ປະຈຳວັນທີ 12 ມິຖຸນາ 2021 | ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:
ແຮງງານເດັກນ້ອຍ 72 ລ້ານກວ່າຄົນ ຍັງມີຄວາມສ່ຽງຕໍ່ສຸຂະພາບ ແລະ ຄວາມປອດໄພ

ສຳລັບ ສປປ ລາວ ກໍໄດ້ໃຫ້ຄວາມສຳຄັນ ແລະ ເອົາຈິງເອົາຈັງຕໍ່ກັບວຽກງານປົກປ້ອງຄຸ້ມຄອງເດັກ ສະແດງອອກໂດຍການກຳນົດນະໂຍບາຍ, ກົດໝາຍ, ຍຸດທະສາດ ແລະ ລະບຽບການຕ່າງໆ ທີ່ກ່ຽວກັບເດັກ
เຊິ່ງໄດ້ປັບປຸງກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ກົດໝາຍວ່າດ້ວຍການດຳເນີນຄະດີເດັກ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນຕໍ່ແມ່ຍິງ ແລະ ເດັກ, ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ບັນດານິຕິກຳລຸ່ມກົດໝາຍຂອງແຕ່ລະຂະແໜງການ, ແຜນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງການນຳໃຊ້ແຮງງານເດັກ ໄລຍະປີ 2014-2020…ອ່ານຕໍ່
ກົມຄຸ້ມຄອງແຮງງານຍອມຮັບວ່າຢູ່ລາວມີການໃຊ້ແຮງງານເດັກເຊັ່ນກັນແຕ່ບໍ່ຮຸນແຮງຄືຫຼາຍປະເທດ

ການໃຊ້ແຮງງານເດັກຢູ່ ສປປ ລາວ ອາດຈະເພີ່ມຂຶ້ນ ຍ້ອນວ່າພໍ່ແມ່ຂອງພວກເຂົາໄດ້ມີການຢຸດງານເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເດັກຢູ່ເຂດຊົນນະບົດແມ່ນໜ້າເປັນຫ່ວງຫຼາຍກວ່າເດັກຢູ່ຕົວເມືອງ ຍ້ອນຄວາມຫຍຸ້ງຍາກທາງດ້ານເສດຖະກິດຄອບຄົວ
ຜ່ານການຕິດຕາມກວດກາຈາກຂະແໜງຄຸ້ມຄອງແຮງງານ ເຫັນວ່າ ການໃຊ້ແຮງ ງານຢູ່ລາວຍັງມີລັກສະນະເຂົ້າຂ່າຍເປັນການໃຊ້ແຮງງານເດັກແຕ່ບໍ່ຮຸນແຮງຄືຫຼາຍປະເທດ ແລະ ເປັນເລື່ອງຍາກທີ່ຈະກຳນົດໄດ້ວ່າຈໍານວນທີ່ເຂົ້າຂ່າຍເປັນການໃຊ້ແຮງງານເດັກໃນແຕ່ລະປີມີຫຼາຍປານໃດ…ອ່ານຕໍ່
ຖ້າ 28 ວັນຕິດຕໍ່ກັນທີ່ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຶ່ງຈະມີການຜ່ອນຜັນຫຼາຍຂໍ້ຫ້າມ

