Sunday, November 16, 2025
Kbank Laos โอน รับ จ่าย

ຊົມເຊີຍ! ເມືອງງອຍ ປະກາດເປັນເມືອງ ຈົບຊັ້ນມັດທະຍົມຕົ້ນບໍາລຸງ

ພິທີປະກາດຮັບຮອງເມືອງງອຍ ແຂວງຫຼວງພະບາງ ເປັນເມືອງຈົບຊັ້ນມັດທະຍົມຕົ້ນບໍາລຸງໄດ້ຈັດຂື້ນໃນວັນທີ 5 ກໍລະກົດ 2019 ທີ່ສະໂມສອນຂອງເມືອງ ໂດຍມີທ່ານ ຮອງສາດສະດາຈາານ ປະລິນຍາເອກ ຄໍາຜາຍ ສີສະຫັວນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ,ຫົວໜ້າ ພະແນກສຶກສາທິການແລະກິລາແຂວງ,ຕາງໜ້າຈາກບັນດາແຂວງ,ເມືອງ,ເຈົ້າເມືອງ-ຮອງເຈົ້າເມືອງອ້ອມຂ້າງ,ອໍານວຍການໂຮງຮຽນຕ່າງໆອ້ອມຂ້າງແຂວງ,ໂຮງຮຽນຕ່າງໆໃນທົ່ວເມືອງງອຍ ພ້ອມດ້ວຍພະ ນັກງານ,ຄູ-ອາຈານ ຕະຫຼອດຮອດເຖົ້າແກ່ອາວຸໂສບໍານານ ແລະ ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ເລີ້ມຕົ້ນດ້ວຍການນໍາເມືອງເຂົ້າວາງກະຕ່າດອກໄມ້ ຢູ່ ອານຸສາວະລີ ປະທານໄກສອນພົມວິຫານ ຜູ້ນໍາທີ່ເຄົາລົບຮັກຂອງປະຊາຊົນລາວ,ຈາກນັ້ນຢູ່ເດີ່ນສະໂມສອນຂອງເມືອງໄດ້ມີການສະແດງສິລະປະ-ວັນນະຄະດີ ຂອງນັກ ຮຽນ 4 ລາຍການເຊັ່ນ: ຂັບລໍາທ້ອງຖິ່ນຮ້ອງ ແລະ ຟ້ອນໝູ່ ຈາກໂຮງຮຽນ ມສ ເມືອງງອຍ ດ້ວຍບັນຍາກາດມ່ວນຊື່ນ.

ຈາກນັ້ນທີ່ຫໍປະຊຸມຂອງເມືອງ ກໍໄດ້ມີພິທີປະກາດເມືອງງອຍເປັນເມືອງຈົບຊັ້ນມັດທະຍົມຕົ້ນບໍາລຸງແຫ່ງທີ 134 ຂອງ ສປປ ລາວຢ່າງເປັນທາງການ.

ທ່ານ ລັດຕະນະໄຊ ຄໍາສີດາ ເຈົ້າເມືອງງອຍ ໄດ້ກ່າວວ່າ: ການລົບລ້າງຄວາມບໍຮູ້ໜັງສື ແລະ ບໍາລຸງ-ຍົກລະດັບການສຶກສາຊັ້ນປະຖົມ ແລະ ມັດທະຍົມຕົ້ນໃຫ້ແກ່ປະຊາຊົນບັນດາເຜົ່າ ແມ່ນມີເປົ້າໝາຍ ເພື່ອສ້າງຄົນໃຫ້ມີຄວາມຮູ້,ຄວາມສາມາດ ນອກຈາກຈະເປັນໄປຕາມເນື້ອໃນຈິດໃຈ 4 ບຸກທະລຸຂອງມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກແລ້ວ,ຍັງແມ່ນໜຶ່ງໃນ 9 ເປົ້າໝາຍສະຫັດສະຫວັດດ້ານການພັດທະນາ.

ໃນປະຈຸບັນອັດຕາເຂົ້າຮຽນລວມຊັ້ນປະຖົມທົ່ວເມືອງກວມ 100,29%,ຊັ້ນມັດທະຍົມຕົ້ນ66,90% ແລະ ມັດ ທະຍົມປາຍ 35,60%, ທຽບໃສ່ຄາດໝາຍປີ 2015 ສາມາດບັນລຸໄດ້ຢ່າງມີປະສິດທິພາບ.ຜ່ານຈາກການຮຽນໜັງສືຂອງປະຊາຊົນບັນດາເຜົ່າ ທີ່ເຜີ່ມຂື້ນນັ້ນ ໄດ້ເຮັດໃຫ້ຫຼາຍຄົນ,ຫຼາຍຄອບຄົວ ແລະ ຫຼາຍບ້ານສາມາດພົ້ນອອກຈາກຄວາມທຸກຍາກ,ສາມາດສ້າງຄອບຄົວ ແລະ ບ້ານ ໄດ້ເປັນບ້ານ ແລະ ຄອບຄົວພັດທະນາ,ເຊິ່ງເປັນການປະກອບສ່ວນອັນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງໃຫ້ດີຂື້ນເປັນກ້າວໆ.

