Friday, March 21, 2025

ຈາກຄວາມຫຼົງໄຫຼມົນສະເໜ່ລາຍຜ້າໄໝລາວເດີມ ຈຶ່ງເກີດມີ “ເຮືອນສະເໜ່”

ທ້າວ ພອນປະເສີດ ຈິນດາໄມ, 31 ປີ ເປັນອີກບຸກຄົນໜຶ່ງທີ່ຫຼົງໄຫຼມົນສະເໜ່ຂອງລາຍຜ້າໄໝບູຮານຂອງລາວ ໂດຍສະເພາະແມ່ນ ລາຍຜ້າແບບ ຫຼວງພະບາງ ທີ່ມີຄວາມງົດງາມເປັນເອກະລັກສະເພາະຕົວ ເຂົາຈຶ່ງຜັນຕົວມາເປັນ ນັກອອກແບບ ແລະ ໄດ້ເປີດຫ້ອງເສື້ອທີ່ມີຊື່ວ່າ “ເຮືອນສະເໜ່” ເພື່ອສື່ເຖິງເອກະລັກຂອງຄວາມເປັນລາວບູຮານ ແລະ ມົນສະເໜ່ຂອງຜ້າໄໝລາວ.

ພອນປະເສີດ ໄດ້ໃຫ້ສໍາພາດກັບ ອິນໄຊລາວ ວ່າ: ເຂົາຮຽນຈົບຈາກ ມະຫາວິທະຍາໄລ ເສດຖະກິດແຫ່ງຊາດ ຮ່າໂນ້ຍ ສສ. ຫວຽດນາມ, ສາຂາຄຸ້ມຄອງເສດຖະກິດ, ແຕ່ດ້ວຍຄວາມທີ່ມັກຮັກໃນເລື່ອງຂອງການແຕ້ມ-ການອອກແບບ ມາແຕ່ຍັງນ້ອຍ ຈຶ່ງຕັດສິນໃຈຫັນມາເອົາດີທາງດ້ານການອອກແບບ ໂດຍອາໄສພອນສະຫວັນຂອງໂຕເອງ ເພື່ອສ້າງສັນຜົນງານອອກມາ ຈົນມີເກີດຊື່ແບຣນເປັນຂອງໂຕເອງ ເຊິ່ງມີຊື່ວ່າ: SANÉ ເຊິ່ງເປັນແບຣນເສື້ອຜ້າແຟຊັນແມ່ຍິງທົ່ວໄປ ເປັນຕົ້ນແມ່ນ ຊຸດລາຕີ, ເສື້ອ, ໂສ້ງ, ກະໂປ່ງ, ກະເປົ໋າຜ້າ, ສ່ວນຜ້າໄໝທີ່ນໍາມາເຮັດສ່ວນຫຼາຍແມ່ນມາຈາກທ້ອງຖິ່ນທາງພາກໃຕ້ ເຊັ່ນ ຜ້າລະຫານໍ້າ ຫຼື ຜ້າມັດມີ່, ຜ້າກະຫຼ່ຽງ ຈາກ ເຊກອງ ນໍາມາອອກແບບໃຫ້ເປັນເສື້ອຜ້າແບບລາວປະຍຸກ ໂດຍເອກະລັກສະເພາະຂອງ SANÉ ແມ່ນອອກແບບບໍ່ໃຫ້ຫຼາຍເກີນໄປ ເນັ້ນຄວາມລຽບງ່າຍ ແຕ່ເບິ່ງມີລະດັບ ໃຫ້ເຂົ້າກັບຍຸກສະໄໝໃນປັດຈຸບັນ ແລະ ກໍຖືວ່າໄດ້ຮັບການຕອບຮັບເປັນຢ່າງດີ.

ນອກຈາກນີ້ SANÉ ກໍໄດ້ມີໂອກາດ ເຂົ້າຮ່ວມການປະກວດນັກອອກແບບໜຸ່ມນ້ອຍຂອງໂຄງການ ລາວແຟຊັນວິກ ແລະ ປະກວດແຟຊັນລາວ, ຕໍ່ມາ ກໍໄດ້ຮັບໂອກາດຈາກຜູ້ໃຫຍ່ ທີ່ໃຫ້ເຮົາໄດ້ຮ່ວມສະແດງຜົນງານ ໂດຍຜ່ານການເດີນແບບໃນງານ Lao Fashion Week 2020 ກໍຍິ່ງເຮັດໃຫ້ SANÉ ເປັນທີ່ຮູ້ຈັກກວ້າງໄປອີກຕື່ມ ເຮັດໃຫ້ມີ ອໍເດີ ຈາກແຂກຜູ້ໃຫຍ່, ນັກທຸລະກິດ, ໂດຍສະເພາະແມ່ນນັກທ່ອງທ່ຽວຕ່າງປະເທດ ເຊິ່ງກໍເປັນອີກໜຶ່ງຄວາມຕັ້ງໃຈຂອງເຮົາທີ່ຢາກໃຫ້ຜະລິດຕະພັນຜ້າໄໝລາວ ເປັນທີ່ຮູ້ຈັກຂອງຕ່າງປະເທດ.

