Friday, May 17, 2024
Lenovo

Tag: ນັກອອກແບບ

ຄວາມທ້າທາຍຂອງ ຂັນໄຊ ໃນການອອກແບບຊຸດປະຈຳຊາດ ຂອງ Miss Universe laos 2022

ຊຸດປະຈຳຊາດ Miss Universe laos 2022 ຖືເປັນການນຳສະເໜີ ຄວາມເປັນລາວ ໃນຮູບແບບໃໝ່ ທີ່ຕ່າງຊາດຍັງບໍ່ເຄີຍເຫັນ ນັ້ນກໍຄືວັດທະນະທຳການນຸ່ງຖື ທີ່ເປັນເອກກະລັກຂອງຊົນເຜົ່າໃນລາວ ເພື່ອສື່ເຖິງຄວາມສາມັກຄີພາຍໃນຊາດ, ໂດຍການໃຊ້ໂທນສີບົວ, ສົ້ມ, ແດງ ແລະ ການນຳເອົາຜ້າ 3 ຊົນເຜົ່າຫຼັກໃນລາວ ມາອອກແບບ ບໍ່ວ່າຈະເປັນຜ້າຕະໂອ້ຍ​ ຂອງຊົນເຜົ່າລາວເທິງ (ແຂວງສາລະວັນ), ຜ້າໄໝ ຂອງຊົນເຜົ່າລາວລຸ່ມ ແລະ ຜ້າ ຂອງຊົນເຜົ່າມົ້ງ ມາປະສົມປະສານກັນ, ເຊິ່ງພາຍໃນໂຕຊຸດ ຈະເນັ້ນເປັນງານປັກມືທັງໝົດ ຕ້ອງໄດ້ໃຊ້ຄວາມອົດທົນສູງ ບວກກັບເວລາໃນການເຮັດຊຸດພຽງແຕ່ 6 ອາທິດເທົ່ານັ້ນ ຖືເປັນຄວາມທ້າທາຍຫຼາຍ ສຳລັບ ຂັນໄຊ.

ຈາກຄວາມຫຼົງໄຫຼມົນສະເໜ່ລາຍຜ້າໄໝລາວເດີມ ຈຶ່ງເກີດມີ “ເຮືອນສະເໜ່”

ທ້າວ ພອນປະເສີດ ຈິນດາໄມ, 31 ປີ ເປັນອີກບຸກຄົນໜຶ່ງທີ່ຫຼົງໄຫຼມົນສະເໜ່ຂອງລາຍຜ້າໄໝບູຮານຂອງລາວ ໂດຍສະເພາະແມ່ນ ລາຍຜ້າແບບ ຫຼວງພະບາງ ທີ່ມີຄວາມງົດງາມເປັນເອກະລັກສະເພາະຕົວ ເຂົາຈຶ່ງຜັນຕົວມາເປັນ ນັກອອກແບບ ແລະ ໄດ້ເປີດຫ້ອງເສື້ອທີ່ມີຊື່ວ່າ "ເຮືອນສະເໜ່" ເພື່ອສື່ເຖິງເອກະລັກຂອງຄວາມເປັນລາວບູຮານ ແລະ ມົນສະເໜ່ຂອງຜ້າໄໝລາວ.

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!