Vietjet ບັນລຸບາດກ້າວສໍາຄັນດ້ວຍເຮືອບິນ Boeing ລຳທຳອິດ, ເສີມສ້າງສາຍພົວພັນລະຫວ່າງສະຫະລັດ-ຫວຽດນາມ

(ນະຄອນຫຼວງວຽງຈັນ 22 ກັນຍາ 2025) –  Vietjet ໄດ້ສະເຫຼີມສະຫຼອງການຮັບເຮືອບິນ Boeing 737-8 ລໍາທໍາອິດ ຈາກຄໍາສັ່ງຊື້ທັງໝົດ 200 ລຳ ມູນຄ່າ 32 ຕື້ໂດລາສະຫະລັດ ກັບບໍລິສັດຜູ້ຜະລິດເຮືອບິນຊັ້ນນຳຂອງໂລກ. ພິທີສົ່ງມອບໄດ້ຈັດຂຶ້ນທີ່ສູນສົ່ງມອບເຮືອບິນຂອງ Boeing ທີ່ເມືອງ Seattle, ລັດ Washington, ສະຫະລັດອາເມລິກາ, ໂດຍມີ ທ່ານ Luong Cuong  ປະທານາທິບໍດີຫວຽດນາມ, ພ້ອມດ້ວຍບັນດາເຈົ້າໜ້າທີ່ຂັ້ນສູງຈາກທັງສອງປະເທດ ແລະ ຄູ່ຮ່ວມທຸລະກິດເຂົ້າຮ່ວມ.

ພິທີດັ່ງກ່າວຈັດຂຶ້ນພ້ອມກັບການສະເຫຼີມສະຫຼອງຄົບຮອບ 30 ປີ ຂອງສາຍພົວພັນທາງການທູດລະຫວ່າງສະຫະລັດ-ຫວຽດນາມ, ເຊິ່ງເປັນການຢືນຢັນເຖິງບາດກ້າວອັນສຳຄັນຂອງການຮ່ວມມືທີ່ເພີ່ມຂຶ້ນລະຫວ່າງ Vietjet ແລະ Boeing, ແລະ ເປັນສັນຍາລັກອັນຊົງພະລັງຂອງຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ມັນຍັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ Vietjet  ໃນການຂະຫຍາຍເຄືອຂ່າຍສາກົນ ແລະ ປະກອບສ່ວນເຂົ້າໃນການພັດທະນາການບິນຢ່າງຍືນຍົງໃນພາກພື້ນ ແລະ ທົ່ວໂລກ.

ໃນພິທີດັ່ງກ່າວ, ທ່ານ ດຣ. Nguyen Thi Phuong Thao, ປະທານຄະນະກຳມະການຂອງ Vietjet, ໄດ້ກ່າວວ່າ: “ເຮືອບິນ Boeing ລຳທຳອິດນີ້ ເປັນຜົນມາຈາກການຮ່ວມມືເກືອບໜຶ່ງທົດສະວັດລະຫວ່າງ Boeing ແລະ Vietjet . ມັນເປັນການເລີ່ມຕົ້ນຂອງການສົ່ງມອບອີກຫຼາຍຮ້ອຍລຳໃນຊຸມປີຂ້າງໜ້າ. ບາດກ້າວສຳຄັນນີ້ຈະຊ່ວຍເສີມສ້າງການຄ້າສອງຝ່າຍ, ເປັນສັນຍາລັກຂອງຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສະຫະລັດ-ຫວຽດນາມ, ແລະ ສະແດງເຖິງຄວາມມຸ່ງຫວັງຮ່ວມກັນຂອງພວກເຮົາທີ່ຈະກ້າວສູ່ຄວາມສຳເລັດໃໝ່ໃນວົງການການບິນ. ນອກຈາກນີ້, ມັນຍັງກໍ່ໃຫ້ເກີດຜົນປະໂຫຍດຢ່າງແທ້ຈິງຕໍ່ເສດຖະກິດຂອງທັງສອງປະເທດ ແລະ ສ້າງວຽກເຮັດງານທຳຫຼາຍຂຶ້ນໃຫ້ແກ່ຊາວອາເມລິກາ.”

ທ່ານນາງ Stephanie Pope, ປະທານ ແລະ ຫົວໜ້າບໍລິຫານຂອງ Boeing Commercial Airplanes, ກ່າວວ່າ: “ໃນນາມທີມງານ Boeing, ພວກເຮົາມີກຽດທີ່ໄດ້ຮ່ວມສະເຫຼີມສະຫຼອງເຮືອບິນ Boeing ລຳທຳອິດຂອງ Vietjet. ເຮືອບິນລຸ້ນ 737-8 ຈະສະໜັບສະໜູນການຂະຫຍາຍເຄືອຂ່າຍຂອງສາຍການບິນ, ເປີດເສັ້ນທາງໃໝ່ເພື່ອບໍລິການອາຊີຕາເວັນອອກສຽງໃຕ້ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ໜຶ່ງໃນສາຍການບິນລຸ້ນໃໝ່ທີ່ມີຄວາມເຄື່ອນໄຫວທີ່ສຸດໃນພາກພື້ນ.”

ເຮືອບິນລຳໃໝ່ນີ້, ພ້ອມກັບອີກຫຼາຍຮ້ອຍລຳທີ່ຈະຖືກສົ່ງມອບໃນຊຸມປີຂ້າງໜ້າ, ຈະຖືກນຳໃຊ້ໃນເສັ້ນທາງບິນທີ່ມີຄວາມຕ້ອງການສູງຂອງ Vietjet ເພື່ອຍົກລະດັບປະສົບການການເດີນທາງໃຫ້ແກ່ຜູ້ໂດຍສານຫຼາຍລ້ານຄົນ. ສໍາລັບນັກເດີນທາງຈາກ ສປປ ລາວ, ສາຍການບິນນີ້ໃຫ້ບໍລິການຖ້ຽວບິນໂດຍກົງລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ, ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງຫວຽດນາມ.

More from author

Related posts

Latest posts

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.

ຊຳຊຸງເປີດຕົວ Galaxy S26 FE ຍົກລະດັບກ້ອງ AI ໃໝ່ລ່າສຸດ ພ້ອມການອອກແບບສຸດພຣີມຽມ

ຊຳຊຸງເປີດຕົວ Galaxy S26 FE ສົ່ງມອບປະສົບການລະດັບເຮືອທຸງລ່າສຸດດ້ວຍ One UI 9 ແລະ ຟີເຈີກ້ອງພ້ອມ Galaxy AI ສຸດລ້ຳ ຊ່ວຍຍົກລະດັບການຖ່າຍພາບ, ການສ້າງສັນ ແລະ ການເຮັດກິດຈະກຳອອນລາຍໃນທຸກໆ ມື້. ກັບການອອກແບບທີ່ບາງເບົາ, Galaxy S26 FE ຫຼູຫຼາ ແຕ່ທົນທານດ້ວຍ...

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.