Sunday, November 9, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ 8 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຜົ້ງສາລີ ຮັບອຸປະກອນການແພດ ຈາກເມືອງຈາແຂວງດຽນບຽນ ສສ ຫວຽດນາມ

ທ່ານ ສັນຕິສຸກ ສີພັນດອນ ຮອງຜູ້ອໍານວຍການ ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ພ້ອມດ້ວຍພະນັກງານວິຊາການ ແລະ ກຳມະກອນ ພາຍໃນເຂື່ອນເຂົ້າຮ່ວມ ເຂິ່ງການປູກຕົ້ນໄມ້ຄັ້ງນີ້: ເພື່ອເປັນການສ້າງຂະບວນການ ແລະ ສ້າງບັນຍາກາດໃຫ້ແກ່ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ເຊິ່ງປະກອບມີ: ຜ້າອັດປາກ-ດັງ 4 ຊັ້ນ ຈຳນວນ 300 ກັບ,​ ຜ້າອັດປາກ-ດັງ N95 ຈຳນວນ 500 ອັນ, ​ແຜ່ນກັ້ນຫນ້າຈຳນວນ 300 ອັນ,​ ບາຫລອດທີ່ໃຊ້ມືຈໍ້າ 10 ອັນ, ເຈວລ້າງມືຂະຫນາດ 500 ມິນລີລິດຈຳນວນ 100 ກ້ອງ,​ ແອວກໍຮໍ 75 ເປີເຊັນ ລຸ້ນຫົວຊີດຈໍານວນ 100 ກ້ອງ,​ ຊຸດ PPE 120 ຊຸດ, ຢາຂ້າເຊື້ອ 100 ກິໂລກຣາມ, ຖົງມືການແພດ 30 ຄູ່,​ ເກີບ 30 ຄູ່,​ ຫມວກການແພດຮັບໃຊ້ການຜ່າຕັດ 500 ອັນ ລວມມູນຄ່າຈຳນວນ 99 ລ້ານກວ່າດົງ….ອ່ານຕໍ່

ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ

ໄມ້ທີ່ນໍາມາປູກຄັ້ງນີ້ມີຈໍານວນທັງໝົດ 400 ຕົ້ນ ເຊິ່ງແມ່ນຕົ້ນໄມ້ກິນໝາກປະກອບມີ:ຕົ້ນລໍາໃຍ,ຕົ້ນສົ້ມໂອຊະນິດລະ 50 ຕົ້ນ ແລະ ຕົ້ນໝາກມີ້ ,ໝາກຂາມ ແລະ ໝາກມ່ວງຊະນິດລະ 100 ຕົ້ນ. ຕົ້ນໄມ້ດັ່ງກ່າວ ແມ່ນໄດ້ປູກໃສ່ເຂດບໍລິເວນໂຮງຈັກຂອງເຂື່ອນໄຟຟ້າ. ເຊິ່ງແຜນຕໍ່ໜ້າທາງເຂື່ອນໄຟ້ຟ້າຫ້ວຍລຳພັນໃຫ່ຍຍັງຈະສືບຕໍ່ປູກຕົ້ນໄມ້ຢູ່ພາຍໃນບໍລິເວນເຂື່ອນ ແລະ ໜ້າເຂື່ອນຕື່ມອີກ…ອ່ານຕໍ່

ຄະນະຜູ້ແທນເມືອງໃຫມ່ ແຂວງຜົ້ງສາລີ ແຫ່ງ ສປປ ລາວ ນຳໂດຍ ທ່ານ ສົມຈິດ ສິດທິວົງ ເລຂາພັກເມືອງ ເຈົ້າເມືອງໆ ໃຫມ່ ພ້ອມດ້ວຍຄະນະ ທັງສອງຝ່າຍເຂົ້າຮວ່ມເປັນສັກຂີພິຍານ ອຸປະກອນທາງການແພດທີ່ນຳມາມອບໃນຄັ້ງນີ້

