SCG ສະໜັບສະໜູນການສຶກສາເຍົາວະຊົນ ສານຝັນນັກຮຽນໃນໂຄງການ Sharing the Dream 2025

ບໍລິສັດ SCG ເປີດຮັບສະໝັກນັກຮຽນລະດັບມັດທະຍົມຕອນປາຍ ແລະ ນັກສຶກສາລະດັບມະຫາວິທະຍາໄລ ຂອງໂຮງຮຽນລັດ ເພື່ອຂໍຮັບທຶນໃນໂຄງການ Sharing the Dream 2025. ໂຄງການນີ້ SCG ດໍາເນີນຢູ່ໃນ ສປປ ລາວ ຢ່າງຕໍ່ເນື່ອງມາເຖິງ 14 ປີ ໂດຍໃຫ້ຄວາມສໍາຄັນກັບຄຸນສົມບັດຂອງເຍົາວະຊົນ ເຊັ່ນ: ຄວາມກະຕືລືລົ້ນ ແລະ ຄວາມໃສ່ໃຈຕໍ່ບັນຫາສິ່ງແວດລ້ອມ, ເປັນຜູ້ປະພຶດດີຕໍ່ຄອບຄົວ ແລະ ສັງຄົມ, ມີຄວາມກະຕັນຍູຕໍ່ພໍ່ແມ່ ແລະ ຄູອາຈານ, ພ້ອມທັງມີຄວາມມຸ່ງໝັ້ນໃນການສຶກສາ

ໂຄງການມອບທຶນສະໜັບສະໜູນການສຶກສາ “SCG Sharing the Dream” ແມ່ນໜຶ່ງໃນໂຄງການພັດທະນາສັກກະຍະພາບເຍົາວະຊົນໃນພາກພື້ນອາຊຽນຂອງ SCG. ເຊິ່ງເປັນແນວທາງການດຳເນີນ ກິດຈະກຳພ້ອມຄວາມຮັບຜິດຊອບຕໍ່ສັງຄົມ ທີ່ SCG ດໍາເນີນມາຢ່າງຕໍ່ເນື່ອງກວ່າ 112 ປີ ນັບຕັ້ງແຕ່ກໍຕັ້ງບໍລິສັດ. ໂດຍມີຈຸດປະສົງເພື່ອຊຸກຍູ້ສົ່ງເສີມ ແລະ ສະໜັບສະໜູນການສຶກສາ ໃຫ້ແກ່ເດັກນ້ອຍທີ່ມີຄຸນນະທຳ ແລະ ກະຕັນຍູ ຈາກຄອບຄົວທີ່ທຸກຍາກ ໄດ້ມີໂອກາດສຶກສາຕໍ່ ແລະ ນໍາຄວາມຮູ້ທີ່ໄດ້ໄປພັດທະນາຊຸມຊົນ, ສັງຄົມ, ສິ່ງແວດລ້ອມ ແລະ ປະເທດຊາດຂອງຕົນ ຜ່ານ ການສະໜັບສະໜູນໂດຍລວມທັງຄ່າຮຽນ ແລະ ອຸປະກອນການຮຽນ, ເຊີ່ງ ໂຄງການນີ້ເລີ່ມຕົ້ນທີ່ປະເທດໄທ ແລະ ໄດ້ຂະຫຍາຍໄປສູ່ປະເທດອື່ນໆໃນພາກພື້ນອາຊຽນ.

ສໍາລັບທຶນສະໜັບສະໜຸນການສຶກສາ ໃນໂຄງການ Sharing the Dream ປີ 2025 ນີ້ SCG ຈະມອບທຶນສຶກສາໃຫ້ແກ່ ນັກຮຽນມັດທະຍົມສຶກສາຕອນປາຍໃນ ນະຄອນຫຼວງວຽງຈັນ 80 ທຶນ, ທຶນມັດທະຍົມຕອນປາຍ ໃນເມືອງມະຫາໄຊ, ແຂວງຄໍາມ່ວນ 30 ທຶນ, ແລະ ທຶນລະດັບມະຫາວິທະຍາໄລ 10 ທຶນ. ຜູ້ທີ່ສົນໃຈສາມາດເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່ເພຈ Facebook: facebook.com/SCGbrandLaos                                                          

#SCG #SCGSharingtheDream #InclusiveGreenGrowth

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...