ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 15 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ສະຫວັນນະເຂດ ຈັດກິດຈະກຳບໍລິຈາເລືອດ ເພື່ອສະເຫຼີມສະຫຼອງວັນບໍລິຈາກເລືອດໂລກ

ຢູ່ທີ່ສູນການຄ້າສະຫວັນ-ໄອເຕັກ ອົງການກາແດງສະຫວັນນະເຂດ ໄດ້ຈັດກິດຈະກຳບໍລິຈາກເລືອດ ເພື່ອເປັນການສະເຫຼີມສະຫຼອງ ວັນທີ 14 ມີຖຸນາ ວັນບໍລິຈາກເລືອດໂລກ ພາຍໃຕ້ຄຳຂັວນ ໃຫ້ເລືອດ ເພື່ອຕໍ່ລົມຫາຍໃຈ ເພື່ອນຮ່ວມໂລກ

ວັນຜູ້ບໍລິຈາກເລືອດໂລກເຊິ່ງບັນດາປະເທດຕ່າງໆໃນໂລກ ແລະ ອົງການອະນາໄມໂລກ, ອົງການກາແດງສາກົນ ໄດ້ເນັ້ນແຕ່ລະປະເທດໃຫ້ຄວາມສໍາຄັນ ແລະ ຈັດກິດຈະກໍາສະເຫຼີມສະຫຼອງ ວັນດັ່ງກ່າວຂື້ນເພື່ອເປັນການສະແດງຄວາມຮູ້ບຸນຄຸນຂອງຜູ້ບໍລິຈາກເລືອດຢ່າງຕໍ່ເນື່ອງໃນໄລຍະຜ່ານມາເປັນການລະນຶກເຖິງທ່ານ ຄານ ໄລສແຕນເນີ້ ນັກວິທະຍາສາດຊາວອົດຕຣີຊຽນ ເຊິ່ງເປັນຜູ້ຄົ້ນພົບໝວດເລືອດລະບົບ ABO ຂອງຄົນ…ອ່ານຕໍ່

ປະຊາຊົນບ້ານໃຫຍ່ນໍ້າປຸກ ພົບພຣະພຸດທະຮູບ ໃນລະຫວ່າງທີ່ກຳລັງໄຖນາ

ທ້າວຊາຍທອງ ພອນຈະເລີນ ອາຍຸ 34 ປີປະຊາຊົນບ້ານໃຫຍ່ນໍ້າປຸກ (ຄຸ້ມໃຕ້) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ໄປໄຖນາຜູ້ກ່ຽວໄຖນາຈົນຮອດຕອນແລງ ໄຖຖືກຖ້ວຍດິນ ແລະ ສັງເກດເຫັນຈອມເກດ (ເກສາ) ຂອງພະພຸດທະຮູບດັ່ງກ່າວຈຶ່ງໄດ້ມອດຈັກລົດແລ້ວຂຸດຂຶ້ນມາເຫັນວ່າເປັນພະພຸດທະຮູບ 02 ອົງ

ຈຶ່ງໄດ້ແຈ້ງຕໍ່ອໍານາດການປົກຄອງບ້ານເພື່ອສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງລົງກວດກາຜ່ານການກວດກາຂອງວິຊາການທີ່ກ່ຽວຂ້ອງເຫັນວ່າເປັນພະພູດທະຮູບປາງຊະນະມານເຮັດດ້ວຍທອງສໍາລິດ ແລະ ທອງເຫຼືອງ, ລວງສູງລວມ 20,2 cm,ອົງພະສູງ 19,5 cm,ໜ້າຕັກກ້ວາງ 12 cm,ນ້ຳໜັກ 1,7 kg…ອ່ານຕໍ່

ປະທານສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ມອບອຸປະກອນການແພດໃຫ້ໂຮງຫມໍເມືອງເຊໂປນ

ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ມອບຕຽງນອນຄົນເຈັບ ຈໍານວນ 10 ໜ່ວຍ,ລໍ້ຍູ້ 5ຄັນ,ຜ້າຫົ່ມ 70ຜືນ,ໄມ້ຄອນເທົ້າ 25 ອັນ,ເຂົ້າສານຫນຽວ10 ເປົາ,ພັດລົມ 12ຫນ່ວຍ,ເສື້ອເສິດ80ຜືນ,ໂຕະ 1ຊຸດ, ຜ້າອັດປາກ ເຈວລ້າງມືລວມມູນຄ່າ 41,120,000 ກີບ. ພ້ອມເງິນສົດ 10 ລ້ານກີບ

ໂດຍການຮັບຂອງ ທ່ານ ດຣ ຄໍາຕຸ່ນ ອຸ່ນລຽນວົງສັກ ຫົວໜ້າຫ້ອງການສາທາລະນະສຸກເມືອງ ພ້ອມທັງ ໄດ້ກ່າວສະແດງຄວາມຂອບໃຈອັນລົ້ນເຫຼືອ ມາຍັງປະທານສະພາປະຊາຊົນແຂວງ ພ້ອມຄະນະ…ອ່ານຕໍ່

ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບຂັ້ນແຂວງ ລົງເຄືອນໄຫວຢ້ຽມຍາມກຳລັງ ປກຊ-ປກສ

ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວໆແຂວງຜົ້ງສາລີ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມ ແລະ ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ເມືອງໃໝ່

ໂອກາດນີ້, ທ່ານເຈົ້າແຂວງພ້ອມຄະນະກໍ່ໄດ້ຮັບຟັງກ່ຽວກັບສະພາບການນຳພາ ແລະ ຈັດຕັ້ງ ຜັນຂະຫຍາຍ ແລະ ນຳພາຈັດຕັ້ງປະຕິບັດ…ອ່ານຕໍ່

ການປັກດຳເຂົ້ານາປີຂອງຊາວນາ ເມືອງເຊບັ້ງໄຟ ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນກໍລະກົດນີ້

ທ່ານ ພູທອນ ໄຊຍະວົງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄດ້ໃຫ້ຮູ້ວ່າປີ 2021 ນີ້ ພາຍຫຼັງສຳເລັດການເກັບກ່ຽວມ້ຽນມັດເຂົ້ານາແຊງເຫັນວ່າແມ່ນໄດ້ຮັບໝາກຮັບຜົນຕາມຄາດໝາຍ ເປັນຕົ້ນແມ່ນເນື້ອທີ່ທໍາການຜະລິດແມ່ນປະຕິບັດໄດ້ລື່ນຄາດໝາຍເຊິ່ງຕາມແຜນແມ່ນ 2.400 ເຮັກຕາ, ປະຕິບັດໄດ້ຕົວຈິງ 2.771 ເຮັກຕາ, ລື່ນຄາດໝາຍ 15,43% ຜົນຜະລິດໄດ້ 14.991 ໂຕນ, ລື່ນຄາດໝາຍ 13,15%

ປະຈຸບັນຊາວນາໃນທົ່ວເມືອງໄດ້ສຸມໃສ່ນຳໃຊ້ແນວພັນຊະນິດປັບປຸງ 692 ໂຕນ, ຄາດຄະເນ ສະມັດຕະພາບຈະໄດ້ຮັບແມ່ນ 4,28 ໂຕນ/ເຮັກຕາ, ຜົນຜະລິດ 37.020 ໂຕນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...