ປະຈຳວັນທີ 11 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:
ເຈົ້າເມືອງວຽງທອງ ແຂວງບໍລິຄຳໄຊ ລົງຕິດຕາມຊຸກຍູ້ ການສ້ອມແປງຊົນລະປະທານ ທີ່ເປ່ເພໃນປີຜ່ານມາ

ໃນການສ້ອມແປງຄັ້ງນີ້ ແມ່ນສ້ອມແປງຄືນຫົວງານ ທີ່ຖືກເປ່ເພໃຊ້ການບໍ່ໄດ້ ໃຫ້ກັບຄືນມາໃຊ້ໄດ້ເປັນປົກກະຕິ, ການສ້ອມແປງມີຄວາມຍາວ 10 ແມັດ, ກ້ວາງ 2 ແມັດ, ສູງ 2 ແມັດ
ການສ້ອມແປງ ແມ່ນເຮັດແບບລັກສະນະຝາຍກວຍຫີນ ຄື: ນໍາເອົາໄມ້ແກ່ນມາເຮັດເປັນເສົາຄໍ້າ, ເອົາຕາໜ່າງເຫຼັກມາສານເປັນກວຍ ແລ້ວເກັບຫີນມາຄັບໃສ່ເພື່ອຕັນໃຫ້ນໍ້າໄຫຼເຂົ້າຮັບໃຊ້ການຜະລິດນາປີ, ການລົງມືສ້ອມແປງຄັ້ງນີ້ ມີແຮງງານຈາກປະຊາຊົນບ້ານທອງມີໄຊ, ກອງຮ້ອຍທະຫານຊາຍແດນ 251, ພະນັກງານກອງກໍ່ສ້າງຮາກຖານ 921, ພະນັກງານບໍລິສັດພັດທະນາເຂດພູດອຍ ແລະ ບໍລິສັດແກ້ວອຸດອນ ເຂົ້າຮ່ວມ…ອ່ານຕໍ່
ເຈົ້າເມືອງໆ ຕົ້ນເຜິ້ງ ລົງກວດກາສະພາບການປັບປຸງສ້ອມແປງເສັ້ນທາງຈາກບ້ານໃຫຍ່

ການສ້ອມແປງທາງແມ່ນໄດ້ຮັບການຊ່ວຍເຫຼືອດ້ານງົບປະມານ ແລະ ພາຫະນະທີ່ນໍາໃຊ້ໃນການປັບປຸງສ້ອມແປງຈາກ ບໍລິສັດຂວັນໄຊນໍາໂຊກ ໃນມູນຄ່າ 3 ຮ້ອຍລ້ານກີບ
ທ່ານ ຄຳແຍງ ຄອນໄຊຍະກິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ຕົ້ນເຜິ້ງ ພ້ອມດ້ວຍຄະນະທີມງານຫ້ອງການທີ່ກ່ຽວຂ້ອງ ໄດ້ລົງກວດກາສະພາບການປັບປຸງສ້ອມແປງເສັ້ນທາງຈາກບ້ານໃຫຍ່ ນໍ້າເກິ່ງເກົ່າ ຫາບ້ານນາຄໍາ ຈຸດທີ່ຈະໄດ້ສ້າງຂົວຂ້າມນ້ຳ, ວາງທໍ່ລະບາຍນ້ຳ, ຈຸດທີ່ໄດ້ສ້ອມແປງຄືນພາຍຫຼັງມີການກວດກາໃນຄັ້ງກ່ອນ ແມ່ນມີຄວາມສຳເລັດ 100%…ອ່ານຕໍ
ຊາວໜຸ່ມເມືອງ ວິລະບູລີອອກແຮງງານລວມປູກຫຍ້າໃສ່ບໍລິເວນດ້ານໜ້າອະນຸສາວະລີ ປະທານໄກສອນ ພົມວິຫານ

ເພື່ອເປັນການສ້າງຂະບວນການ ໄວ້ຂໍ່ານັບຮັບຕ້ອນເນື່ອງໃນໂອກາດວັນສໍາຄັນຕ່າງໆຂອງຊາດ,ຂອງພັກ ແລະ ຂອງໂລກ ກໍ່ຄືການສ້າງຂະບວນການເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມລ້ອມໂລກ
ທັງນີ້ກໍ່ແມ່ນເພື່ອເປັນການປ້ອງກັນບໍ່ໃຫ້ດິນເຊາະເຈື່ອນ ແລະ ເຮັດໃຫ້ມີຄວາມສວຍງາມ ເປັນການກະກຽມໃຫ້ແກ່ພິທີການມອບ-ຮັບ ອະນຸສາວະລີປະທານໄກສອນ ພົມວິຫານ ຂອງເມືອງ ວິລະບູລີ ທີ່ຈະມີຂຶ້ນຢ່າງເປັນທາງການໃນຕໍ່ໜ້ານີ້…ອ່ານຕໍ່
ແຂວງຈຳປາສັກແລະສາລະວັນ ຮັບການຊ່ວຍເຫຼືອຈາກຈັງຫວັດອຸບົນຣາຊະທານີ ເພື່ອຕ້ານພະຍາດໂຄວິດ-19

