Saturday, July 19, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 16 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເມືອງລະມາມ ແຂວງເຊກອງ 6 ເດືອນຕົ້ນປີເສດຖະກິດຂະຫຍາຍຕົວຢູ່ 3,45%

ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະພາບແວດລ້ອມເຮັດໃຫ້ສົ່ງຜົນກະທົບຕໍ່ຫຼາຍຫົວໜ່ວຍທຸລະກິດ ທັງໃນລະບົບ ແລະ ນອກລະບົບຢູ່ພາຍໃນເມືອງ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາ 6 ເດືອນ ຕົ້ນປີ 2021 ພົບຄວາມຫຍຸ້ງຍາກສົມຄວນ

ເຮັດໃຫ້ການເຕີບໂຕຂອງເສດຖະກິດພາຍໃນເມືອງລະມາມ ແຂວງເຊກອງ ຂະຫຍາຍຕົວຢູ່ໃນລະດັບ 3,45% ຂອງມູນຄ່າລວມຍອດຜະລິດຕະພັນພາຍປະຕິບັດໄດ້ 672,01 ຕື້ກີບ ທຽບໃສ່ປະຊາກອນບັນລຸໄດ້ 17,03 ລ້ານກີບຕໍ່ຄົນ ຫຼືເທົ່າກັບ 2.129,03 ໂດລາ; ໃນນັ້ນ ເຂດກະສິກຳ ຂະຫຍາຍໂຕ 5,87%, ກວມເອົາ 39,01% ຂອງ GDP, ຂົງເຂດອຸດສາຫະກຳ 0,5%, ກວມເອົາ 11,92%, ຂົງເຂດບໍລິການ 2,32%, ກວມເອົາ 49,07% ຂອງ GDP…ອ່ານຕໍ່

ເມືອງອາດສະພັງທອງ ຈັດກິດຈະກຳປູກຕົ້ນໄມ້ 500 ກວ່າເບ້ຍ

ເມືຶອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດຂື້ນ ເຊິ່ງແມ່ນໄດ້ປູກລຽບຕາມສາຍທາງ ຈາກທາງແບ່ງເຂົ້າບ້ານດົງທະດາ ເຂົ້າຫາເທດສະບານເມືອງ ໂດຍການນຳພາຂອງ ທ່ານ ນາງບຸນທະລັງສີ ຄຳມະນີວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາດສະພອນ

ໄມ້ທີ່ນຳມາປູກມີທັງໝົດ 500 ກວ່າເບ້ຍ, ໃນນັ້ນແມ່ນມີ ຕົ້ນດອກຈຳປາ 140 ເບ້ຍ, ຕົ້ນດອກຄູນ 112 ເບ້ຍ, ຕົ້ນຜາງແດງ 112 ເບ້ຍ, ຕົ້ນດອກຈານ 140 ເບ້ຍ, ໂດຍແບ່ງໃຫ້ແຕ່ລະຫ້ອງການເປັນຜູ້ຮັບຜິດຊອບປູກ, ບົວລະບັດຮັກສາ…ອ່ານຕໍ່

ນ້ຳຖ້ວມບ່ອນຕົກເຂົ້າກ້ານາປີຂອງປະຊາຊົນແຂວງບໍ່ແກ້ວ ມີ 193 ຄອບຄົວທີ່ໄດ້ຮັບຜົນກະທົບຈາກຝົນຕົກໜັກ

ທ່ານ ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ ພ້ອມດ້ວຍທີມງານຄະນະກຳມະການປ້ອງກັນ ແລະ ຄວມຄຸມໄພພິບັດຂັ້ນແຂວງ ລົງຊຸກຍູ້ຕິດຕາມໄພພິບັດໃນຄັ້ງນີ້ກໍ່ໄດ້ຮັບຟັງການລາຍງານຫຍໍ້ໃນການຕິດຕາມໄພພິ ບັດຢູ່ຂັ້ນເມືອງ ຈາກທ່ານເຈົ້າເມືອງໆປາກທາ

ປະຊາຊົນບາງບ້ານໄດ້ຮັບຜົນກະທົບຈາກຝົນຕົກໜັກເປັນຕົ້ນ: ນ້ຳຖ້ວມບ່ອນຕົກເຂົ້າກ້ານາປີມີ 193 ຄອບຄົວ, ແນວພັນເຂົ້າປູກເສຍຫາຍ 2.800 ກິໂລກຼາມ, ສວນສາລີເສຍຫາຍ 16,5 ເຮັກຕາ ມີ 38 ຄອບຄົວ, ສວນໝາກເດືອຍເສຍຫາຍ 10 ເຮັກຕາ ມີ 12 ຄອບຄົວ, ນ້ຳນອງໄຫຼສຸຫີນທັບຖົມໃສ່ນາ ແລະ ດິນເຊາະເຈືອນ 5 ໄລ່ ມີ 10 ຄອບຄົວ, ຖ້ວມໜອງປາ 5 ໜອງທີ່ໄດ້ປ່ອຍປາໄປແລ້ວ 4.000 ໂຕ, ຄອງເໝືອງເຊາະເຈືອນ 3 ຈຸດ…ອ່ານຕໍ່

ເຈົ້າແຂວໆແຂວງຜົ້ງສາລີ ລົງເຄື່ອນໄຫວຢ້ຽມນັກຮົບກອງຮ້ອຍເອກະລາດ ຄໍ 21

ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວໆແຂວງຜົ້ງສາລີ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະນຳຂັ້ນແຂວງ-ຂັ້ນເມືອງ ໄດ້ລົງເຄື່ອນໄຫວຢ້ຽມແລະພົບປະໂອ້ລົມ ພະນັກງານນັກຮົບກອງຮ້ອຍເອກະລາດ ຄໍ 21 ທີ່ຂື້ນກັບເມືອງຂວາ

ທ່ານເຈົ້າແຂວງ ຍັງໄດ້ເນັ້ນໜັກໃຫ້ນາຍ ແລະ ພົນທະຫານກອງຮ້ອຍເອກະລາດ ຄໍ 21 ສືບຕໍ່ເອົາໃຈໃສ່ບາງດ້ານ ໂດຍສະເພາະແມ່ນ: ສືບຕໍ່ສືກສາອົບຮົບການເມືອງແນວຄິດໃຫ້ນາຍ ແລະ ພົນທະຫານຢ່າງຕໍ່ເນື່ອງ, ສືບຕໍ່ສ້າງພາລາທິການກັບທີ, ໃນການປູກ, ການລ້ຽງ, ເຮັດໃຫ້ກົມກອງກຸ້ມຢູ່ກຸ້ມກີນ ແລະ ຍັງໄດ້ນຳເອົາ ວັດຖຸປັດໃຈຈຳນວນໝື້່ງເປັນຕົ້ນແມ່ນ, ໂທລະທັດ 1 ຊຸດ, ກິຕ່າ 1 ໝ໋ວຍ, ຊຸດກິລາຈຳນວນ 20 ຊຸດ , ອຸປະກອນກິລາຕ່າງໆ ແລະ ເງິນຈຳນວນໝື້່ງມອບໃຫ້ກອງຮ້ອຍເອກະລາດ ຄໍ 21 ຕື່ມອີກ…ອ່ານຕໍ່

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.