ຖ້າວ່າປະເທດລາວກວດບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19ເປັນເວລາ 28 ວັນຕິດຕໍ່ກັນນັ້ນຖືວ່າຈະມີການ ຜ່ອນຜັນຫຼາຍມາດຕະການທີ່ກ່ຽວກັບຂໍ້ຫ້າມຕ່າງໆ ບໍ່ວ່າຈະເປັນຄໍາສັ່ງເລກທີ 15/ນຍ ແລະ ມາດຕະການຕ່າງໆທີ່ທາງຄະນະສະເພາະກິດວາງອອກ
ຮຽກຮ້ອງໃຫ້ເອົາໃຈໃສ່ໃນການປະຕິບັດການດໍາລົງຊີວິດແບບໃໝ່ ເຊັ່ນ:ໃສ່ຜ້າອັດປາກດັງເວລາອອກຈາກເຮືອນ, ໝັ່ນລ້າງມືດ້ວຍເຈວລ້າງມື ຫຼື ສະບູດ້ວຍນໍ້າສະອາດ, ຮັກສາໄລຍະຫ່າງໃນສັງຄົມ, ຫຼິກລ່ຽງການໄປສະຖານທີ່ຊຸມຊົນ ແອອັດ, ຖ້າຮູ້ວ່າຕົວເອງສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ຫຼື ໄດ້ເດີນທາງໄປສະຖານທີ່ທີ່ມີຄວາມສ່ຽງໃຫ້ຮີບຮ້ອນໄປກວດຫາເຊື້ອພະຍາດດັ່ງກ່າວ…ອ່ານຕໍ່
ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການແນະນຳ ກ່ຽວກັບການເພີ່ມທະວີໃນໂຮງງານ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການແນະນຳ ກ່ຽວກັບການເພີ່ມທະວີ ແລະ ມາດຕະການສະກັດກັ້ນ, ຄວບຄຸມເພື່ອຕ້ານການລະບາດຂອງພະ ຍາດໂຄວິດ-19 ໃຫ້ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທີ່ນອນຢູ່ໃນເຂດ/ບ້ານແດງ ບໍ່ສາມາດດໍາເນີນກິດຈະການໄດ້ (ໃຫ້ປິດ) ຖ້າລະເມີດຈະຖືກປັບໃໝ ແຕ່ 1.000.000 ກີບ – 5.000.000 ກີບ/ຄັ້ງ
ຕາມແຕ່ລະກໍລະນີ ຍົກເວັ້ນໂຮງງານທີ່ມີຫໍພັກ ຂອງແຮງງານຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງການ ປະຕິບັດມາດ ຕະການປ້ອງກັນ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ໃນໄລຍະພັກວຽກໃຫ້ ແຈ້ງຕໍ່ ພະນັກງານກໍາມະກອນ ຂອງຕົນໃຫ້ປະຕິບັດຕາມລະບຽບການບໍ່ໃຫ້ອອກຈາກທີ່ພັກເຊົາຂອງຕົນ ຖ້າມີຄວາມຈໍາເປັນຕ້ອງຂໍອະນຸຍາດ ຈາກອໍານາດການປົກຄອງບ້ານ…ອ່ານຕໍ່
ສ.ເກົາຫຼີ ມອບອຸປະກອນການແພດໃຫ້ແກ່ ສປປ ລາວ

ລັດຖະບານ ສ.ເກົາຫຼີ (ໂດຍຜ່ານ ອົງການ KOICA) ໄດ້ມອບອຸປະກອນການແພດໃຫ້ແກ່ ສປປ ລາວ ຊຶ່ງປະກອບມີ-ຕູ້ໃຊ້ສຳລັບເກັບຕົວຢ່າງກໍລະນີສົງໃສ (Walk through Booth) ຈຳນວນ 30 ຕູ້, Hemodialysis Machine with Water Supply Nipro ຈຳນວນ 10 ຊຸດ, Hemodialysis Machine Without Walter Supply Fresenius ຈຳນວນ 2 ຊຸດ, Fully auto Biochemistry Analyzer Biolabo ຈຳນວນ 6 ຊຸດ, Hotspital Beds (Including Medical Mattress Pattient Side Table, Cabinet And Bed Accessories ) ຈຳນວນ 11 ຊຸດ ແລະ Patient Monitor With Cart Andromeda ຈຳນວນ 18 ເຄື່ອງ…ອ່ານຕໍ່
ເຮືອນ 700 ຫຼັງສ້າງໃຫ້ຜູ້ປະສົບໄພສັນເຂື່ອນແຕກ ທີ່ເມືອງສະໜາມໄຊຈະສຳເລັດໃນທ້າຍປີນີ້

