ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ 9 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ແຂວງໄຊຍະບູລີ ສຳເລັດການປູກເຂົ້ານາປີຢູ່ທີ່ເມືອງຊຽງຮ່ອນແລ້ວ 80%

​ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງໄດ້ຕິດຕາມ ແລະ ຊຸກຍູ້ຂະບວນການຜະລິດລະດູຝົນທີ່ເມືອງຊຽງຮ່ອນ ເປັນຕົ້ນແມ່ນການປູກເຂົ້ານາປີ

ເຊິ່ງໃນປີນີ້ ມີ​ເນື້ອທີ່ແຜນການຜະລິດລະດູຝົນລວມທັງໝົດ 10.900 ເຮັກຕາ, ເປັນເນື້ອທີ່ປູກ​ເຂົ້າລວມມີ 4.158 ເຮັກຕາ, ມາ​ຮອດ​ປະ​ຈຸ​ບັນ​ແມ່ນ​ໄດ້ປູກສຳ​ເລັດແລ້ວ 80%, ແນວພັນທີ່ປະຊາຊົນນໍາມາປູກສ່ວຍໃຫຍ່ແມ່ນພັນເຂົ້າປັບປຸງ ແລະ ພັນພື້ນເມືອງຈໍານວນໜຶ່ງ…ອ່ານຕໍ່

ພົບພະຍາດຜີວໜັງອັກເສບ ງົວ – ຄວາຍ ຈຳນວນ 4.000 ກວ່າໂຕ ທີ່ແຂວງສະຫວັນນະເຂດ

ຢູ່ແຂວງສະຫວັນນະເຂດ ແມ່ນໄດ້ເກີດມີການລະບາດຂອງພະຍາດຜີວໜັງອັກເສບງົວ ແລະ ຄວາຍໃນໄລຍະເດືອນກຸມພາຜ່ານມາ ຢູ່ທີ່ບ້ານຈຳນວນໜຶ່ງໃນນະຄອນໄກສອນພົມວິຫານ ເຊິ່ງພະຍາດດັ່ງກ່າວຈະສັງເກດເຫັນໄດ້ຈາກອາການທີ່ເປັນຕຸ່ມພຸພອງຢູ່ຕາມຜີວໜັງຂອງສັດປະເພດງົວ ແລະ ຄວາຍ

ພະຍາດຜີວໜັງອັກເສບງົວ-ຄວາຍເປັນພະຍາດທີ່ຄ້າຍຄືກັນກັບພະຍາດໄຂ້ຍຸງລາຍທີ່ເກີດຈາກສັດດູດເລືອດປະເພດໂຕເຫັບ,ເຫຼືອກ,ຍຸງ,ຮິ້ນ ທີ່ໄປດູດເລືອດສັດທີ່ເປັນພະຍາດແລ້ວໄປກັດ ຫຼື ດູດເລືອດສັດໂຕອື່ນ ການລະບາດມີທັງໝົດ 190 ກວ່າບ້ານ,ມີສັດ 4.700 ກວ່າໂຕ,ປິ່ນປົວດີແລ້ວ 2.500 ກວ່າໂຕ,ສັດຕາຍຈຳນວນ 60 ກວ່າໂຕ ແລະ ກຳລັງສືບຕໍ່ປິ່ນປົວອີກຈຳນວນໜຶ່ງ…ອ່ານຕໍ່

ສາທາລະນະສຸກເມືອງບາຈຽງຈະເລີນສຸກ ລົງເຜີຍແຜ່ການປ້ອງກັນຄວບຄຸມໜອນນໍ້າຍຸງລາຍ

ຫ້ອງການສາທາລະນະສຸກເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ສ້າງຂະບວນທຳລາຍແຫຼ່ງເພາະພັນໜອນນ້ຳຍຸງລາຍຢູ່ບ້ານຫົວແຊ

ການກວດກາພະຫະນາຕ່າງໆທີ່ໃສ່ນ້ຳໃນແຕ່ລະຄົວເຮືອນຂອງປະຊາຊົນເພື່ອເຮັດອະນາໄມທຳລາຍໜອນນ້ຳຍຸງລາຍໄປພ້ອມໆກັບການໂຄສະນາສຸຂະສືກສາໃຫ້ຄວາມຮູ້ກ່ຽວກັບການປ້ອງກັນຄອບຄຸມໜອນນ້ຳຍຸງລາຍດ້ວຍການປະຕິບັດ5ປໍໂດຍຕີດພັນກັບການອະນາໄມສາມສະອາດຢູ ເພື່ອເປັນການປ້ອງກັນສະກັດກັ້ນບໍ່ໃຫ້ມີການລະບາດຂອງພະຍາດດັ່ງກ່າວ…ອ່ານຕໍ່

ຈັດກອງປະຊຸມຈັດຕັ້ງທີມຕິດຕາມ ດໍາເນີນປະຕິບັດມາດຕະການບໍ່ຊື້-ບໍ່ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ແກ່ເດັກນ້ອຍ

ທ່ານ ອະນຸສິດ ສັກປະເສີດ ຜູ້ອໍານວຍການໂຄງການ CB-DAC ມີຄະນະຮັບຜິດຊອບໂຄງການ, ຂະແໜງການທີ່ກ່ຽວຂ້ອງ, ອໍານາດການປົກຄອງບ້ານ 8 ບ້ານ ໄດ້ຜັດປ່ຽນກັນເຜີຍແຜ່ບັນດາເອກະສານຕ່າງໆເຊັ່ນ: ເອກະສານວ່າດ້ວຍຂໍ້ຫ້າມ ແລະ ມາດຕະການຕໍ່ການຄຸ້ມຄອງເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ເອກະສານກ່ຽວກັບການຫັນປ່ຽນ ແບບແຜນດໍາລົງຊີວິດແບບໃໝ່

ເພື່ອເຮັດໃຫ້ອໍານາດການປົກຄອງບ້ານ 8 ບ້ານ ໃນເທດສະບານແຂວງ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບບັນດານິຕິກໍາການຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນພາຍໃນບ້ານຂອງຕົນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...