Tag: ໂຍທາ

ກະຊວງໂຍທາ ເຫັນດີໃຫ້ມີການຂົນສົ່ງໂດຍສານ ແລະ ສິນຄ້າເຂົ້າ-ອອກ ສປປ ລາວ ໄດ້ຢ່າງປົກກະຕິ

ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເຫັນດີອະນຸຍາດ ແລະ ຢຸດຕິມາດຕະການຕ່າງໆຜ່ານມາໃນ ການເຂົ້າ-ອອກ ສປປ ລາວ ແລະ ການຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດ ໃນທຸກຮູບແບບເພື່ອໃຫ້ສາມາດດໍາເນີນໄປດ້ວຍຄວາມສະດວກ, ປອດໄພ ແລະ ໂລ່ງລ່ຽນ ໂດຍຕິດພັນກັບ ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງລົດໄຟ, ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດ, ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງນ້ໍາ ແລະ ການຂົນສົ່ງໂດຍສານ ແລະ ສິນຄ້າທາງບົກ.

ໂຍທາຊີ້​ແຈງ​ບັນຫາ​ການ​ຊົດ​ເຊີຍ​​ໂຄງການ​ກໍ່ສ້າງ​ເສັ້ນທາງ​ດອນ​ນົກ​ຂຸ້ມ​ຫາ​ທາງ 450 ປີ.

ພາຍ​ຫລັງ​ທີ່ ສະມາຊິກ​ສະພາ​ແຫ່ງ​ຊາດ  ປະຈຳ​ເຂດ I ນະຄອນ ຫລວງ​ວຽງຈັນ ​ໄດ້​ລົງ​ພົບ​ປະຊາຊົນ ​ເຂດ​ເມືອງ ​ໄຊ​ເສດ​ຖາ ຊຶ່ງ​ໄດ້​ມີ​ຄຳສະ​ເຫ​ນີຫລາຍ​ບັນຫາ​ເພື່ອ​ໃຫ້ ສສຊ ຊ່ວຍ​ແກ້​ໄຂ, ​ໂດຍ​ສະ​ເພາະ​ກ່ຽວກັບ​ການ​ຈ່າຍ​ຄ່າ​ຊົດ​ເຊີຍ ທີ່​ດິນ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ດອນ​ນົກ​ຂຸ້ມ​ຫາ​ທາງ 450 ປີ, ຊຶ່ງ​ຍັງ​ມີ​ປະຊາຊົນ​ຈຳນວນ​ຫລາຍ...