ສາຍການບິນ Vietjet ໄດ້ຮັບລາງວັນຄວາມຍືນຍົງລະດັບໂລກ ປະຈໍາປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 10 ກັນຍາ 2025) ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນຜູ້ຊະນະເລີດລະດັບໂລກຂອງລາງວັນຄວາມຍືນຍົງ 2025 (Sustainability Awards 2025) ຈາກ AirlineRatings.com, ເວັບໄຊທ໌ຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊັ້ນນຳຂອງໂລກ. ການໄດ້ຮັບລາງວັນຄັ້ງນີ້ໄດ້ເສີມສ້າງຄວາມເຂັ້ມແຂງໃນຖານະຕໍາແໜ່ງຂອງ Vietjet ໃນການເປັນສາຍການບິນບຸກເບີກໃນອາຊີ ແລະ ເປັນຄູ່ຮ່ວມເດີນທາງທີ່ໜ້າເຊື່ອຖືສໍາລັບຜູ້ໂດຍສານຊາວລາວ, ໂດຍໃຫ້ບໍລິການຖ້ຽວບິນທີ່ປອດໄພ, ທັນສະໄໝ, ລາຄາທີ່ສາມາດຈັບຕ້ອງໄດ້ ແລະ ມີຄວາມຍືນຍົງ ບໍ່ວ່າຈະເດີນທາງເພື່ອການພັກຜ່ອນ, ທຸລະກິດ ຫຼື ເຊື່ອມຕໍ່ໄປທົ່ວໂລກ.

ລາງວັນຄວາມຍືນຍົງ 2025 ແມ່ນໄດ້ເລີ່ມຈັດຂຶ້ນເປັນປີທໍາອິດໂດຍ AirlineRatings ເພື່ອເປັນການຮັບຮອງສາຍການບິນທີ່ມີຄວາມກ້າວໜ້າຢ່າງແທ້ຈິງໃນການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ. ໃນຈຳນວນຜູ້ຊະນະເລີດທົ່ວໂລກພຽງ 7 ສາຍການບິນ, Vietjet ມີຄວາມພູມໃຈທີ່ໄດ້ເປັນໜຶ່ງໃນສາມສາຍການບິນລາຄາປະຢັດທີ່ໄດ້ຮັບການຍອມຮັບໃນການລິເລີ່ມທີ່ໂດດເດັ່ນໃນອຸດສາຫະກຳກ່ຽວກັບຄວາມຍືນຍົງ ແລະ ການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ.

ສາຍການບິນ Vietjet ໄດ້ຮັບການຍອມຮັບໃນການດໍາເນີນງານການບິນທີ່ມີຄວາມທັນສະໄໝ ແລະ ໃໝ່ທີ່ສຸດໃນພາກພື້ນອາຊີ-ປາຊີຟິກ, ສ່ວນໃຫຍ່ແມ່ນເຮືອບິນ Airbus A321neo ເຊິ່ງຊ່ວຍປະຢັດນໍ້າມັນໄດ້ຢ່າງຫຼວງຫຼາຍ ລວມທັງຫຼຸດຜ່ອນການປ່ອຍກາສ CO2 ແລະ ສຽງດັງ ເມື່ອທຽບກັບເຮືອບິນລຸ້ນກ່ອນ. ສາຍການບິນດັ່ງກ່າວຍັງເປັນຜູ້ລິເລີ່ມນໍາໃຊ້ເຊື້ອເພີງການບິນແບບຍືນຍົງ (SAF) ໃນປະເທດຫວຽດນາມ ແລະ ໄດ້ນຳໃຊ້ນະວັດຕະກໍາຕ່າງໆເພື່ອເພີ່ມປະສິດທິພາບການໃຊ້ນໍ້າມັນໃນທົ່ວການດໍາເນີນງານ.

