Tag: ສາລະວັນ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ກອງບັນຊາການຕຳຫຼວດແຂວງກວາງບີ່ງ ໄດ້ນຳເອົາເຄື່ອງຊ່ວຍເຫຼືອອຸປະກອນການແພດ ແລະ ເງີນຈຳນວນໜຶ່ງ ມາມອບໃຫ້ກອງບັນນຊາການ ປກສ ແຂວງຄຳມ່ວນ ເພື່ອປະກອບສ່ວນຊ່ວຍເຫຼືອ ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນ ໂລກລະບາດໂຄວິດ-19

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະປະຊາຊົນ 3 ບ້ານຂອງເມືອງ ປາກລາຍ ຄື: ບ້ານ ປາກຄານ, ບ້ານ ນາຕຸງ ແລະ ບ້ານ ໃຫຍ່ພັດທະນາ ເມືອງປາ ຮັບຟັງການລາຍງານຫຍໍ້ກ່ຽວກັບການພັດທະນາເສດຖະກິດຂອງບ້ານ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ເຊິ່ງມອບການຂ່ວຍເຫຼືອໃຫ້ແຂວງເຊີນລາ, ແຂວງກວາງນິງ, ແຂວງດຽນບຽນ ແລະ ແຂວງທາຍບິງ ແຂວງລະ 50 ລ້ານກີບ, ສ່ວນແຂວງອຽນບາຍ ແມ່ນ 60 ລ້ານກີບ ລວມທັງໝົດ 260ລ້ານກີບ ກ່າວມອບໂດຍ ທ່ານ ຄໍາແພງ ຕັດສະຫວັດ ກໍາມະການພັກແຂວງ ຫົວໜ້າພະແນກການຕ່າງປະເທດແຂວງໄຊຍະບູລີ

ສາລະວັນ-ອຸບົນຣາຊະທານີ ແລກປ່ຽນບົດຮຽນການພົວພັນການຄ້າ ແລະການຮ່ວມມືດ້ານເສດຖະກິດ-ການຄ້າ

ທີ່ແຂວງສາລະວັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຈັ່ງຫວັດອຸບົນຮາຊະທານີ ລາຊະອານາ ຈັກໄທ ໄດ້ຈັດພິທີພົບປະແລກປ່ຽນບົດຮຽນວຽກງານການພົວພັນການຄ້າ ແລະການຮ່ວມມືດ້ານເສດຖະກິດການຄ້າ, ຢູ່ທີ່ຮ້ານອາຫານຕາດເລາະລັອດ ເມືອງສາລະວັນ. ຝ່າຍແຂວງສາລະວັນ ນໍາໂດຍ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນພະແນກການກ່ຽວຂ້ອງຂັ້ນແຂວງ,...

ປີນີ້! ສາລະວັນຈະສ້າງລາຍຮັບໄດ້ຈາກນັກທ່ອງທ່ຽວ 16,5 ລ້ານໂດລາ

ວຽກງານທ່ອງທ່ຽວກໍ່ເປັນອີກວຽກງານໜຶ່ງທີ່ສຳຄັນຊື່ງຍາມໃດພັກ-ລັດຖະບານ, ອຳນາດການປົກຄອງທຸກຂັ້ນ ກໍ່ໄດ້ຖືກວຽກງານດັ່ງກ້າວນີ້ເປັນບູລິມະສິດທີ່ສຳຄັນຍ້ອນວ່າ: ວຽກງານທ່ອງທ່ຽວແມ່ນຂະແໜງເສດຖະກິດທ່າແຮງທີ່ໄດ້ປ່ຽນອຸດສາຫະກຳສົ່ງອອກກັບທີ່ບໍ່ມີວັນບົກແຫ່ງເປັນຈັກເທື່ອ ແລະທັງເປັນການສ້າງວຽກເຮັດງານທຳ, ສ້າງລາຍຮັບແບບທະວີຄູນຕິດພັນກັບການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນຫຼຸດລົງເທື່ອລະກ້າວ, ແລະໃນປີ 2018 ທີຜ່ານມານີກໍ່ແມ່ນເປັນປີທ່ອງທ່ຽວລາວ ຊຶ່ງພາກສ່ວນທີ່ກ່ຽວຂ້ອງຕ່າງໆກໍ່ໄດ້ເອົາໃຈໃສ່ສຸມທຸກເຮື່ອແຮງສືບຕໍ່ພັດທະນາແຫ່ງທ່ອງທ່ຽວຂອງແຂວງທີ່ມີແລ້ວໂດຍສະເພາະກໍ່ແມ່ນແຫ່ງທ່ອງທ່ຽວພູຜາສຸກ, ປັບປຸງຕາດເລາະ, ຕາດຮັງ, ແກ້ງກຸ-ປາກເສັດ, ສີພັນຂຸມບ້ານທ່າ, ຮອຍພະບາດນາດູ່ ແລະອື່ນໆ, ພ້ອມທັງສ້ອມແປງບູລະນະເສັນທາງເຊື່ອມຕໍ່ໄປສູ້ແຫຼ່ງທ່ອງທ່ຽວຕ່າງໆໃຫ້ມີຄວາມສະດວກສະບາຍແກ່ຜູ້ທີ່ເຂົ້າມາທ່ຽວມາຊົມຄວາມງາມຂອງທຳມະຊາດພາຍໃນແຂວງສາລະວັນ. ນອກຈາກນັ້ນ...