ວາລະພິທີທ່ານ ກິ່ງແກ້ວ ບຸບຜາປັນຍາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ກໍໄດ້ກ່າວລາຍງານຜົນການຈັດຕັ້ງປະຕິບັດການຮຽນ-ການສອນຊັ້ນມັດທະຍົມຕົ້ນບໍາລຸງ ໃຫ້ແກ່ປະຊາຊົນ ໃນກຸ່ມເປົ້າໝາຍທົ່ວເມືອງງອຍແຕ່ປີ 2012-2017 ມີຜູ້ຈົບຊັ້ນມັດທະຍົມຕົ້ນ ບໍາລຸງທັງໝົດ 1.452 ຄົນ,ຍິງ 595 ຄົນ,ເທົ່າກັບ 96,80%, ສະເພາະຂັ້ນກຸ່ມມີນັກຮຽນໃນເປົ້າໝາຍສອບເສັງຈົບຊັ້ນມັດທະຍົມຕົ້ນບໍາລຸງທັງໝົດ 1.395 ຄົນ,ຍິງ 548 ຄົນ, ເທົ່າ 96,74% ໂດຍຜ່ານການລົງປະເມີນຂອງພະແນກສຶກສາທິການ ແລະ ກິລາແຂວງ ແລະ ໃນສົກ 2018-2019 ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ມາປະເມີນຮອບທີ I ໂດຍໄດ້ສຸ່ມເອົາ 32 ບ້ານ,ເພື່ອຮຽນຈົບຫຼັກສູດບໍາລຸງ 1.452 ຄົນ,ຍິງ 596 ຄົນ,ໃນນີ້ມີໜ້າເຂົ້າປະເມີນຕົວຈິງ 781 ຄົນ,ຍິງ 306 ຄົນ,ເທົ່າກັບ 98,23%.ຄຽງຄູ່ກັນນັ້ນຫ້ອງການສຶກສາທິການ ແລະ ກິລາເມືອງ ກໍໄດ້ສົມທົບກັບພະແນກສຶກສາທິການ ແລະ ກິລາແຂວງ ແລະ ສູນສຶກສານອກໂຮງຮຽນພາກເໜືອ ເພື່ອຈັດຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ແກ່ປະຊາຊົນ ເປັນຕົ້ນແມ່ນການປຸງແຕ່ງອາຫານ ແລະ ເຄ່ື່ອງດຶ່ມຕື່ມອີກ.

ພິທີດັ່ງກ່າວຍັງມີຕາງໜ້າອົງການປົກຄອງບ້ານ,ຄູອາສາສະໝັກ ແລະ ປະຊາຊົນທີ່ໄດ້ຮັບການຮຽນບໍາລຸງຈົບຊັ້ນມັດທະຍົມຕົ້ນ ຂື້ນປະກອບຄວາມຄິດເຫັນຕໍ່ພິທີ ພ້ອມທັງມອບໃບຍ້ອງຍໍຊົມເຊີຍ ຜູ້ທີ່ມີຜົນງານດີເດັ່ນຕໍ່ ໃນການຈັດຕັ້ງປະຕິບັດວຽກງານຜ່ານມາ.

ເພື່ອໃຫ້ພິທີປະກາດເມືອງງອຍເປັນເມືອງຈົບຊັ້ນມັດທະຍົມຕົ້ນບໍາລຸງ ຢ່າງສົມກຽດນັ້ນທ່ານ ຮອງສາດສະດາຈາານ ປະລິນຍາເອກ ຄໍາຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ຂື້ນມອບໃບຢັ້ງຢືນເມືອງຈົບຊັ້ນມັດທະຍົມຕົ້ນບໍາລຸງ ໂດຍແມ່ນທ່ານ ລັດຕະນະໄຊ ຄໍາສີດາ ເຈົ້າເມືອງງອຍ ເປັນກຽດຂື້ນຮັບ.ຈາກນັ້ນທ່ານ ຮອງສາດສະດາຈາານ ປະລິນຍາເອກ ຄໍາຜາຍ ສີສະຫວັນ ກໍໄດ້ໃຫ້ກຽດລັ່ນຄອງເກົ້າບາດ ເພື່ອເປັນສິລິມຸງຄຸນ ແລະ ພ້ອມດ້ວຍທ່ານ ວົງສະຫວັນ ເທບພະຈັນ ຮ່ວມກັນເປີດປ້າຍປະກາດເມືອງງອຍເປັນເມືອງຈົບຊັ້ນມັດທະຍົມຕົ້ນບໍາລຸງຢ່າງເປັນທາງການ ທ່າມກາງສຽງຕົບມືຜູ້ເຂົ້າຮ່ວມຢ່າງຫຼວງຫຼາຍ.ຈາກນັ້ນກໍໄດ້ມີກິດຈະກໍາການມ່ວນຊື່ນ ເພື່ອເປັນການສະເຫຼີມສະຫຼອງຕື່ມອີກ.

ແຫຼ່ງຂໍ້ມູນ: ເພັດສາຄອນ ສິມມະວົງ, Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.