Monday, April 21, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ 10 ມິຖຸນາ 2021 | ສຳນັກຂ່າງມີເດຍລາວໄດ້ໃຫ້ຮູ້ວ່າ:

ແຂວງໄຊຍະບູລີ ໃຫ້ການຊ່ວຍເຫຼືອ 5 ແຂວງພາກເໜືອຂອງ ສສ ຫວຽດນາມ ເພື່ອຕ້ານພະຍາດໂຄວິດ-19

ເຊິ່ງມອບການຂ່ວຍເຫຼືອໃຫ້ແຂວງເຊີນລາ, ແຂວງກວາງນິງ, ແຂວງດຽນບຽນ ແລະ ແຂວງທາຍບິງ ແຂວງລະ 50 ລ້ານກີບ, ສ່ວນແຂວງອຽນບາຍ ແມ່ນ 60 ລ້ານກີບ ລວມທັງໝົດ 260ລ້ານກີບ ກ່າວມອບໂດຍ ທ່ານ ຄໍາແພງ ຕັດສະຫວັດ ກໍາມະການພັກແຂວງ ຫົວໜ້າພະແນກການຕ່າງປະເທດແຂວງໄຊຍະບູລີ

ພ້ອມນັ້ນທັງສອງຝ່າຍຍັງໄດ້ສະແດງເຈດຈໍານົງໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນອະນາຄົດໃຫ້ນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ…ອ່ານຕໍ່

ຣາຊະອານາຈັກກໍາປູເຈຍ ມອບການຊ່ວຍເຫລືອໃຫ້ ແຂວງຈໍາປາສັກ ເພື່ອຕ້ານພະຍາດໂຄວິດ-19

ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ມອບ ເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການແພດ ໃຫ້ ແຂວງຈໍາປາສັກ ເພື່ອຮັບໃຊ້ເຂົ້າ ໃນວຽກງານ ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ມູນຄ່າ 128 ລ້ານກວ່າກີບ

ເຄື່ອງທີ່ນໍາມາມອບປະກອບມີ: ເຂົ້າສານ 5 ໂຕນ, ປາກະປ໋ອງ 3.000 ປ່ອງ (30 ແກັດ), ໝີສຳເລັດຮູບ 3OO ແກັດ, ຜ້າອັດປາກ-ດັງ ຈຳນວນ 30,000 ອັນ (30ແກັດ), ອັງໂກນ ຈໍານວນ 300 ຂວດ (15 ແກັດ) ແລະ ນ້ຳຢາລ້າງປາກ ຈໍານວນ 1.OOO ຂວດ (50 ແກັດ)…ອ່ານຕໍ່

ເມືອງສາລະວັນ ຈະສ້າງໂຄງການກໍ່ສ້າງຝາມໄຊ ແລະຕະຟັງເຈື່ອນໃຫ້ສຳເລັດພາຍໃນ 3 ເດືອນ

ໂຄງການນີ້ແມ່ນໄດ້ລົງມືຈັດຕັ້ງປະຕິບັດໄປແລ້ວໄດ້ພຽງປະມານ 80% ຕັ້ງແຕ່ໂຄງການໄດ້ຮັບຜົນກະທົບ ຍ້ອນສະພາບນໍ້າຖວມໃນປີ 2019 ເຮັດໃຫ້ໂຄງການດັ່ງກ່າວເສຍຫາຍ

ປະຈຸບັນ, ເລີ້ມລົງມືຈັດຕັ້ງປະຕິບັດຄືນໃໝ່ເປັນໂຄງການສືບຕໍ່ ໃນນັ້ນໂຄງການກໍ່ສ້າງຝາມໄຊມີມູນການກໍ່ສ້າງ 1 ຕື້ 600 ລ້ານກວ່າກີບ, ຈຳນວນ 1 ຫຼັງ, ຂະໜາດ 19,5×23,5 ແມັດ,  ໂຄງສ້າງເຮັດເບຕົງເສີມເຫຼັກ, ມຸງດ້ວຍຊີເຟັກ ແລະໂຄງສ້າງຕະຝັ່ງເຈື່ອນເປັນໂຄງສ້າງເຮັດດ້ວຍ ເບຕົງເສີມເຫຼັກ ມີຄວາມຍາວ 200 ກ່ວາແມັດ, ການກໍ່ສ້າງຈະໃຫ້ສຳເລັດພາຍໃນ 3 ເດືອນ…ອ່ານຕໍ່

ເມືອງນອງ ແຂວງສະຫວັນນະເຂດໄດ້ສຸມໃສ່ປູກແນວພັນໄມ້ໃຫ້ເປັນປ່າເຖິງ 31.000 ກວ່າເບ້ຍ

ສະເພາະປີນີ້ທາງເມືອງນອກໍ່ຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແມ່ນໄດ້ເອກະພາບກັນປູກຕົ້ນໄມ້ທີ່ບ້ານຕະກໍ ໃນເນື້ອທີ່ 5 ເຮັກຕາເຊິ່ງເປັນຂະບວນການໜຶ່ງຂອງເມືອງ ເຊິ່ງເປົ້າໝາຍໃນການປູກຕົ້ນໄມ້ໃນຄັ້ງນີ້ແມ່ນປະຕິບັດແຜນຍຸດທະສາດປ່າໄມ້ 2021 ເວົ້າໂດຍລວມກ່ໍແມ່ນເພື່ອຍົກລະດັບຄວາມປົກຫຸ້ມຂອງປ່າໄມ້ ແລະຄວາມອຸດົມສົມບູນຂອງປ່າໄມ້ໃຫ້ສູງຂື້ນ

ທາງຫ້ອງການກະສິກຳ ແລະ ປ່າໄມ້ ສາມາດຜະລິດເບ້ຍໄມ້ໄດ້ທັງໝົດ 31.930 ເບ້ຍ, ຍັງໃຫ້ບັນດາຫ້ອງການທີ່ຢູ່ອ້ອມຂ້າງເມືອງປູກຕື່ມໃນເນື້ອທີ່ຫ້ອງການຂອງຕົນ ແລະ ທັງໃຫ້ອຳນາດການປົກຄອງທັງໝົດໃນ 69 ບ້ານໃຫ້ລະດົມປະຊາຊົນປູກຕົ້ນໄມ້ພາຍໃນບໍລິເວນເຮືອນຂອງຕົນ…ອ່ານຕໍ່

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.