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ອັງໂກນ ຈຳນວນ 2,000 ລິດ ແຂວງລະ 1,000 ລິດ, ຖົງມືຢາງທາງການແພດ ຈຳນວນ 100 ກ່ອງ x 50 ຄູ່ ແຂວງລະ 50 ກ່ອງ x 50 ຄູ່ ແລະ ຜ້າອັດປາກ-ດັງ ຈຳນວນ 6,000 ອັນ ແຂວງລະ 3,000 ອັນ ລວມມູນຄ່າປະມານ 71 ລ້ານກວ່າກີບ
ການມອບອຸປະກອນການແພດໃນຄັ້ງນີ້ ເປັນການສະແດງອອກເຖິງ ໄມຕີຈິດ ມິດຕິພາບ ແລະຄວາມຜູກພັນ ຫ່ວງໃຍ ຈາກລັດຖະບານ ແລະປະຊາຊົນ ຊາວໄທ ເພື່ອປະກອບສ່ວນ ໃນການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19…ອ່ານຕໍ
ສະຫວັນນະເຂດ ໄດ້ຮັບວັກຊີນແລ້ວຈຳນວນ 111.200 ໂດສ ແລະຕ້ງເປົ້າໃຫ້ຮອດ 50% ຂອງປະຊາກອນແຂວງ

ແຂວງສະຫວັນະເຂດ ໄດ້ເປີດຂະບວນການໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ກັບປະຊາຊົນ ເລີ່ມແຕ່ວັນທີ 11 ມີນາ 2021, ເປັນຕົ້ນມາ ແລະ ມາຮອດປັດຈຸບັນແມ່ນເປັນຄັ້ງທີ 6 ແລ້ວໃນການໃຫ້ວັກຊີນປ້ອງກັນພະຍາດໂຄວິດ 19 ຢູ່ແຂວງສະຫວັນນະເຂດ ຊຶ່ງໄດ້ຮັບວັກຊີນທັງໝົດຈຳນວນ 111.200 ໂດສ
ໃນນັ້ນແມ່ນມີວັກຊີນສອງຊະນິດຄື: ຊີໂນຟາມ ແລະ ແອັດຕາເຊເນກາ ໂດຍແຂວງສະຫວັນະເຂດ ຕັ້ງເປົ້າໝາຍໃນທ້າຍ 2021 ປີນີ້ ຈະໃຫ້ປະຊາກອນໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ 19 ໃນຈຳນວນ 543.000 ກວ່າຄົນ ເທົ່າກັບ 50% ຂອງຈຳນວນປະຊາກອນໃນທົ່ວແຂວງ…ອ່ານຕໍ່
3 ບ້ານຂອງເມືອງອາດສະພອນໄດ້ຮັບຊຸດໂທລະໂຄ່ງຈາກສູນກາງ ສະຫະພັນແມ່ຍິງລາວ

ໂທລະໂຄ່ງທັງສາມຊຸດນີ້ແມ່ນສູນກາງສະຫະພັນແມ່ຍິງລາວ ເປັນຜູ້ມອບໃຫ້ກັບເມືອງເພື່ອນຳໄປມອບຕໍ່ໃຫ້ກັບບ້ານເປົ້າໝາຍຂອງໂຄງການ UNICEF ອົງການ ສປຊ ສຳລັບເດັກນ້ອຍ ບ້ານເປົ້າໝາຍມີບ້ານຂອງເມືອງອາດສະພອນມີ: ບ້ານຫ້ວຍເດື່ອ, ບ້ານສີນົນໄຊ ແລະ ບ້ານເດີ່ນປ້ອມ
ໂທລະໂຄ່ງຊຸດໜຶ່ງປະກອບມີ: ປາກເລີ 1 ຊຸດ, ແອັມ 1 ໜ່ວຍ, ສາຍໄຟ 1ກໍ້, ໄມ 1 ຊຸດ, ໃນມູນຄ່າ 4 ລ້ານ 8ແສນກີບຕໍ່ໜຶ່ງຊຸດ, ລວມມູນຄ່າທັງໝົດສາມຊຸດ 14ລ້ານ 4ແສນກີບ, ໄດ້ມອບໃຫ້ບ້ານນຳໄປຕິດຕັ້ງເພື່ອຮັບໃຊ້ເຂົ້າໃນວຽກງານໂຄສະນາປະຊາສຳພັນ…ອ່ານຕໍ່