ຂໍຂອບໃຈນຳຜູ້ສະໜັບສະໜູນ

ການຈັດ​ຕັ້ງ​ປະຕິບັດໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟລາ​ວ-ຈີນ ມາຮອດປັດຈຸບັນ ການ​ກໍ່ ສ້າງພື້ນຖານ​ໂຄງ​ລ່າງ​ ປະຕິບັດສໍາ​ເລັດ​ແລ້ວ 72,8%.ທ່ານ ລັດຕະນະມະນີ ຄູ​ນນີວົງ ຮອງ​ລັດຖະມົນຕີ​ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ຫົວໜ້າ​ ຄະນະ​ຄຸ້ມ​ຄອງ​​ ໂຄ​ງການ​ ກໍ່ສ້າງ​ທາງ​ລົດ​ໄຟ ລາ​ວ-ຈີນ ​ໄດ້​ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 5 ກໍລະກົດ 2019 ນີ້​ວ່າ:

ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ ລາ​ວ-ຈີນ ​ໄດ້​ລົງມື​ກໍ່ສ້າງ​ ທັງ​ໝົດ 975 ຈຸ​ດກໍ່ສ້າງ, ​ໃນ​ນັ້ນ ຊີ​ເຈາະ​ອຸມົງ​ທັງ​ໝົດ 74 ອຸມົງ, ລວມ 229 ຈຸດ​ກໍ່ສ້າງ, ສາມາດ​ ຊີ​ເຈາະ​ໄດ້​ທັງ​ໝົດ 168.799 ​ແມັດ, ​ເລີ່​ມລົງມື​ກໍ່ສ້າງ​ຂົວ​ 156 ​ແຫ່ງ, ​ໃນ​ນັ້ນ​ສ້າງ​ຂົວ​ສຳ​ເລັດ 1.708 ​ເສົາ, ຊີ​ເຈາະ​ເຂັມ​ເສົາ​ຂົວໄດ້​ ລວມຄວາມ​ຍາວ 237.056 ​ແມັດ, ສໍາ​ເລັດ​ການວາງ​ຂາງ​ຂົວ 312 ຊ່ວງ​ເສົາ.

ພ້ອມ​​ນັ້ນ, ຍັງ​ໄດ້​ສ້າງ​ເສັ້ນທາງ ​ເພື່ອ​ເຂົ້າ​ຫາ​ສະຖານ​ທີ່​ກໍ່ສ້າງ ​922 ກິ​ໂລ​ແມັດ, ຂົວ 4.142 ​ແມັດ, ຕິດ​ຕັ້ງ​ສາຍ​ສົ່ງ​ໄຟຟ້າ​860 ກິ​​ໂລ​ແມັດ, ຕິດ​ຕັ້ງໝໍ້​ແປງ​ໄດ້  261 ໜ່ວຍ ​ແລະ ສ້າງ​ລະບົບ​ນ້ຳ​ປະປາ​ໄດ້ 128 ກິ​ໂລ​ແມັດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສຳລັບການ​ມອບ​ພື້ນ​ທີ່​ເພື່ອ​ກໍ່ສ້າງ ​ແຂວງ​ຫລວງ​ນ້ຳ​ທາ ມາ​ຮອດ​ປັດຈຸບັນ ສາມາດ​ມອບ​ພື້ນ​ທີ່​ໃຫ້​ຜູ້​ຮັບ​ເໝົາ ​ໄດ້​ນຳ​ເນີນ​ການ​ກໍ່ສ້າງ​ແລ້ວ 16,6 ກິ​ໂລ​ແມັດ, ​ເທົ່າ​ກັບ 98,2% ຂອງ​ຄວາມ​ຍາວ​ທັງ​ໝົດ 16,9 ກິ​ໂລ​ແມັດ, ​ແຂ​ວງອຸດົມ​ໄຊ ສາມາດ​ມອບ​ພື້ນ​ທີ່​ໃຫ້​ຜູ້​ຮັບ​ເໝົາ ລວ​ມທັງ​ໝົດ 125,77 ກິ​ໂລ​ແມັດ, ​ເທົ່າ​ກັບ 99,36% ຂອງ​ຄວາມ​ຍາວ​ທັງ​ໝົດ 126,6 ກິ​ໂລ​ແມັດ.

ແຂວງ​ຫລວງ​ພະ​ບາງ ສາມາດ​ມອບ​ພື້ນ​ທີ່​ໃຫ້​ຜູ້​ຮັບ​ເໝົາ ລວມທັງ​ໝົດ 76,94 ກິ​ໂລ​ແມັດ, ​ເທົ່າ​ກັບ 96,18% ຂອງ​ຄວາມ​ຍາວ​ທັງ​ໝົດ 80 ກິ​ໂລ​ແມັດ, ​ແຂວງ​ວຽງ​ຈັນ ສາມາດ​ມອບ​ພື້ນ​ທີ່​ໃຫ້​ຜູ້​ຮັບ​ເໝົາ ລວມທັງ​ໝົດ 144,5 ກິ​​ໂລ​ແມັດ, ​ເທົ່າ​ກັບ 99,2%, ຂອງ​ຄວາມຍາວ​ທັງ​ໝົດ 145,5 ກິ​ໂລ​ແມັດ ​ແລະ ນະຄອນຫລວງ​ວຽງ​ຈັນ ສາມາດ​ມອບ​ພື້ນ​ທີ່​ໃຫ້​ຜູ້​ຮັບ​ເໝົາ ລວມທັງ​ໝົດ 34,35 ກິ​​ໂລ​ແມັດ ​ເທົ່າ​ກັບ 86,52% ຂອງຄວາມ​ຍາວ​ທັງ​ໝົດ 39,7 ກິ​​ໂລ​ແມັດ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

Hits: 15

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້