ອາຊີບດີເຈ ບໍ່ງ່າຍດັ່ງທີ່ຄິດ

“ດີເຈ” ເປັນອາຊີບໜຶ່ງທີ່ ສ້າງຄວາມມ່ວນຊື່ນໃຫ້ກັບຜູ້ຟັງ, ການທີ່ຈະເປັນດີເຈໄດ້ນັ້ນ ບໍ່ແມ່ນເລື່ອງງ່າຍເລີຍ, ເພາະຈະຕ້ອງໃຊ້ຄວາມອົດທົນສູງ ແລະ ສາມາດເອັນເຕີເທັນແຂກທີ່ເຂົ້າມາໃນຮ້ານໄດ້ ເຊິ່ງການເປັນດີເຈ ບໍ່ພຽງແຕ່ສາມາດເປີດເພງໄດ້ເທົ່ານັ້ນ ແຕ່ຍັງຕ້ອງມີຈັງຫວະ, ທຳນອງ ໃຫ້ເຂົ້າກັບທຸກເພງທີ່ລູກຄ້າຕ້ອງການໄດ້ອີກ ເພື່ອໃຫ້ຜູ້ທີ່ໄດ້ຟັງມີຄວາມສຸກ ແລະ ມ່ວນຊື່ນໄປກັບບົດເພງທີ່ເຮົາສົ່ງໃຫ້.

ນາງ ຈັນສຸກ ກອງມະນີ ຫຼື ເປັນທີ່ຮູ້ຈັກກັນດີໃນນາມ “ດີເຈນໍ້ານໍ້າ” ໄວ 26 ປີ, ເປັນໜຶ່ງໃນ ດີເຈ ຂອງລາວ ທີ່ໄດ້ຮັບຄວາມນິຍົມ ໃນການສ້າງຄວາມບັນເທີງດ້ວຍສຽງດົນຕີ ກ່າວວ່າ: ໂດຍສ່ວນຕົວແລ້ວ ນ້ຳເປັນຄົນມັກມ່ວນ, ມັກຟັງເພງ ແລະ ເຫັນດີເຈຕາມຮ້ານ ເບິ່ງແລ້ວດູດີ ຈຶ່ງເຮັດໃຫ້ນ້ຳຢາກເປັນດີເຈ, ໃນຄວາມຄິດຂອງນ້ຳແລ້ວ ການເປັນດີເຈ ຈະຕ້ອງສ້າງຄວາມມ່ວນຊື່ນໃຫ້ຄົນມ່ວນໄປກັບເຮົາ ເພາະດີເຈ ເປັນສ່ວນໜຶ່ງທີ່ສ້າງໃຫ້ບັນຍາກາດໃນຮ້ານໃຫ້ມີຄວາມມ່ວນຊື່ນ, ແຕ່ກໍມີຫຼາຍໆຄົນອາດຈະເວົ້າວ່າ ອາຊີບດີເຈ ເປັນອາຊີບກາງຄືນ, ແຕ່ສຳລັບຄົນທີ່ມັກຮັກໃນອາຊີບນີ້ແລ້ວ ມັນກໍເປັນອາຊີບທີ່ໜ້າພາກພູມໃຈ ທີ່ເຮັດໃຫ້ເຮົາຫາເງິນໄດ້ຈາກມັນ, ສາມາດສ້າງຄວາມມ່ວນຊື່ນໃຫ້ຜູ້ຟັງໄດ້ ແລະ ເຮັດໃຫ້ຫຼາຍໆຄົນຮູ້ຈັກເຮົາໃນນາມ ດີເຈນ້ຳນ້ຳ ຈົນມາຮອດປັດຈຸບັນ.

ສຳລັບຈຸດເລີ່ມຕົ້ນໃນການເປັນດີເຈຂອງນ້ຳ ແມ່ນ ໃນປີ 2020 ໄດ້ມີຄົນມອບໂອກາດໃຫ້ໄດ້ໄປຮຽນດີເຈ ເລີຍຕັດສິນໃຈຮຽນ, ຫຼັງຈາກທີ່ໄດ້ສຳພັດ ກັບການຮຽນເປັນດີເຈ ກໍຮູ້ສຶກວ່າມັນເປັນອີ່ຫຍັງທີ່ຍາກຫຼາຍ ຈົນຮູ້ສຶກຖອດໃຈວ່າຕົນເອງຄົງຈະເຮັດບໍ່ໄດ້, ແຕ່ຫຼັງຈາກທີ່ຮຽນມາໄດ້ 6 ເດືອນ ທາງຮ້ານເພິ່ນໃຫ້ລອງ stage ເທື່ອທຳອິດ ເຮັດໃຫ້ລູກຄ້າບໍ່ຄ່ອຍພໍໃຈ ແລະ ຕຳນິວ່າ: “ເປີດເພງບໍ່ໄດ້, ເປີດເພງບໍ່ມ່ວນ” ເຊິ່ງມັນໄດ້ເຮັດໃຫ້ເຮົາໝົດກຳລັງໃຈ ແລະ ຮູ້ສຶກທໍ້ໃຈໃນຕອນນັ້ນ.

