ໂຍທາຊີ້​ແຈງ​ບັນຫາ​ການ​ຊົດ​ເຊີຍ​​ໂຄງການ​ກໍ່ສ້າງ​ເສັ້ນທາງ​ດອນ​ນົກ​ຂຸ້ມ​ຫາ​ທາງ 450 ປີ.

ພາຍ​ຫລັງ​ທີ່ ສະມາຊິກ​ສະພາ​ແຫ່ງ​ຊາດ  ປະຈຳ​ເຂດ I ນະຄອນ ຫລວງ​ວຽງຈັນ ​ໄດ້​ລົງ​ພົບ​ປະຊາຊົນ ​ເຂດ​ເມືອງ ​ໄຊ​ເສດ​ຖາ ຊຶ່ງ​ໄດ້​ມີ​ຄຳສະ​ເຫ​ນີຫລາຍ​ບັນຫາ​ເພື່ອ​ໃຫ້ ສສຊ ຊ່ວຍ​ແກ້​ໄຂ, ​ໂດຍ​ສະ​ເພາະ​ກ່ຽວກັບ​ການ​ຈ່າຍ​ຄ່າ​ຊົດ​ເຊີຍ ທີ່​ດິນ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ດອນ​ນົກ​ຂຸ້ມ​ຫາ​ທາງ 450 ປີ, ຊຶ່ງ​ຍັງ​ມີ​ປະຊາຊົນ​ຈຳນວນ​ຫລາຍ ທີ່​ຍັງ​ບໍ່​ໄດ້​ຮັບ​ເງີ​ນຊົດ​​ເຊີຍ​ບ້ວງ​ດັ່ງກ່າວ, ຕໍ່ກັບ​ບັນຫາ​ນີ້, ໜັງສື​ພິມ​ລາວ​ພັດທະນາ ​ໄດ້ສຳພາດໜ່ວຍງານ​ກ່ຽວຂ້ອງ ຊຶ່ງ​ໄດ້​ຊີ້​ແຈງ​ວ່າ: ​ໂຄງການ​ກໍ່ສ້າງ​ທາງ​ດ່ວນ​ດອນ​ນົກ​ຂຸ້ມ​ຫາ​ທາງ 450 ປີ, ​ໃນ​ເບື້ອງຕົ້ນ ບໍລິສັດ ນ້ຳທາກໍ່ສ້າງ​ຂົວ-ທາງ ຈຳກັດ ​ໄດ້​ຮັບ​ອະນຸຍາດ​ສຳ​ຫລວດ​ອອກ​ແບບ ​ແລະ ລົງທຶນ​ຮັບ​ເຫມົາ​ກໍ່ສ້າງ​ເສັ້ນທາງ​ຕັດ​ໃໝ່ ​ແຕ່​ສາມ​ແຍກ​ໄຟ​ແດງ​ໂພນ​ທັນ ຂ້າມ​ບຶງ​ທາດຫລວງ, ​ໂນນ​ຫວາຍ, ບ້ານ ນາ​ຄວາຍ ​ແລະ ​ເຊື່ອມ​ຕໍ່​ເສັ້ນທາງ 450 ​ປີ, ຕໍ່ມາ ລັດຖະບານ​ໄດ້​ຕົກລົງ​ໃຫ້​ບໍລິສັດ ຫວ່ານ​ເພີງ​ຊ້ຽງ​ໄຮ້ ສປ ຈີນ, ​ເພື່ອ​ພັດທະນາ​ບຶງ​ທາດຫລວງ ​ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ ​ແລະ ​ໄດ້​ມອບ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ແຕ່​ບ້ານ​ດອນ​ນົກ​ຂຸ້ມ ​ໄປ​ຫາ ​ເສັ້ນທາງ​ກຳ​ແພງ​ເມືອງ ຜ່ານ​ບຶງ​ທາດຫລວງ, ບ້ານ ຊຽງດາ, ດົງ​ໂພ​ສີ, ​ເຊື່ອມ​ຕໍ່ ຫາ ທາງ 450 ປີ, ມີ​ຄວາມ​ຍາວ 9,5 ກິ​ໂລ​ແມັດ ​ແລະ ​ເສັ້ນທາງ​ມາ​ຈາກ​ຫລັກ 21 ບ້ານ ນາ​ຄວາຍ ​ເມືອງ ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງຈັນ ​ແທນ, ​ໃຫ້​ເປັນ​ທາງ​ປູ​ຍາງ​ອາດສະ​ຟານ 2 ຊັ້ນ ມູນ​ຄ່າຫລາຍ​ກ່ວາ 76 ​ໂດລາ​ສະຫະລັດ ​ແລະ ສະຫງວນ​ດິນ​ສອງ​ຟາກ​ທາງ 200 ​ແມັດ, ​ເພື່ອ​ໃຫ້​ບໍລິສັດ​ຂາຍ​ຊຳລະໜີ້ ​ໃຫ້​ແກ່​ການກໍ່ສ້າງ​ທາງ, ​ແຕ່​ຕໍ່ມາ​ໂຄງການ​ດັ່ງກ່າວ ​ໄດ້​ຖືກ​ຍົກ​ລະດັບ​ໃຫ້​ເປັນ​ທາງ​ເບ​ຕົງ ຊຶ່ງ​ມີ​ມູນ​ຄ່າ​ເພີ່ມ​ເປັນ 78 ລ້ານ​ກ່ວາໂດ​ລາ​ສະຫະລັດ, ເພື່ອ​ສາມາດແກ້​ໄຂ​ບັນຫາ​ລົດ​ຕິດ, ມີ​ເສັ້ນທາງ​ຂະຫນາດ​ໃຫຍ່​ອອກ​ສູ່​ເສັ້ນທາງ 450 ປີ, ​ເສັ້ນທາງ​ລົດ​ໄຟ ​ແລະ ​ເຊື່ອມ​ຕໍ່​ໃສ່​ເມືອງ​ອັດ​ສະ​ລິ​ຍະ.

     ປັດຈຸບັນ​ວຽກງານ​ກໍ່ສ້າງ​ເສັ້ນທາງ​ໄດ້​ສຳ​ເລັດ​​ແລ້ວປະມານ 65%, ສ້າງ​ຂົວ​ຂ້າມ​ບຶງ​ທາດຫລວງ ສຳ​ເລັດ ປະມານ 90% ​ແລະ ຂົວ​ນາ​ຄວາຍ ປະມານ 80%.

     ທ່ານ ຫົວໜ້າພະ​ແນ​ກ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ນະຄອນ​ຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ​ໃນ​ຜ່ານ​ມາ ​ໄດ້​ຊຳລະ​ຊົດ​​ເຊີຍຜູ້​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ດັ່ງກ່າວ​ແລ້ວ ​ເປັນ ​ເງີ​ນ 103 ຕື້ກີບ ​ແລະ ຍັງ​ສະຫງວນ​ດິນ​ຕາມ​ການ​ສຳ​ຫລວດ​ເກັບ​ກຳ​ຂໍ້ມູນ​ດິນ​ເບື້ອງຕົ້ນ​ຄື: ດິນ​ຖືກ​ຜົນ​ກະທົບ​ທັງໝົດ 691 ຕອນ, ມີ​ເນື້ອທີ່ 3 ລ້ານ​ກ່ວາຕາ​ແມັດ, ​ໃນ​ນີ້ ຕອນ​ດິນ​ທີ່​ຖືກ​ແລວ​ທາງມີ 210 ຕອນ, ມີ​ເນື້ອທີ່ 4 ​ແສນ​ກ່ວາຕາ​ແມັດ, ຕອນ​ດິນ​ຖືກ​ເຂດ​ສະຫງວນ 200 ຕາ​ແມັດ, ​ໄດ້​ຈ່າຍ​ຄ່າ​ຊົດ​ເຊີຍ​ແລ້​ວ 265 ຕອນ, ​ແລະ ຍັງ​ບໍ່ທັນ​ຊົດ​ເຊີຍ 426 ຕອນ.

     ຫົວໜ້າພະ​ແນ​ກດັ່ງກ່າວ ​ໃຫ້​ເຫດຜົນ​ວ່າ: ສາ​ເຫດ​ໂຄງການ​ດຳ​ເນີນ​ຊັກ​ຊ້າ ​ແລະ ການ​ຈ່າຍ​ຄ່າ​ຊົດ​ເຊີຍ​ຍັງ​ມີ​ບັນຫາ ​ເນື່ອງ​ຈາກ​ວ່າ: ​ໂຄງການ​ຂາດ​ການ​ສຶກສາ​ຄົ້ນ​ຄ້ວາ​ວິທີ​ການ ​ແລະ ມາດ​ຕະການ​ຢ່າງ​ລະອຽດ, ບໍລິສັດ​ບໍ່ມີ​ງົບປະມານ​ພຽງພໍ​ໃນ​ການກໍ່ສ້າງ, ການ​ຊົດ​ເຊີຍ​ຈຳນວນໜຶ່ງຍັງ​ຊັກ​ຊ້າ​ເຮັດ​ໃຫ້​ປະຊາຊົນ​ບໍ່ພໍ​ໃຈ, ​ເກີດ​ຄວາມ​ບໍ່​ເຂົ້າ​ໃຈ ລະຫວ່າງ ນະຄອນຫລວງ​ວຽງຈັນ, ກະຊວງ ທີ່​ກ່ຽວຂ້ອງ ກັບ ບໍລິສັດ ​ແລະ ປະຊາຊົນ​ທີ່​ມີ​ດິນ​ຖືກ​ໂຄງການ, ຍ້ອນ​ພາກ​ລັດ​ເຮົາ​ປ່ຽນ​ແລວ​ທາງ, ​ເພາະ​ເສັ້ນທາງ​ເກົ່າ ທີ່​ໄດ້​ຕົກລົງ​ມອບ​ໃຫ້​ບໍລິສັດ​ສຳ​ຫລວດ​ນັ້ນ ບໍລິສັດ ນ້ຳທາ​ໄດ້​ຊື້ສິດ​ນຳ​ໃຊ້​ແລ້ວ, ​ແຕ່​ລັດ​ພັດ​ໄປ​ມອບ​ໃຫ້ ບໍລິສັດ ຫວ້ານ​ເພີງ ​ເປັນ​ຜູ້ກໍ່ສ້າງ ​ແລະ ມາ​ຮອດ​ປັດຈຸບັນ, ດິນ​ທີ່ ບໍລິສັດ​ໄດ້​ຊົດ​ເຊີຍ​ແລ້ວ ​ເພື່ອ​ຂາຍ​ມາ​ເປັນ​ທຶນ​ກໍ່ສ້າງ ​ແມ່ນ​ຂາຍ​ບໍ່​ໄດ້, ບໍ່ສາມາດ​ຊົດ​ເຊີຍ​ໄດ້ຕາມ​ທີ່​ຕົກລົງ​ກັນ, ​ເນື່ອງ​ຈາກ ປະຊາຊົນ ຜູ້​ມີ​ສິດ​ນຳ​ໃຊ້​ທີ່​ດິນ ກໍ​ຮຽກຮ້ອງ ​ເອົາ​ຄ່າ​ຊົດ​ເຊີຍ​ສູງ, ຢາກ​ນ້ຳ​ໃຊ້​ທີ່​ດິນ​ເຂດ​ສະຫງວນ​ເບື້ອງລະ 200 ​ແມັດ, ມີ​ການ​ອອກ​ໃບ​ຕາດິນ​ທັບ​ຊ້ອນ ​ແລະ ອື່ນໆ.

ທີ່​ມາ: ​ໜັງ​ສື​ພິມ ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...