ປະຈຳວັນທີ 17 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:
ຄົ້ນພົບຖ້ຳໃໝ່ ຢູ່ໃນຂອງຖ້ຳກອງລໍ-ນາຕານ ເມືອງຄູນຄຳ ແຂວງຄຳມ່ວນ

ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນ ພ້ອມດ້ວຍຄະນະ ແລະ ອຳນາດການປົກຄອງບ້ານກອງລໍ ໄດ້ເຂົ້າຕິດຕາມ, ກວດກາຖ້ຳທີ່ຖືກຄົ້ນພົບໃໝ່ທີ່ມີຄວາມສວຍສົດງົດງາມ ເຊິ່ງຕັ້ງຢູ່ທາງດ້ານໃນຂອງຖ້ຳກອງລໍ-ນາຕານ ເມືອງຄູນຄຳ ແຂວງຄຳມ່ວນ ໃຊ້ເວລາຂີ່ເຮືອເຂົ້າ ໄປປະມານ 10 ນາທີ
ຢູ່ພາຍໃນຂອງຖ້ຳແມ່ນປະກອບໄປດ້ວຍຫີນງອກ ຫີນຍ້ອນ ເປັນຮູບຊົງທີ່ມີຄວາມແຕກຕ່າງ ກັນໄປ ບາງບ່ອນກໍ່ມີຮູບຊົງຄ້າຍຄືກັນກັບໂຕສັດ, ບາງບ່ອນກໍ່ຄ້າຍຄືກັບດອກໄມ້ ແລະ ບາງບ່ອນກໍ່ຈະມີຫີນເປັນຮູບມົນ ກົມຄ້າຍຄືກັບໄຂ່ ເມື່ອເຮົາເຍືອງໄຟສ່ອງໃສ່ຈະມີແສງເຫຼື້ອມວິບວັບເງົາງາມ ແລະ ພາຍໃນຖ້ຳຍັງມີໂຄງກະດູກສັດ ທີ່ຄ້າຍຄືກັບໂຄງກະດູກງູ ຍັງຫຼົງເຫຼືອໃຫ້ເຫັນຢູ່. ເຖິງຢ່າງໃດກໍ່ຕາມຖ້ຳດັ່ງກ່າວແມ່ນຖ້ຳທີ່ຄົ້ນພົບໃໝ່ ແລະ ປະຈຸບັນຍັງ ຢູ່ໃນຂັ້ນຕອນການສຶກສາສຳຫຼວດ…ອ່ານຕໍ່
ໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອານວຍຄວາມ ເຂດໜ້າເຂື່ອນນໍ້າງື່ມ1 ໄດ້ເລີ່ມລົງມືກໍ່ສ້າງແລ້ວ

ວຽກກໍ່ສ້າງເສັ້ນທາງປູເບຕົງເຂົ້າຫາອ່າງນ້ຳງື່ມ ລວງຍາວ 6,3 ກິໂລແມັດ ກວ້າງ 6 ແມັດ, ຄວາມໜາ 17,5 ຊັງຕີແມັດ ລວມທັງລະບົບລະບາຍນ້ຳແລະ ວຽກກໍ່ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວລວມມີ: ວຽກກໍ່ສ້າງບ່ອນຈອດລົດ, ວຽກປັບປຸງທ່າຈອດເຮືອ, ວຽກປັບປຸງທາງຍ່າງ, ວຽກກໍ່ສ້າງຮ້ານຂາຍເຄື່ອງ, ວຽກກໍ່ສ້າງຫໍຊົມວິວທີ່ອ່າງນ້ຳງື່ມ,ວຽກກໍ່ສ້າງຂຸມເກັບຂີ້ເຫຍື້ອພ້ອມຕອບສະໜອງຖັງເກັບຂີ້ເຫຍື້ອ ແລະ ອ່າງບຳບັດນ້ຳເປື້ອນ, ວຽກກໍ່ສ້າງແລະ ຕິດຕັ້ງອ່າງນ້ຳປະປາ ແລະ ວຽກຕິດຕັ້ງໄຟຟ້າ
ຮອດທ້າຍເດືອນ ເມສາ 2021 ວຽກກໍ່ສ້າງ ຍັງບໍ່ທັນໄດ້ລົງມືຈັດຕັ້ງປະຕິບັດເທື່ອ ແລະ ຈະໄດ້ລົງມືກໍ່ສ້າງໃນເດືອນມິຖຸນາ 2021 ນີ້ ແລະ ຈະໃຫ້ສຳເລັດພາຍໃນເດືອນມິຖຸນາ 2023 ໂດຍມີກຳນົດການກໍ່ສ້າງເປັນເວລາ 2 ປີ…ອ່ານຕໍ່
ບໍລິສັດ ຟ້າໃຫຍ່ ມີເດຍຈໍາກັດ ມອບເຄື່ອງຊ່ວຍເຫຼືອ ໃຫ້ນະຄອນໄກສອນພົມວິຫານ ມູນຄ່າຫຼາຍກວ່າ 7ລ້ານກວ່າກີບ