Vietjet ເປັນສາຍການບິນທໍາອິດໃນປະເທດຫວຽດນາມທີ່ເຜີຍແຜ່ບົດລາຍງານຄວາມຍືນຍົງ ESG. ເມື່ອບໍ່ດົນມານີ້, ສາຍການບິນດັ່ງກ່າວໄດ້ຮ່ວມມືກັບ Petrolimex Aviation ເພື່ອນໍາໃຊ້ SAF ທີ່ຜະລິດໃນຫວຽດນາມເປັນຄັ້ງທຳອິດພາຍໃຕ້ມາດຕະຖານ ISCC EU, ເຊິ່ງຕອບສະໜອງຄວາມຕ້ອງການດ້ານຄວາມຍືນຍົງທີ່ເຂັ້ມງວດ. ຮອດປີ 2025, Vietjet ໄດ້ລົງທຶນຫຼາຍຕື້ໂດລາສະຫະລັດໃນການຍົກລະດັບເຮືອຂົນສົ່ງ, ລວມທັງການສັ່ງຊື້ເຮືອບິນລຳຕົວໃຫຍ່ Airbus A330neo ລຸ້ນໃໝ່ 40 ລຳ ເຊິ່ງຊ່ວຍຫຼຸດຜ່ອນການບໍລິໂພກນໍ້າມັນ ແລະ ການປ່ອຍກາສ CO2 ໄດ້ເຖິງ 25% ເມື່ອທຽບກັບເຮືອບິນລຸ້ນກ່ອນ – ພ້ອມກັບເຮືອບິນ Airbus A321neo ເພີ່ມເຕີມອີກ 100 ລໍາ. ການລົງທຶນເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ Vietjet ໃນການສົ່ງເສີມການບິນແບບຍືນຍົງ ແລະ ສະໜັບສະໜູນເປົ້າໝາຍລະດັບໂລກໃນການປ່ອຍອາຍພິດສຸດທິເປັນສູນພາຍໃນປີ 2050.

AirlineRatings ໄດ້ປະເມີນຄວາມປອດໄພ, ຜະລິດຕະພັນເທິງຖ້ຽວບິນ, ແລະ ປັດໄຈອື່ນໆ, ແລະ ການຈັດອັນດັບຂອງພວກເຂົາແມ່ນໄດ້ຮັບຄວາມໄວ້ວາງໃຈຈາກຜູ້ໂດຍສານຫຼາຍລ້ານຄົນຈາກ 195 ປະເທດ. ສາຍການບິນ Vietjet ໄດ້ຖືກຈັດອັນດັບໃຫ້ເປັນໜຶ່ງໃນສາຍການບິນທີ່ປອດໄພທີ່ສຸດໃນໂລກຢ່າງຕໍ່ເນື່ອງ, ໂດຍມີການຮັກສາອັນດັບຄວາມປອດໄພສູງສຸດ 7/7 ດາວ ນັບຕັ້ງແຕ່ປີ 2018 ໂດຍ AirlineRatings.

More from author

Related posts

Latest posts

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.

ຊຳຊຸງເປີດຕົວ Galaxy S26 FE ຍົກລະດັບກ້ອງ AI ໃໝ່ລ່າສຸດ ພ້ອມການອອກແບບສຸດພຣີມຽມ

ຊຳຊຸງເປີດຕົວ Galaxy S26 FE ສົ່ງມອບປະສົບການລະດັບເຮືອທຸງລ່າສຸດດ້ວຍ One UI 9 ແລະ ຟີເຈີກ້ອງພ້ອມ Galaxy AI ສຸດລ້ຳ ຊ່ວຍຍົກລະດັບການຖ່າຍພາບ, ການສ້າງສັນ ແລະ ການເຮັດກິດຈະກຳອອນລາຍໃນທຸກໆ ມື້. ກັບການອອກແບບທີ່ບາງເບົາ, Galaxy S26 FE ຫຼູຫຼາ ແຕ່ທົນທານດ້ວຍ...

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.