Vietjet ເພີ່ມຍົນລໍາໃໝ່ ເປັນ 121ລໍາ ເພື່ອຮອງຮັບການເດີນທາງໃນທ້າຍປີ ແລະ ການຂະຫຍາຍເສັ້ນທາງສາກົນ

(ນະຄອນຫຼວງວຽງຈັນ, ວັນທີ 15 ກັນຍາ 2025) – ສາຍການບິນ Vietjet ໄດ້ຕ້ອນຮັບຍົນໂດຍສານແອຣບັສ A330 ລໍາໃໝ່, ເຊິ່ງເຮັດໃຫ້ເຮືອບິນທັງໝົດຂອງສາຍການບິນມີເຖິງ 121 ລໍາ (ລວມທັງການດໍາເນີນງານອື່ນໆຂອງ Vietjet). ຄວາມສໍາເລັດທີ່ໂດດເດັ່ນນີ້ແມ່ນໄດ້ເນັ້ນໜັກເຖິງຍຸດທະສາດການເຕີບໂຕແບບຍືນຍົງຂອງສາຍການບິນ ແລະ ຄວາມພ້ອມທີ່ຈະຕອບສະໜອງຄວາມຕ້ອງການໃນການເດີນທາງ ແລະ ການຄ້າທີ່ເພີ່ມຂຶ້ນໃນຊ່ວງລະດູທ່ອງທ່ຽວທ້າຍປີ.

ເຮືອບິນ A330 ທີ່ໃຊ້ເຄື່ອງຈັກ Rolls-Royce Trent 700 ໄດ້ຊ່ວຍປະຢັດນໍ້າມັນ ແລະ ເພີ່ມປະສິດທິພາບໃນການບິນ. ເຮືອບິນລຳນີ້ຈະຖືກນຳໃຊ້ໃນທັນທີສຳລັບຖ້ຽວບິນຂອງ Vietjet ໄປອົດສະຕາລີ, ອິນເດຍ, ຍີ່ປຸ່ນ, ແລະ ກາຊັກສະຖານ ເພື່ອໃຫ້ຜູ້ໂດຍສານໄດ້ຮັບຄວາມສະດວກສະບາຍຫຼາຍຂຶ້ນ. ທັງນີ້, ນັກທ່ອງທ່ຽວຈາກລາວກໍໄດ້ຮັບຜົນປະໂຫຍດຈາກການຂະຫຍາຍສາຍການບິນນີ້ ເມື່ອເດີນທາງໄປຫາຈຸດໝາຍປາຍທາງຕ່າງໆໃນພາກພື້ນອາຊີປາຊີຟິກໂດຍຜ່ານປະເທດຫວຽດນາມ, ໂດຍສາຍການບິນມີຖ້ຽວບິນໂດຍກົງລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ.

ເຮືອບິນດັ່ງກ່າວມີສັນຍາລັກພິເສດຂອງສາຍການບິນ Vietjet ຄື: ສີແດງ ແລະ ສີເຫຼືອງສົດໃສ, ພ້ອມດ້ວຍສາຍໄໝສີທອງທີ່ເປັນສັນຍາລັກຂອງການເຊື່ອມຕໍ່, ການແລກປ່ຽນວັດທະນະທຳ ແລະ ການເຊື່ອມໂຍງທົ່ວໂລກ. ດ້ວຍເຮືອບິນທີ່ທັນສະໄໝ ແລະ ເຮືອບິນໃໝ່ຫຼາຍກວ່າ 400 ລຳທີ່ໄດ້ສັ່ງຊື້ຈາກບໍລິສັດແອຣບັສ ແລະ ໂບອິງຈົນຮອດປີ 2030, ສາຍການບິນ Vietjet ຍັງສືບຕໍ່ຂະຫຍາຍເຄືອຂ່າຍການບິນສາກົນ, ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ເພີ່ມປະສິດທິພາບການດໍາເນີນງານ, ພ້ອມທັງສົ່ງມອບການເດີນທາງທີ່ປອດໄພ ແລະ ຫນ້າຈົດຈໍາໃຫ້ແກ່ຜູ້ໂດຍສານທົ່ວໂລກ ແລະ ສ້າງມູນຄ່າທີ່ຍືນຍົງໃນໄລຍະຍາວໃຫ້ແກ່ຜູ້ຖືຫຸ້ນຂອງບໍລິສັດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...