ແຕ່ມາຮອດປີ 2020 ເຊິ່ງຖືວ່າເປັນຊ່ວງທີ່ ໂຄວິດ-19 ກຳລັງແຜ່ລະບາດ ເຮັດໃຫ້ຮ້ານກິນດື່ມຕ່າງໆ ປິດລົງຊົ່ວຄາວ ຈົນບໍ່ສາມາດໄປມາຫາສູ່ກັນໄດ້ ເຮັດໃຫ້ນ້ຳມີເວລາເຝິກຊ້ອມຫຼາຍກວ່າເກົ່າ ແລະ ເລີ່ມທີ່ຈະຈິງຈັງກັບການເປັນດີເຈຫຼາຍຂຶ້ນ ຈົນມາຮອດປີ 2021 ກໍຄິດວ່າ ອາຊີບນີ້ແຫຼະ ທີ່ຈະເຮັດໃຫ້ຫາເງິນໃຫ້ສເຮົາໄດ້ງ່າຍທີ່ສຸດ ຈຶ່ງຕັດສິນໃຈເປັນດີເຈ ຢ່າງເຕັມຕົວ.

ຖ້າຖາມວ່າການເປັນ ດີເຈ ເມື່ອຍບໍ່? ນໍ້າເວົ້າໄດ້ເລີຍວ່າເມື່ອຍແຮງ ເພາະເຮົາຈະຕ້ອງໄດ້ຄັດເພງ, ເຮັດວຽກບ້ານທຸກຄັ້ງກ່ອນທີ່ຈະອອກຮັບງານ ທີ່ສຳຄັນການເປັນດີເຈນັ້ນ ເຮົາຈະຕ້ອງຫຼິ້ນໄດ້ທຸກເພງທີ່ລູກຄ້າຂໍມາ ບໍ່ວ່າຈະເປັນ: EDM, SAIYYOR, VINAHOUSE …ແລະ ຈະຕ້ອງເປັນຄົນທີ່ມີຄວາມອົດທົນສູງ, ເອັນເຕີເທັນໄດ້ ບໍ່ວ່າລູກຄ້າຈະຮ້າຍ ຫຼື ມາໃນຮູບແບບໃດ ເຮົາກໍຕ້ອງຮັບມືໃຫ້ໄດ້.

ສຳລັບການເປັນ ດີເຈ ໃນຄວາມຄິດຂອງນ້ຳແລ້ວ ຈະຕ້ອງເບິ່ງແຍງສຸຂະພາບໃຫ້ດີ ເພາະເຮົາເຮັດວຽກຕອນກາງຄືນ ເຊິ່ງເປັນຊ່ວງເວລາທີ່ເຮົາຈະຕ້ອງພັກຜ່ອນ ແຕ່ນ້ຳກໍຈະຮັກສາສຸຂະພາບໂຕເອງ ໂດຍການໝັ່ນອອກກຳລັງກາຍເວລາວ່າງ, ກິນໝາກໄມ້ ແລະ ວິຕາມິນເສີມ.

ທ້າຍນີ້ ນ້ຳ ກໍຢາກຝາກເຖິງນ້ອງໆ ຫຼາຍຄົນທີ່ເຫັນນ້ຳເປັນຕົ້ນແບບ ຫຼື ໄອດໍ້ ຢາກເປັນດີເຈ ກໍຈະຕ້ອງມັກຮັກໃນສຽງເພງ, ດຸໝັ່ນອົດທົນ ແລະ ພ້ອມທີ່ຈະພັດທະນາຕົນເອງຢູ່ຕະຫຼອດ ພຽງເທົ່ານີ້ກໍຈະເຮັດໃຫ້ເຮົາເປັນ ດີເຈ ທີ່ມີຄວາມສາມາດໃນຕໍ່ໜ້າໄດ້.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: