Tag: VietJet

Vietjet ເພີ່ມຍົນລໍາໃໝ່ ເປັນ 121ລໍາ ເພື່ອຮອງຮັບການເດີນທາງໃນທ້າຍປີ ແລະ ການຂະຫຍາຍເສັ້ນທາງສາກົນ

(ນະຄອນຫຼວງວຽງຈັນ, ວັນທີ 15 ກັນຍາ 2025) – ສາຍການບິນ Vietjet ໄດ້ຕ້ອນຮັບຍົນໂດຍສານແອຣບັສ A330 ລໍາໃໝ່, ເຊິ່ງເຮັດໃຫ້ເຮືອບິນທັງໝົດຂອງສາຍການບິນມີເຖິງ 121 ລໍາ (ລວມທັງການດໍາເນີນງານອື່ນໆຂອງ Vietjet). ຄວາມສໍາເລັດທີ່ໂດດເດັ່ນນີ້ແມ່ນໄດ້ເນັ້ນໜັກເຖິງຍຸດທະສາດການເຕີບໂຕແບບຍືນຍົງຂອງສາຍການບິນ ແລະ ຄວາມພ້ອມທີ່ຈະຕອບສະໜອງຄວາມຕ້ອງການໃນການເດີນທາງ ແລະ ການຄ້າທີ່ເພີ່ມຂຶ້ນໃນຊ່ວງລະດູທ່ອງທ່ຽວທ້າຍປີ.

ສາຍການບິນ Vietjet ໄດ້ຮັບລາງວັນຄວາມຍືນຍົງລະດັບໂລກ ປະຈໍາປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 10 ກັນຍາ 2025) – ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນຜູ້ຊະນະເລີດລະດັບໂລກຂອງລາງວັນຄວາມຍືນຍົງ 2025 (Sustainability Awards 2025) ຈາກ AirlineRatings.com, ເວັບໄຊທ໌ຈັດອັນດັບຄວາມປອດໄພ ແລະ...

ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນເຄິ່ງປີທໍາອິດຂອງ 2025 ພ້ອມປະກາດເສັ້ນທາງໃໝ່ຈາກ ນະຄອນໂຮ່ຈີມິນ – ນະຄອນຫຼວງມານີລາ

(ນະຄອນຫຼວງວຽງຈັນ, ວັນທີ 1 ກັນຍາ 2025) - ສາຍການບິນ Vietjet ໄດ້ເຜີຍແຜ່ບົດລາຍງານການກວດສອບບັນຊີການເງິນສໍາລັບເຄິ່ງປີທໍາອິດຂອງປີ 2025, ໂດຍລາຍງານການເຕີບໂຕທີ່ໂດດເດັ່ນ ແລະ ເສີມສ້າງຄວາມເຂັ້ມແຂງໃນຖານະສາຍການບິນທີ່ກໍາລັງຂະຫຍາຍຕົວໃນລະດັບສາກົນ. ນອກຈາກນີ້, ສາຍການບິນດັ່ງກ່າວຍັງໄດ້ປະກາດເສັ້ນທາງໃໝ່ ໂດຍມີຖ້ຽວບິນກົງເຊື່ອມຕໍ່ລະຫວ່າງນະຄອນໂຮ່ຈີມິນ, ເຊິ່ງເປັນສູນກາງທາງດ້ານເສດຖະກິດຂອງຫວຽດນາມ,...

ເດີນທາງ ນະຄອນຫຼວງວຽງຈັນ – ນະຄອນໂຮ່ຈີມິນ ກັບປີ້ລາຄາ 0 ໂດລາ ຂອງສາຍການບິນ Vietjet

(ນະຄອນຫຼວງວຽງຈັນ, ວັນທີ 27 ສິງຫາ 2025) – ສາຍການບິນ Vietjet ມອບໂອກາດພິເສດໃຫ້ແກ່ນັກເດີນທາງຈາກ ສປປ ລາວ ເພື່ອຈອງການເດີນທາງໄປປະເທດຫວຽດນາມຄັ້ງຕໍ່ໄປ ດ້ວຍໂປຣໂມຊັນພິເສດໃນໄລຍະຈຳກັດ ຈົນເຖິງວັນທີ 30 ສິງຫາ, ດ້ວຍລາຄາທີ່ໜ້າສົນໃຈໃນທົ່ວທຸກເສັ້ນທາງບິນ.

Vietjet ເລີ່ມລົງມືສ້າງສູນສ້ອມແປງເຮືອບິນທີ່ສຳຄັນ ແລະ ເພີ່ມ 10,000 ບ່ອນນັ່ງພິເສດສຳລັບການເດີນທາງໃນວັນພັກ

(ນະຄອນຫຼວງວຽງຈັນ, ວັນທີ 22 ສິງຫາ 2025) – ອາທິດນີ້ Vietjet ໄດ້ສ້າງສອງບາດກ້າວສຳຄັນຄື: ໄດ້ລົງມືກໍ່ສ້າງສູນສ້ອມແປງເຮືອບິນທີ່ທັນສະໄໝຢູ່ສະໜາມບິນສາກົນ Long Thanh ຢ່າງເປັນທາງການ ແລະ ປະກາດເພີ່ມ 10,000 ບ່ອນນັ່ງໃນເກືອບ 50 ຖ້ຽວບິນພິເສດ ໃນຊ່ວງວັນພັກວັນຊາດຂອງຫວຽດນາມ (30 ສິງຫາ - 2 ກັນຍາ). ພ້ອມກັນນີ້, ການລິເລີ່ມດັ່ງກ່າວໄດ້ເນັ້ນໃຫ້ເຫັນເຖິງການລົງທຶນໃນໄລຍະຍາວຂອງ Vietjet ຕໍ່ອະນາຄົດຂອງການບິນໃນຫວຽດນາມ, ໃນຂະນະດຽວກັນກໍໄດ້ເພີ່ມທາງເລືອກ ແລະ ຄວາມສະດວກສະບາຍໃຫ້ແກ່ນັກທ່ອງທ່ຽວຊາວລາວທີ່ຈະເດີນທາງໄປຫວຽດນາມໃນຊ່ວງວັນພັກທີ່ຄຶກຄັກທີ່ສຸດ.

Vietjet ໄດ້ເນັ້ນຫນັກເຖິງຄວາມສໍາເລັດໃນຄວາມຍືນຍົງ ແລະ ຄວາມດີເລີດຂອງສະຖານທີ່ເຮັດວຽກທົ່ວທະວີບອາຊີ.

Vietjet ໄດ້ເນັ້ນຫນັກເຖິງຄວາມສໍາເລັດໃນຄວາມຍືນຍົງ ແລະ ຄວາມດີເລີດຂອງສະຖານທີ່ເຮັດວຽກທົ່ວທະວີບອາຊີ. (ນະຄອນຫຼວງວຽງຈັນ, 20 ສິງຫາ 2025) – Vietjet ສະເຫລີມສະຫລອງ 2 ຄວາມສໍາເລັດອັນສໍາຄັນໃນເດືອນສິງຫາ ນີ້, ເພື່ອເສີມສ້າງ ສະຖານະພາບຂອງສາຍການບິນໃນ ຖານະຜູ້ນໍາໃນທະວີບອາຊີຂອງສາຍການບິນ ແລະ ເປັນພາດເນີທີ່ໄວ້ວາງໃຈໄດ້ສໍາລັບນັກເດີນທາງຈາກປະເທດລາວ.

ສະເຫຼີມສະຫຼອງວັນຊາດຫວຽດນາມໄປກັບຂໍ້ສະເໜີພິເສດສຳລັບທຸກຖ້ຽວບິນຂອງສາຍການບິນ Vietjet

(ນະຄອນຫຼວງວຽງຈັນ, ວັນທີ 19 ສິງຫາ 2025) – ສາຍການບິນ Vietjet ຂໍເຊີນຊວນນັກທ່ອງທ່ຽວຊາວລາວໄປສຳຫຼວດປະເທດຫວຽດນາມ ດ້ວຍລາຄາສຸດພິເສດໄດ້ໃນທົ່ວເຄືອຂ່າຍການບິນຂອງສາຍການບິນ, ລວມທັງເສັ້ນທາງນະຄອນຫຼວງວຽງຈັນ - ນະຄອນໂຮ່ຈີມິນ ທີ່ເປີດໃໝ່ ເພື່ອເປັນການສະເຫຼີມສະຫຼອງວັນຄົບຮອບ 80 ປີ ຂອງວັນຊາດຫວຽດນາມ. ໃນຂະນະທີ່ການສະເຫຼີມສະຫຼອງຈະຈັດຂຶ້ນ ໃນວັນທີ 2 ກັນຍາ, ແຕ່ລາຄາພິເສດນີ້ແມ່ນໃຊ້ໄດ້ສຳລັບການເດີນທາງໃນເດືອນຕໍ່ໆໄປ, ເຊິ່ງເປັນໂອກາດດີທີ່ໃຫ້ນັກທ່ອງທ່ຽວໄດ້ວາງແຜນການຜະຈົນໄພໃນຫວຽດນາມຂອງພວກເຂົາ.

VietJet ຂະຫຍາຍສາຍການບິນ ແລະ ເປີດເສັ້ນທາງໂດຍກົງໃໝ່ໄປຍີ່ປຸ່ນເລັ່ງ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 30 ເມສາ 2025) – VietJet ໄດ້ຕ້ອນຮັບເຮືອບິນ Airbus A321neo ACF ລຸ້ນໃໝ່, ເພື່ອເສີມຂະຫຍາຍສາຍການບິນທີ່ທັນສະໄໝຂຶ້ນ. ນອກ​ນັ້ນ​ຍັງ​ມີ​ການ​ເປີດ​ຕົວ​ເສັ້ນທາງ​ບິນໂດຍກົງ​ໃໝ່​ທີ່​ເຊື່ອມ​ຕໍ່​ກັບນະຄອນ​ໂຮ່ຈິ​ມິນ ​ກັບ Nagoya ​ແລະ Fukuoka ປະເທດຍີ່ປຸ່ນ, ​ໂດຍ​ເຮັດໃຫ້​ໃຫ້​ຜູ້​ໂດຍສານ​ມີ​ທາງ​ເລືອກ​ໃນ​ການ​ເດີນທາງ​ຫຼາຍ​ຂຶ້ນ. ບັນດາ​ການ​ຜັນ​ຂະຫຍາຍ​ດັ່ງກ່າວ​ເປັນ​​ແນວທາງ​ສຳຄັນ​ໃນ​ການ​ຜັນ​ຂະຫຍາຍ​ປີ 2025 ຂອງ VietJet ​ເພື່ອ​ແນ່​ໃສ່​ປັບປຸງ​ຄວາມ​ສະດວກ​ໃນ​ການ​ເດີນທາງ ​ແລະ ຊຸກຍູ້​ການ​ແລກປ່ຽນ​ດ້ານ​ວັດທະນະທຳ ​ແລະ ເສດຖະກິດ​ໃນ​ທົ່ວ​ພາກ​ພື້ນ ອາຊີ - ປາຊີ​ຟິກ.