Tag: ໝູຢໍ່ປ້າລີ

“ໝູຢໍ່ປ້າລີ” ເປີດໂຮງງານໃໝ່ ໃຫຍ່ກວ່າເກົ່າ ກຽມຄວາມພ້ອມສົ່ງອອກຕ່າງປະເທດ.

ເພື່ອເປັນການຂະຫຍາຍການຕະຫຼາດໃຫ້ກວ້າງຂຶ້ນ ແລະ ກຽມຄວາມພ້ອມໃນການສົ່ງອອກໄປຕ່າງປະເທດ “ໝູຢໍ່ປ້າລີ” ຈຶ່ງຕັດສິນໃຈ ສ້າງໂຮງງານຂຶ້ນມາໃໝ່ ທີ່ທັງໃຫຍ່ສາມາດສ້າງຜະລິດຕະພັນອອກມາບໍ່ຕ່ຳກວ່າ 1-1,5 ໂຕນຕໍ່ມື້ ພ້ອມທັງຮັບປະກັນໄດ້ໃນເລື່ອງຂອງຄວາມສະອາດ, ຖືກຫຼັກອານາໄມ ໂດຍໂຮງງານຜະລິດໝູຢໍ່ປ້າລີ ແຫ່ງນີ້ ແມ່ນໄດ້ເປີດເປັນທາງການໃນວັນທີ 30 ພຶດສະພາ 2023 ຢູ່ທີ່ບ້ານ ດົງໝາກຄາຍ, ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ ແລະ .

ປ່ຽນວິກິດໃຫ້ເປັນໂອກາດ! ໝູຢໍ່ປ້າລີ ຂາຍດີຊ່ວງໂຄວິດ.

ໂຄວິດ-19 ແມ່ນວິກິດການໜຶ່ງ ທີ່ໄດ້ສ້າງຜົນກະທົບໃຫ້ກັບຫຼາຍໆ ທຸລະກິດໃນລາວ ຈົນເຮັດໃຫ້ທຸລະກິດບາງອັນຕ້ອງໄດ້ປິດໂຕລົງ. ແຕ່ສຳລັບ “ຮ້ານໝູຢໍ່ປ້າລີ” ໄດ້ປ່ຽນວິກິດການດັ່ງໃຫ້ເປັນໂອກາດທາງທຸລະກິດ ດ້ວຍການນຳສິນຄ້າ ມາໂພສຂາຍໃນອອນລາຍໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດ ໂຄວິດ-19.