ການກໍ່ສ້າງເຮືອນ 700 ຫຼັງໃຫ້ປະຊາຊົນ ຢູ່ບ້ານດົງບາກໃໝ່ຫີນຄໍາ, ບ້ານຫີນລາດ, ບ້ານດອນບົກໃໝ່ແສງຈັນ ແລະ ບ້ານສະໝອງໃໝ່ປີນດົງ ຢູ່ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ສໍາເລັດແລ້ວ 61,18% ແລະ ຄາດວ່າຈະໃຫ້ສໍາເລັດ 100% ໃນທ້າຍປີ 2021
ໂຄງການກໍ່ສ້າງເຮືອນ 700 ຫຼັງດັ່ງກ່າວປະກອບມີເຮືອນວິນລາ 80 ຫຼັງ, ເຮືອນກໍ່ 2 ຊັ້ນ 4 ຫຼັງ, ເຮືອນເຄິ່ງກໍ່ເຄິ່ງໄມ້ 278 ຫຼັງ ແລະ ເຮືອນມີກ້ອງລ່າງ 338 ຫຼັງ ໄດ້ເລີ່ມລົງມືກໍ່ສ້າງນັບແຕ່ວັນທີ 2 ມິຖຸນາ 2020 ມາຮອດປັດຈຸບັນສາມາດລົງມືກໍ່ສ້າງຕົວຈິງໄດ້ແລ້ວ 505 ຫຼັງ…ອ່ານຕໍ່
ແຂວງຫຼວງພະບາງ ຕັ້ງເປົ້າບໍລິຈາກເລືອດໃຫ້ໄດ້ 4.800 ຖົງເພື່ອຊ່ວຍຄົນເຈັບປີນີ້

ທ່ານ ດຣ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງລາວ ແຂວງຫຼວງພະບາງໄດ້ໃຫ້ຮູ່ວ່າ ໃນທຸກໆປີຢູ່ບັນດາປະເທດຕ່າງໆໃນທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງວັນບໍລິຈາກເລືອດໂລກ (14 ມິຖຸນາ) ເພື່ອເປັນການສະແດງຄວາມຂອບໃຈ ຕໍ່ຜູ້ ບໍລິຈາກເລືອດດ້ວຍຄວາມສະໝັກໃຈເພື່ອຊ່ວຍຄົນເຈັບ
ຕາມສະຖີຕິປີ 2020 ໄດ້ຮັບບໍລິຈາກເລືອດສະເພາະແຂວງຫຼວງພະບາງ ໄດ້ຮັບບໍລິຈາກເລືອດ ທັງໝົດ 4.587 ຖົງ ໃນນີ້ 90% ຂອງການບໍລິຈາກເລືອດທັງໝົດແມ່ນບໍລິຈາກດ້ວຍຄວາມສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ແລະ 10% ແມ່ນມາຈາກການບໍລິຈາກເລືອດແບບພີ່ນ້ອງ…ອ່ານຕໍ່
ສະຖານີໂດຍສານລົດໄຟລາວ-ຈີນຈຸດບ້ານໂຄກສະ ອາດຈະສ້າງສຳເລັດໃນເດືອນກັນຍາ 2021 ນີ້

ບໍລິສັດທາງລົດໄຟລາວ-ຈີນໃຫ້ຮູ້ວ່າ ໂຄງການກໍ່ສ້າງຈຸດສະຖານີໂດຍສານລົດໄຟລາວ-ຈີນ ນະຄອນ ຫຼວງວຽງຈັນ ບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຮອດປັດຈຸບັນ ສໍາເລັດແລ້ວ 70% ເຊິ່ງອາດຈະມີການເປີດນຳໃຊ້ຢ່າງເປັນທາງການໃນທ້າຍປີ 2021
ສະຖານີດັ່ງກ່າວນີ້ ເປັນຈຸດເຊື່ອມຕໍ່ໃສ່ທາງດ່ວນວຽງຈັນ ໝາຍເລກ 1 ໄປຕາມເສັ້ນທາງເລກທີ 13 ໃຕ້ ມີເນື້ອທີ່ທັງໝົດ 15.000 ຕາແມັດ, ໄດ້ລົງມືກໍ່ສ້າງໃນເດືອນກໍລະກົດ ປີ 2020 ເປັນຕົ້ນມາ…ອ່ານຕໍ່