ເມືອງອາດສະພັງທອງເລີ່ມລົງມືກໍ່ສ້າງເສັ້ນທາງເບຕົງເຂົ້າຫາໂຮງຮຽນອະນຸບານ-ປະຖົມດົງເຫັນ

ເມືອງອາດສະພັງທອງໄດ້ລົງມືການກໍ່ສ້າງເສັ້ນທາງເບຕົງເຂົ້າຫາໂຮງຮຽນອະນຸບານ-ປະຖົມດົງເຫັນ ຢ່າງເຄັ່ງຮ້ອນ,ເພື່ອອຳນວຍຄວາມສະດວກສະບາຍໃຫ້ແກ່ລູກຫຼານໃນການໄປໂຮງຮຽນ ມີຄວາມກວ້າງທັງໝົດ 4 ແມັດ ແລະ ຍາວ 110 ແມັດ,ເຊິ່ງຈະໄດ້ປູເບຕົງໃນລະດັບສູງ 13 ຊັງຕີແມັດ ຫາ 15 ຊັງຕີແມັດ

ໂດຍແມ່ນທາງອຳນາດການປົກຄອງບ້ານ ແລະ ປະຊາຊົນຊາວບ້ານດົງເຫັນເປັນຜູ້ຮັບເໝົາກໍ່ສ້າງ ໂດຍຈະເລັ່ງລົງມືກໍ່ສ້າງໃຫ້ສຳເລັດ 100 % ພາຍໃນ 10 ວັນ ສ່ວນແຫຼ່ງທຶນຮອນແມ່ນໄດ້ຈາກການປະກອບສ່ວນຈາກພາກລັດ,ເອກະຊົນ ເປັນຕົ້ນກໍ່ແມ່ນຈາກການປະກອບສ່ວນຂອງ ພະນັກງານ,ທະຫານ,ຕຳຫຼວດ,ລັດວິສາຫະກິດ,ບໍລິສັດ,ຫ້າງຮ້ານ,ນັກທຸລະກິດພາຍໃນເມືອງ ແລະ ຕະຫຼອດຮອດປະຊາຊົນພາຍໃນເມືອງຊ່ວຍກັນສ້າງສາພັດທະນາພື້ນຖານໂຄງລ່າງ…ອ່ານຕໍ່

ກອງພັນທະຫານຮາບ 94 ກອງພົນທີ 4 ຝຶກພາກປະຕິບັດຕົວຈິງໃຫ້ທະການໃຫມ່

ກອງພັນທະຫານຮາບ 94 ກອງພົນທີ 4 ໄດ້ຈັດຕັ້ງຍີງລູກປືນແທ້ໃຫ້ທະຫານໃໝ່ປະຈຳປີ 2021 ຂຶ້ນຢູ່ທີ່ສະໜາມຍິງປືນຂອງກອງພັນທະຫານຮາບ 94 ໃນໄລຍະເວລາ 90 ວັນ

ໃຫ້ທະຫານໃໝ່ ເຊີ່ງໄດ້ ອົບຮົມ-ຫັດແອບ ສິລະປະຢຸດ – ຢຸດທະວິທີທະຫານຮາບ, ຄວາມຮູ້ພື້ນຖານ – ວຽກງານພັກ – ວຽກງານການເມືອງໃນສະພາບຕ່າງໆ, ຮູ້ໄດ້ທິດສະດີຫຼັກການນຳໃຊ້ອາວຸດໃຫ້ມີຄວາມຊຳນິ – ຊຳນານ ເຊິ່ງການຈັດຕັ້ງຍິງລູກປືນແທ້ໃນຄັ້ງນີ້ແມ່ນຍິງປືນ AKM ໄລຍະໄກ 100 ແມັດ, ມີທະຫານໃໝ່ເຂົ້າຮ່ວມ 50 ສະຫາຍ, ຜ່ານການຫັດແອບປະ ສານສຽງແຕກຕົວຈິງເຫັນວ່າ ແຕ່ລະສະຫາຍແຕ່ລະພາກສ່ວນ ສາມາດກຳແໜ້ນບົດຮຽນໄດ້ດີ…ອ່ານຕໍ່

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.