ຂ່າວເດັ່ນ ສຳນັກຂ່າວເດັ່ນມີເດຍລາວ

ປະຈຳວັນທີ 7 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ປະຊາຊົນບ້ານນາອຸງ ສາມາດຜະລິດໃນການເຮັດນາແຊງເຖິງ 160 ໂຕນ

ປີນີ້ ປະຊາຊົນບ້ານນາອຸງ ເມືອງຄຳ ແຂວງຊຽງຂວາງ ເຮັດນາແຊງໃນເນື້ອທີ່ 40 ເຮັກຕາ ປະຈຸບັນນີ້ຖືວ່າເກັບກ່ຽວຜົນຜະລິດເຂົ້ານາແຊງສຳເລັດ 100%

ສະເລ່ຍຜົນຜະລິດໃນ 1 ເຮັກຕ່າ ໄດ້ເຂົ້າ 4 ໂຕ່ນ, ໃນເນື້ອທີ່ 40 ເຮັກຕ່າ ຈະໄດ້ເຂົ້າປະມານ 160 ໂຕ່ນ ເຊິ່ງແນວພັນເຂົ້າທີ່ນຳມາປູກສ່ວນຫຼາຍແມ່ນແນວພັນເຂົ້າໄກ່ນ້ອຍ ເຊິ່ງເປັນແນວພັນເຂົ້າທີ່ນິຍົມກັນປູກຫຼາຍຢູ່ແຂວງຊຽງຂວາງ…ອ່ານຕໍ່

ຄອບຄົວການນຳ ລົງຊ່ວຍເຫຼືອ ເດັກນ້ອຍເມືອງທ່າແຕງ

ຄອບຄົວການນຳແລະນັກທຸລະກິດເມືອງທ່າແຕງແຂວງເຊກອງ ທຸກພາກສ່ວນໃນສັງຄົມຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ແລະ ຄອບຄົວຂອງເດັກພ້ອມກັນເອົາໃຈໃສ່ສະໜັບສະໜູນ ແລະ ປະກອບສ່ວນໃນການປົກປ້ອງຊຸກຍູ້ສົ່ງເສີມເດັກໃຫ້ມີຄຸນນະພາບສູງ

ໄດ້ມອບອຸປະກອນການຮຽນ,ຜ້າປິດປາກ-ດັງ,ເຈວລ້າງມື, ,ເຈ້ຍເອຊີ,ບິກຂຽນ ແລະ ເຂົ້າໜົມໃຫ້ແກ່ໂຮງຮຽນອີກຈ່ຳນວນໜື່ງລວມມູນຄ່າ 1 ລ້ານກວ່າກີບ…ອ່ານຕໍ່

ເລຂາພັກເມືອງເຈົ້າເມືອງຈຳປາສັກ ໄດ້ລົງເຄື່ອນໄຫວປູກຕົ້ນໄມ້ຢູ່ບ້ານດອນທາງຄວາຍ 760 ຕົ້ນ

ທ່ານ ສະຫວາດ​  ແກ້ວບັນດິດ​ ເຈົ້າເມືອ​ງໆຈໍາປາສັກ​ ໄດ້ລົງເຄື່ອນໄຫວຊຸກຍູ້ ຮ່ວມປູກຕົ້ນໄມ້ຢູທີ່ປ່າບ້ານດອນທາງຄວາຍ ຕົ້ນໄມ້ທີນຳມາປູກທັງໝົດຈຳນວນ 760 ຕົ້ນ

ໃນນັ້ນມີ ຕົ້ນໄມ້ດູ່ 430 ຕົ້ນ, ຕົ້ນໄມ້ສັກ195 ຕົ້ນ, ໄມ້ຂະຍູງ​ 125 ຕົ້ນ, ໄມ້ແຕ້ກາງ 10ຕົ້ນ ທີ່ນຳມາປູກໃນຄັ້ງນີ້ ເພື່ອໄຫ້ປ່າບ້ານດອນທາງຄວາຍເປັນປ່າສີຂຽວຂອງບ້ານ ໃຫ້ກາຍເປັນປ່າທີ່ມີຕົ້ນໄມ້ໃຫ່ຍ…ອ່ານຕໍ່

ເມືອງ ວິລະບູລີ ໄດ້ຈັດພິທີສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແລະວັນສິ່ງແວດລ້ອມໂລກ

ເມືອງ ວິລະບູລີ ໄດ້ຈັດພິທີສ້າງຂະບວນການປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ( 1 ມິຖຸນາ ) ແລະ ວັນສິ່ງແວດລ້ອມໂລກ ( 5 ມິຖຸນາ ) ຂອງທຸກປີ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ຊາວເມືອງຈຶ່ງໄດ້ປຸກດອກໄມ້ຫຼາຍຕົ້ນ

ເຊິ່ງເບ້ຍໄມ້ທີ່ນໍາມາປູກໃນມື້ນີ້ປະກອບມີ : ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ກະຖິນເທພາ ຈໍານວນ 250 ເບ້ຍ, ມີປະເພດໄມ້ກິນໝາກ ແລະ ໄມ້ປະດັບ ຈໍານວນ 180 ເບ້ຍ ແລະ ທາງເມືອງໄດ້ກໍານົດເອົາສະຖານທີ່ປູກໃນຈໍານວນ 2 ຈຸດໃຫຍ່ຄື : ເດີ່ນຫ້ອງວ່າການເມືອງ ແລະ ເດີ່ນກິລາບານເຕະຂອງເມືອງ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...