ເຊິ່ງໄດ້ມອບເຄື່ອງຊ່ວຍເຫຼືອເປັນປະເພດເຈວລ້າງມືຈໍານວນ 500 ກ່ອງ ມູນຄ່າ 7ລ້ານ5ແສນກີບ,ໃຫ້ອົງການປົກຄອງນະຄອນ ໄກສອນ ພົມວິຫານ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ຕອບຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19
ພິທີມອບ-ຮັບມີຂຶ້ນແມ່ນໃຫ້ກຽດມອບຂອງທ່ານ ບຸນຍູ້ ທຳມະວົງ ຕາງໜ້າ ບໍລິສັດ ຟ້າໃຫຍ່ ມີເດຍຈໍາກັດ ເປັນກຽດຮັບຂອງທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ມີຄະນະກໍາມະການສະເພາະກິດຕ້ານການລະບາດຂອງພະຍາດໂຄວິດ-19 ຂັ້ນນະຄອນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ…ອ່ານຕໍ່
ປກສ ເມືອງ ວິລະບູລີ ມອບແຮ່ຫີນຂຽວທີ່ກວດຢຶດໄດ້ ຈາກຜູ້ທີ່ລັກລອບສົ່ງຄືນຈໍານວນ 17.057 ກິໂລ

ສໍາລັບເຄື່ອງຂອງກາງປະເພດແຮ່ຫີນຂຽວທີ່ມອບໃຫ້ບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດໃນຄັ້ງນີ້ ແມ່ນມີນໍ້າໜັກລວມທັງໝົດຈໍານວນ 17.057 ກິໂລ ໂດຍແມ່ນເຈົ້າໜ້າທີ່ຕໍາຫຼວດຂອງກອງບັນຊາການປ້ອງກັນຄວາມສະຫງົບເມືອງ ວິລະບູລີ ສາມາດກວດຢຶດ, ເກັບກູ້ ແລະ ທ້ອນໂຮມມາໄດ້ໃນໄລຍະນັບແຕ່ຕົ້ນປີ 2021
ເຊິ່ງແຮ່ເລົ່ານີ້ຢຶດໄດ້ຈາກພວກກຸ່ມຄົນບໍ່ດີຈໍານວນໜຶ່ງ ທີ່ໄດ້ເຂົ້າລັກລອບເອົາ ໃນເຂດສໍາປະທານໂຄງການຂຸດຄົ້ນຄໍາ-ທອງແດງເຊໂປນ ຂອງບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ເຊິ່ງແມ່ນຜິດຕໍ່ລະບຽບກົດໝາຍຂອງບ້ານເມືອງ, ດັ່ງນັ້ນ, ຈຶ່ງໄດ້ມອບເຄື່ອງຂອງກາງເຫຼົ່ານີ້ ຄືນໃຫ້ແກ່ບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດ ເພື່ອນໍາໃຊ້ຕໍ່ໄປ…ອ່ານຕໍ່
ປະຊາຊົນເມືອງນອງ ກະກຽມລົງມືສູ່ການປັກດຳເຂົ້ານາປີ

ຈາກຫ້ອງການກະສິກຳ ແລະປ່າໄມ້ເມືອງນອງໃຫ້ຮູ້ວ່າ: ມາຮອດປະຈຸບັນ ການກະກຽມໃຫ້ແກ່ການປັກດຳເຂົ້ານາປີແມ່ນມີຄວາມພ້ອມ100% ເນື່ອງຈາກສະພາບດິນຟ້າອາກາດອຳນວຍຄວາມສະດວກໃຫ້ແຕ່ຫົວປີເຊິ່ງແຕກຕ່າງຈາກປີຜ່ານມາ ສ່ວນການໄຖຮຸດນາແມ່ນສຳເລັດແລ້ວຮ້ອຍສ່ວນ100%ຕົກກ້າໄດ້ສໍາເລັດ100%, ການສັກເຂົ້າໄຮ່ກໍ່ສໍາເລັດ100%
ສ່ວນການປັກດຳປະຕິບັດໄດ້ ສິບສ່ວນຮ້ອຍ ໃນເນື້ອທີ່ນາປີທັງໝົດ 1.385,6ເຮັກຕາ, ພືດໄຮ່ສວນ2.244ເຮັກຕາ,ໄມ້ໃຫ້ໝາກ, ແລະອື່ນໆ ໃນນັ້ນໄດ້ນຳໃຊ້ແນວພັນເຂົ້າປະເພດຕ່າງໆຄື: ພັນເຂົ້າທ່າດອກຄຳ, ແນວພັນເຂົ້າ ປັບປຸງ, ແນວພັນເຂົ້າພື້ນເມືອງ, ທ່າສະໂນທັງໝົດຈຳນວນ 1.980ກິໂລກຣາມ…ອ່ານຕໍ່
ໂຄງການທີມງານສ້າງຝັນ ຊ່ວຍສ້າງໂຮງຮຽນ ປະຖົມສົມບູນ ບ້ານ ທົ່ງເໝືອດ ເມືອງກາສີ