ສ່ວນ “ເຮືອນສະເໜ່” ແມ່ນຫາແຕ່ເລີ່ມມາໄດ້ 2 ປີກວ່າ ເຊິ່ງເປັນຫ້ອງເສື້ອຫັດຖະກໍາລາວເດີມ ແບບຊາວວັງຂອງ ຫຼວງພະບາງ ຈຸດເລີ່ມຕົ້ນແມ່ນມາຈາກຄວາມມັກສ່ວນຕົວ ມັນຢູ່ໃນຄວາມຊົງຈໍາຂອງເຮົາມາຕັ້ງແຕ່ນ້ອຍ ເຫັນຕາມງານປະກວດນາງສັງຂານ, ຜ້າລາຍບູຮານຕ່າງໆ ເຫັນແລ້ວກໍຮູ້ສຶກສະອອນໃນຄວາມປານີດ, ການປັກດິ້ງ, ການແສ່ວ ເຊິ່ງມັນຄືມີມົນສະເໜ່ ທີ່ເຮັດໃຫ້ເຮົາຢາກເຂົ້າໄປຈັບ, ໄປບາຍ, ຢາກໄປສວມໃສ່.

ຊຶ່ງໃນເມື່ອກ່ອນເຮົາອາດຈະມັກຊື່ໆ ແຕ່ບໍ່ໄດ້ໃຫ້ເວລາກັບມັນ, ພໍແຕ່ເຮົາໄດ້ສິ້ນປັກດິ້ງ ຫຼວງພະບາງ ຜືນທໍາອິດ ທີ່ເຂົາເຈົ້າເອົາມາຂາຍໃຫ້ ກໍເລີ່ມສະສົມ, ຕັ້ງໃຈສຶກສາລາຍ, ຫາລາຍທີ່ຫາຍາກ, ສິ້ນເກົ່າ, ເສື້ອທີ່ນຸ່ງແລ້ວເຂົ້າກັນ ເຮົາກໍຈະຈັບມາເຮັດຊຸດດຽວກັນຈົນກາຍມາເປັນ “ເຮືອນສະເໜ່” ຂຶ້ນມາ.

ໃນຕອນທຳອິດກະແສຂອງ “ເຮືອນສະເໜ່” ກໍອາດຈະບໍ່ຄ່ອຍດີປານໃດ ເພາະຢູ່ໃນຊ່ວງທີ່ມີການລະບາດຂອງພະຍາດ ໂຄວິດ-19, ພໍມາເຖິງ ປັດຈຸບັນ ກໍເລີ່ມໄດ້ຮັບການຕອບຮັບ ແລະ ໄດ້ຮັບຄວາມສົນໃຈຫຼາຍຂຶ້ນ. ຫຼ້າສຸດ “ເຮືອນສະເໜ່” ໄດ້ຮັບໂອກາດຮ່ວມຍ່າງພົມແດງ ກັບບັນດານັກສະແດງຈາກ ສປປ ລາວ ໃນຕີມ “ແຫ່ນາງສັນຂານ” ທີ່ ຈັງຫວັດ ຂອນແກ່ນ, ປະເທດໄທ ໃນເທດສະການຮູບເງົາເມືອງແຄນຄັ້ງທີ 6, ຖືເປັນໂອກາດອັນດີທີ່ໃຫ້ “ເຮືອນສະເໜ່” ເປັນຕົວແທນໃນການເຜີຍແຜ່ຮີດຄອງປະເພນີ, ວັດທະນະທໍາການນຸ່ງຖື ທີ່ເປັນເອກກະລັກຂອງຄົນລາວ ໃຫ້ກັບຕ່າງປະເທດໄດ້ຊື່ນຊົມ.

ພອນປະເສີດ ບອກວ່າ: ໃນນາມນັກອອກແບບ ແລະ ເປັນເຈົ້າຂອງຫ້ອງເສື້ອ “ເຮືອນສະເໜ່” ຂໍຝາກຜົນງານ SANÉ  ແລະ ເຮືອນສະເໜ່ SANÉ house ເຈົ້າບ່າວເຈົ້າສາວ ຫຼື ບຸກຄົນທົ່ວໄປ ຫາກສົນໃຈມາຖ່າຍຮູບກໍຂໍຮຽນເຊີນ  ແລະ ນອກນັ້ນກໍຍັງມີ ສະເໜ່ອັນເດີແວ (SANÉ underwear) ເຊິ່ງເປັນຜະລິດຕະພັນທີ່ເຮັດມາເພື່ອກຸ່ມລູກຄ້າທີ່ເປັນຜູ້ຊາຍໂດຍສະເພາະ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່