ສາລະວັນ-ອຸບົນຣາຊະທານີ ແລກປ່ຽນບົດຮຽນການພົວພັນການຄ້າ ແລະການຮ່ວມມືດ້ານເສດຖະກິດ-ການຄ້າ

ທີ່ແຂວງສາລະວັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຈັ່ງຫວັດອຸບົນຮາຊະທານີ ລາຊະອານາ ຈັກໄທ ໄດ້ຈັດພິທີພົບປະແລກປ່ຽນບົດຮຽນວຽກງານການພົວພັນການຄ້າ ແລະການຮ່ວມມືດ້ານເສດຖະກິດການຄ້າ, ຢູ່ທີ່ຮ້ານອາຫານຕາດເລາະລັອດ ເມືອງສາລະວັນ.

ຝ່າຍແຂວງສາລະວັນ ນໍາໂດຍ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນພະແນກການກ່ຽວຂ້ອງຂັ້ນແຂວງ, ປະທານສະພາອຸດສາຫະກຳການຄ້າ ແລະ ພາກສວ່ນທຸລະກິດພາຍໃນແຂວງເຂົ້າຮ່ວມ, ຝ່າຍຈັ່ງຫວັດອຸບົນຣາຊະທານີ ລາຊະອານາຈັກໄທ ໂດຍ ທ່ານ ສະຫຣິດ ວິທູນ ຜູ້ວ່າຣາຊະການຈັງຫັວດອຸບົນຣາຊະທານີ, ຮອງຜູ້ວ່າຣາຊະການ, ປະທານອຸດສາຫະກຳການຄ້າ ແລະຫົວໜ່ວຍປະກອບການດ້ານທຸລະກິດເຂົ້າຮ່ວມ.

ໃນໂອກາດການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ທັງສອງຝ່າຍໄດ້ພ້ອມກັນປຶກສາຫາລືວຽກງານການຄ້າ, ການລົງທຶນ ແລະການທ່ອງທ່ຽວຂອງສອງແຂວງ ລະຫວ່າງແຂວງສາລະວັນ ແລະຈັງຫວັດອຸບົນຣາຊະທານີ ກ່ຽວກັບນະໂຍບາຍການລົງທຶນໃນກິດຈະການຕ່າງໆ

ແຫຼ່ງຂໍ້ມູນ: ພາບ-ຂ່າວ:ທິດລານີ, Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...