ສໍາລັບການກໍ່ສ້າງໂຮງໂຮງຮຽນປະຖົມສົມບູນ ບ້ານ ທົ່ງເໝືອດ ໄດ້ເລີ່ມລົງມືກໍ່ສ້າງມາເດືອນ ກຸມພາ 2021 ແລະ ສໍາເລັດໃນເດືອນ ພຶດສະພາ 2021 ເຊີ່ງແມ່ນແຮງງານທີ່ທາງທີມງານສ້າງຝັນນໍາມາລົງມືກໍ່ສ້າງ, ລວມມູນຄ່າການກໍ່ສ້າງທັງໝົດ 336ລ້ານກວ່າກີບ ໂດຍແມ່ນທືນຊ່ວຍເຫຼືອຈາກໂຄງການທີມງານສ້າງຝັນລວມມີ 8 ທ່ານ
ໂຮງຮຽນດັ່ງກ່າວເປັນອາຄານຊັ້ນດຽວ ມີຂະໜາດ 9X34 ແມັດ, ມີ 5 ຫ້ອງຮຽນ ເຊິ່ງໃຫ້ກຽດຂຶ້ນມອບອາຄານຮຽນດັ່ງກ່າວໂດຍແມ່ນທີມງານສ້າງຝັນ ແລະ ຂື້ນຮັບໂດຍທ່ານ ບຸນມາ ເພັງໄຊ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາ ເມືອງ ຫຼັງຈາກນັ້ນ ກໍ່ໄດ້ກ່າວມອບຕໍ່ໃຫ້ແກ່ຜູ້ອໍານວຍການໂຮງຮຽນບ້ານທົ່ງເໝືອດ…ອ່ານຕໍ່
ເມືອງຜາອຸດົມເປີດຂະບວນການຕ້ານໄຂ້ຍຸງລາຍຕິດພັນກັບວັນແພດລາວຄົບຮອບ 56ປີ

ສະໂມສອນຫ້ອງວ່າການເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີເປີດຂະບວນການຕ້ານໄຂ້ຍຸງລາຍ ກໍ່ຄື ວັນຕ້ານໄຂ້ເລືອດອອກອາຊ່ຽນ ຄົບຮອບ 10 ປີ ເຊິ່ງ ທ່ານ ພົງສະຫວັນ ປັນຍາສັກ ຮອງເລຂາພັກເມືອງ ປະທານຄະນະກຳມະການຄວບຄຸມພະຍາດຕິດຕໍ່ຂັ້ນເມືອງ ໄດ້ຜ່ານບົດປາໄສຂອງຄະນະກຳມະການຄວບຄຸມພະຍາດຕິດຕໍ່ຂັ້ນເມືຶອງ
ຢູ່ ສປປ ລາວ ໃນຊຸມປີຜ່ານມາພະຍາດໄຂ້ຍຸງລາຍ ແມ່ນຍັງໄດ້ສືບຕໍ່ຂະຫຍາຍຢ່າງຕໍ່ເນື່ອງໃນທົ່ວປະເທດເຊິ່ງມີການລະບາດຮຸນແຮງໃນປີ2013 ມີຈໍານວນຄົນເຈັບຍ້ອນພະຍາດດັ່ງກ່າວເຖິງ 44.043 ກວ່າ ກໍລະນີ ອັດຕາຄວາມຮຸ່ນແຮງ 0.21%, ສໍາລັບແຂວງ ບໍ່ແກ້ວຂອງພວກເຮົາການແຜ່ລະບາດຂອງພະຍາດດັ່ງກ່າວກວມເອົາ 140 ບ້ານ ໃນຈໍານວນ 5 ເມືອງ, ມີຄົນເຈັບເຖິງ 3.114 ກວ່າກໍລະນີ ອັດຕາຄວາມຮຸນແຮງ 1.85%…ອ່ານຕໍ່