ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 14 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ແຂວງເຊກອງ ຕົ້ນປີເກັບລາຍຮັບໄດ້ 21% ບໍ່ສາມາດປະຕິບັດໄດ້ຕາມຄາດໝາຍທີ່ວາງໄວ້

ການຈັດເກັບລາຍຮັບເຂົ້າງົບປະມານ 5 ເດືອນສາມາດປະຕິບັດໄດ້ທັງໝົດ 16,68 ຕື້ກີບເທົ່າກັບ 21% ຂອງແຜນການປີ ໃນນີ້ລາຍຮັບພູດສູນກາງມາປະຕິບັດຢູ່ທ້ອງຖິ່ນ 0,24 ຕື້ກີບເທົ່າກັບ 5% ແລະລາຍຮັບພູດຂອງແຂວງ 16,44 ຕື້ກີບເທົ່າກັບ 22% ຂອງແຜນການປີ ແລະ ໃນນັ້ນ: ລາຍຮັບພູດຂອງແຂວງເກັບໄດ້ຈາກສ່ວຍສາອາກອນ 15,13 ຕື້ກີບກວມເອົາ 92,03% ແລະຊັບສິນຂອງລັດ 1,31 ຕື້ກີບກວມເອົາ 7,97% ຂອງລາຍຮັບທັງໝົດ

ການເກັບລາຍຮັບໃນ 5 ເດືອນຕົ້ນປີ 2021 ບໍ່ສາມາດປະຕິບັດໄດ້ຕາມຄາດໝາຍທີ່ວາງໄວ້ນັ້ນ ເຊິ່ງມັນກໍ່ມີຫຼາຍສາເຫດ ເນື່ອງຈາກວ່າໄດ້ມີຜົນກະທົບຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ແລະມີບາງຖານຂໍ້ມູນການຈັດເກັບແມ່ນໄດ້ຖືກຍົກເວັ້ນໃນໄລຍະ 3 ເດືອນເປັນຕົ້ນ ລາຍໄດ້ຈາກອາກອນເງິນເດືອນຂອງພະນັກງານລັດ ແລະເອກກະຊົນທີ່ມີລາຍໄດ້ຕ່ຳກົ່ວ 5 ລ້ານກີບລົງມາ…ອ່ານຕໍ່

ດ່ານສາກົນປາງຫົກສາມາດເກັບລາຍຮັບ ໄດ້ 6,9 ຕື້ ເທົ່າກັບ 30 % ຂອງໃນຕົ້ນປີ 2021

ການຈັດເກັບລາຍຮັບຂອງບັນດາຂະແໜງການໃນໄລຍະຕົ້ນປີ ແມ່ນສາມາດປະຕິບັດໄດ້ທັງໝົດ 6,9 ຕື້ ເທົ່າກັບ 30 % ຂອງແຜນການປີ ຖ້າທຽບໃສ່ໄລຍະດຽວກັນ ຂອງປີ 2020 ປະຕິບັດໄດ້ 13,26 ຕື້ ຫຼຸດລົງ 48% ເທົ່າກັບ 6,4 ຕື້

ວຽກງານປ້ອງກັນຄວາມສະຫງົບ-ປ້ອງກັນຊາຍແດນ ແມ່ນໄດ້ເປັນເຈົ້າການຕິດຕາມກວດກາຄົນເຂົ້າອອກ-ເມືອງ, ປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ…ອ່ານຕໍ່

ເຮືອນຂອງປະຊາຊົນ ໄດ້ຮັບຜົນກະທົບຈາກຝົນຕົກໜັກຕໍ່ເນື່ອງກັນຫຼາຍຊົ່ວໂມງ

ເນື່ອງຈາກມີຝົນຕົກໜັກຕໍ່ເນື່ອງກັນຫຼາຍຊົ່ວໂມງ ໃນຊ່ວງ ຕອນເຊົ້າ ວັນທີ 14 ມິຖຸນາ 2021 ນີ້ ເຮັດໃຫ້ບາງພື້ນທີ່ຂອງເມືອງ ຕົ້ນເຜິ້ງ ໂດຍສະເພາະແມ່ນເຮືອນຂອງປະຊາຊົນທີ່ຢູ່ພື້ນທີ່ຕໍ່າ ແລະ ພື້ນທີ່ ທີ່ມີການຖົມດິນໂດຍບໍ່ໄດ້ວາງທໍ່ລະບາຍນໍ້າມີນໍ້າຖ້ວມຂັງ ໄຫລເຂົ້າເຮືອນຊານ ແລະ ໄດ້ຮັບຄວາມເສຍຫາຍ

ຂໍໃຫ້ພໍ່ແມ່ປະຊາຊົນ ຈົ່ງມີສະຕິລະມັດລະວັງ ແລະ ສືບຕໍ່ກຽມພ້ອມຮັບມືກັບສະພາບຝົນຕົກໜັກທີ່ຈະເຮັດໃຫ້ເກີດມີດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າປ່າໄຫລຊຸແຮງ ເນື່ອງຈາກຕາມການລາຍງານພະຍາກອນອາກາດ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ປະຈໍາວັນທີ 14 ມິຖຸນາ 2021 ບໍລິເວນຄວາມກົດດັນອາກາດຕໍ່າໄດ້ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ…ອ່ານຕໍ່

ຊາວກະສິກອນເມືອງເມິງ ແຂວງບໍ່ແກ້ວ ສຸມໃສ່ການຜະລິດພືດລະດູຝົນ

ອີງຕາມຂໍ້ມູນຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງເມິງ ໃຫ້ຮູ້ວ່າຊາວກະສິກອນໄຮ່ນາ ເມືອງເມິງ ແຂວງບໍ່ແກ້ວ ພວມສຸມໃສ່ປູກພືດລະດູປີຢ່າງເປັນຂະບວນ ແລະ ທັນກັບລະດູການ ເນື່ອງຈາກດິນຟ້າອາກາດອຳນວຍຄວາມສະດວກ ມີຝົນຕົກແຕ່ຫົວປີ

ເຊິ່ງສາມາດປູກພືດເປັນສິນຄ້າເຊັ່ນ: ມັນຕົ້ນ, ຫມາກນ້ຳມັນ, ຫມາກແຫນ່ງ, ຫມາກເດືອຍ, ພືດສະບຽງອາຫານ: ຖົ່ວດິນ, ສາລີຫວານ, ພືດຜັກ, ຕະກຸນຖົ່ວ, ຫົວຂ່າ, ເຜືອກ -ມັນ, ຫມາກເຜັດ, ຫມາກເຂືອ, ຂີງ, ສາລີແຂງ ແລະ ເຂົ້ານາປີ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...