກວ່າເຮົາຈະໄດ້ເງີນມາ ມັນຕ້ອງຖ້າຮອດ 30 – 31 ມື້ ເຊິ່ງຢູ່ໃນລະຫວ່ານັ້ນເຮົາຈະໃຊ້ແຕ່ສະເພາະເງິນເດືອນກໍບໍ່ກຸ້ມກິນ ເລີຍຕ້ອງໄດ້ເຮັດວຽກເສີມ.

ສຳລັບໂຕບີ້ແລ້ວ ຈະແບ່ງເວລາໃຫ້ກັບຕົນເອງ ຄື: ຊ່ວງເຊົ້າຈະເຮັດວຽກເຮືອນ, ອອກກຳລັງກາຍ ແລະ ແພັກເຄື່ອງ ເພື່ອກຽມຈັດສົ່ງໃຫ້ກັບລູກຄ້າ ເພາະເວລາເຮັດວຽກປະຈຳທຸກມື້ຈະເປັນ ເວລາ 12:00 ໂມງສວາຍ ຫາ 8:00 ໂມງແລງ, ຫຼັງຈາກເລີກວຽກກໍຈະແພັກເຄື່ອງທີ່ລູກຄ້າສັ່ງ ເພື່ອຈັດສົ່ງໃນມື້ອື່ນເຊົ້າ, ຈະເຮັດແບບນີ້ເປັນປະຈຳ ແລະ ສິ່ງທີ່ລືມບໍ່ໄດ້ໃນທຸກໆມື້ ກໍຄືການຮັກສາສຸຂະພາບຕົນເອງ ຫຼັງຈາກເຮັດວຽກແລ້ວໝົດ ກໍຈະບຳລຸງໜ້າ, ກິນອາຫານເສີມ ຫຼື ອາຫານທີ່ຊ່ວຍບຳລຸງຮ່າງກາຍ ເພື່ອຮັກສາສຸຂະພາບຂອງຕົນເອງ.

ນາງ ນ້ອຍ ອອນລາຍ ເຮັດວຽກຢູ່ບໍລິສັດ ແຫ່ງໜຶ່ງ ແລະ ຂາຍອອນລາຍ ເຊິ່ງປັດຈຸບັນຢູ່ບ້ານ ໂພນຕ້ອງສະຫວ່າງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ຜູ້ທີ່ເຮັດ 2 ອາຊີບໃນເວລາດຽວກັນ ເວົ້າວ່າ: ເຊິ່ງສ່ວນຕົວເປັນຄົນມັກໃນການຂາຍອອນລາຍຢູ່ແລ້ວ ເລີຍເປີດເພຈຂາຍອອນລາຍ ເພາະການຂາຍອອນລາຍ ເປັນວຽກທີ່ໃຊ້ເວລາວ່າງພຽງເລັກນ້ອຍກໍສາມາດເຮັດໄດ້ແລ້ວ, ໂດຍທີ່ມັນບໍ່ໄດ້ສົ່ງຜົນກະທົບຕໍ່ວຽກປະຈຳເຮົາເລີຍ ເຊິ່ງໃນປັດຈຸບັນນີ້ການເຮັດ 2 ອາຊີບ ກໍຍັງພໍແຕ່ກຸ້ມຢູ່ກຸ້ມກິນ ເພາະທຸກຢ່າງຂຶ້ນລາຄາ ຕາມອັດຕາແລັກປ່ຽນເງິນຕາຂອງຕ່າງປະເທດ ຈຶ່ງເຮັດໃຫ້ຕ້ອງຊອກຫາວຽກເຮັດເພີ່ມ ເພື່ອຄວາມຢູ່ລອດຂອງຕົວເຮົາເອງ.

ສຳລັບການແບ່ງເວລາ ກໍຈະໃຊ້ຊ່ວງເວລາວ່າງຈາກວຽກປະຈຳເຊັ່ນ: ເວລາກິນເຂົ້າ, ເວລາພັກຜ່ອນໂພຣຂາຍເຄື່ອງໄປນຳ ແລ້ວຄ່ອຍຕອບລູກຄ້າຕອນເລີກວຽກ ຫຼື ໄລຣສົດຂາຍຕອນຄ່ຳ ເພາະທຸກຄົນສ່ວນຫຼາຍຈະນິຍົມເບິ່ງໄລຣສົດກັນຕອນຄ່ຳຢູ່ແລ້ວ.

ຖ້າຖາມວ່າເອົາເວລາໃດໄປເບິ່ງແຍງໂຕເອງ ເລື່ອງນີ້ຖືເປັນເລື່ອງທີ່ສຳຄັນຫຼາຍ ນ້ອຍຈະໃຫ້ເວລາກັບການນອນເປັນຫຼັກ, ຈະກຳນົດເວລານອນແບບຕາຍໂຕເລີຍ ວ່າຈະນອນຈັກໂມງເພື່ອໃຫ້ຮ່າງກາຍພັກຜ່ອນຢ່າງພຽງພໍ ແລ້ວຕື່ນເຮັດວຽກຕໍ່ໃນມື້ໃໝ່ຢ່າງມີປະສິດທິພາບ, ຕົວຊ່ວຍອີກອັນໜຶ່ງ ກໍຄືກິນວິນຕາມິນ ເພື່ອບຳລຸງສຸຂະພາບຄອບຄູ່ໄປນຳ.

ສຳລັບໃຜທີ່ຕ້ອງການເຮັດຫຼາຍກວ່າໜຶ່ງອາຊີບຂຶ້ນໄປ ຄວນແບ່ງເວລາໃນການໃຊ້ຊີວິດຂອງຕົນເອງໃຫ້ເປັນລະບົບລະບຽບ ເພື່ອນຳເວລາສ່ວນທີ່ເລືອມາສ້າງລາຍໄດ້ເສີມໃຫ້ກັບຕົນເອງ, ການສ້າງລາຍໄດ້ເສີມ ກໍຈະຕ້ອງເປັນວຽກທີ່ເຮົາມັກ ແລະ ຖະນັດຈຶ່ງຈະສາມາດເຮັດມັນອອກມາດີໄດ້.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່