Vietjet ເລີ່ມລົງມືສ້າງສູນສ້ອມແປງເຮືອບິນທີ່ສຳຄັນ ແລະ ເພີ່ມ 10,000 ບ່ອນນັ່ງພິເສດສຳລັບການເດີນທາງໃນວັນພັກ

(ນະຄອນຫຼວງວຽງຈັນ, ວັນທີ 22 ສິງຫາ 2025) – ອາທິດນີ້ Vietjet ໄດ້ສ້າງສອງບາດກ້າວສຳຄັນຄື: ໄດ້ລົງມືກໍ່ສ້າງສູນສ້ອມແປງເຮືອບິນທີ່ທັນສະໄໝຢູ່ສະໜາມບິນສາກົນ Long Thanh ຢ່າງເປັນທາງການ ແລະ ປະກາດເພີ່ມ 10,000 ບ່ອນນັ່ງໃນເກືອບ 50 ຖ້ຽວບິນພິເສດ ໃນຊ່ວງວັນພັກວັນຊາດຂອງຫວຽດນາມ (30 ສິງຫາ – 2 ກັນຍາ). ພ້ອມກັນນີ້, ການລິເລີ່ມດັ່ງກ່າວໄດ້ເນັ້ນໃຫ້ເຫັນເຖິງການລົງທຶນໃນໄລຍະຍາວຂອງ Vietjet ຕໍ່ອະນາຄົດຂອງການບິນໃນຫວຽດນາມ, ໃນຂະນະດຽວກັນກໍໄດ້ເພີ່ມທາງເລືອກ ແລະ ຄວາມສະດວກສະບາຍໃຫ້ແກ່ນັກທ່ອງທ່ຽວຊາວລາວທີ່ຈະເດີນທາງໄປຫວຽດນາມໃນຊ່ວງວັນພັກທີ່ຄຶກຄັກທີ່ສຸດ.

ສະໜາມບິນສາກົນ Long Thanh ທີ່ກຳລັງຈະກາຍເປັນສູນການບິນທີ່ໃຫຍ່ທີ່ສຸດ ແລະ ທັນສະໄໝທີ່ສຸດຂອງຫວຽດນາມ ແມ່ນເປັນຈຸດສຳຄັນໃນຍຸດທະສາດຂອງ Vietjet ເພື່ອສະໜັບສະໜູນບົດບາດທີ່ເພີ່ມຂຶ້ນຂອງປະເທດໃນຖານະໜຶ່ງໃນຈຸດໝາຍປາຍທາງອັນດັບຕົ້ນໆຂອງນັກທ່ອງທ່ຽວສາກົນໃນອາຊີ. ປັດຈຸບັນ Vietjet ໃຫ້ບໍລິການຫຼາຍກວ່າ 145 ເສັ້ນທາງບິນທັງພາຍໃນ ແລະ ຕ່າງປະເທດ, ລວມທັງຖ້ຽວບິນຕົງທຸກວັນລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ, ເຊິ່ງເປັນຕົວເມືອງທີ່ໃຫຍ່ທີ່ສຸດຂອງຫວຽດນາມ. ສູນບໍາລຸງຮັກສາແຫ່ງໃໝ່ນີ້ຈະຊ່ວຍເພີ່ມຄວາມສາມາດໃນການບິນຂອງຫວຽດນາມ ແລະ ສະໜັບສະໜູນຄໍາໝັ້ນສັນຍາຂອງ Vietjet ໃນການໃຫ້ບໍລິການການເດີນທາງທົ່ວໂລກທີ່ລຽບງ່າຍສໍາລັບຜູ້ໂດຍສານ.

ດ້ວຍມູນຄ່າການລົງທຶນທັງໝົດເກືອບ 100 ລ້ານໂດລາສະຫະລັດ, ໂຄງການນີ້ປະກອບມີການພັດທະນາໂຮງເກັບເຮືອບິນ (Hangar) ເລກ 3 ແລະ 4 ທີ່ສະໜາມບິນທີ່ກຳລັງກໍ່ສ້າງ. ສູນໃໝ່ນີ້ຈະຮອງຮັບຄວາມຕ້ອງການໃນການບໍາລຸງຮັກສາຂອງເຮືອບິນທີ່ເພີ່ມຂຶ້ນຂອງ Vietjet, ມີໂຄງສ້າງພື້ນຖານທີ່ໄດ້ມາດຕະຖານສາກົນທີ່ເຊື່ອມໂຍງກັນ ແລະ ສາມາດຮອງຮັບການບໍລິການເຮືອບິນໄດ້ພ້ອມກັນເຖິງ 10 ລໍາ.

ໄປຄຽງຄູ່ກັນ, Vietjet ຍັງໄດ້ຂະຫຍາຍການບໍລິການເພື່ອຕອບສະໜອງຄວາມຕ້ອງການການເດີນທາງທີ່ເພີ່ມຂຶ້ນສຳລັບການສະຫຼອງວັນຊາດຫວຽດນາມຄົບຮອບ 80 ປີ. ສາຍການບິນໄດ້ເພີ່ມ 10,000 ບ່ອນນັ່ງພິເສດໃນເກືອບ 50 ຖ້ຽວບິນເພີ່ມຕື່ມ, ເຊິ່ງໄດ້ເສີມສ້າງຈຸດຢືນຂອງຕົນໃນຖານະສາຍການບິນທີ່ໄດ້ຮັບຄວາມນິຍົມສຳລັບການເດີນທາງໃນວັນພັກທັງພາຍໃນ ແລະ ຕ່າງປະເທດ. ການບໍລິການເຫຼົ່ານີ້ຈະຄອບຄຸມເສັ້ນທາງພາຍໃນທີ່ສໍາຄັນທີ່ເຊື່ອມຕໍ່ນະຄອນໂຮ່ຈີມິນ, ຮ່າໂນ້ຍ, ດານັງ, ຢາຈາງ, ຟູກວກ ແລະ ເຫວ – ເຊິ່ງເປັນຕົວເມືອງທີ່ໄດ້ຮັບຄວາມນິຍົມ ແລະ ເປັນສູນກາງການທ່ອງທ່ຽວທີ່ສຸດຂອງຫວຽດນາມ. ສຳລັບນັກທ່ອງທ່ຽວຊາວລາວ, ການເພີ່ມຈຳນວນທີ່ນັ່ງນີ້ຊ່ວຍໃຫ້ມີຄວາມຍືດຫຍຸ່ນຫຼາຍຂຶ້ນໃນການເຊື່ອມຕໍ່ຈາກຖ້ຽວບິນຕົງຂອງ Vietjet ໄປຍັງຫວຽດນາມ ແລະ ຕໍ່ໄປຍັງຈຸດໝາຍປາຍທາງອື່ນໆ, ຮັບປະກັນວ່າຈະມີທາງເລືອກໃນລາຄາທີ່ເໝາະສົມຂຶ້ນໃນການທ່ອງທ່ຽວທົ່ວປະເທດໃນຊ່ວງວັນບຸນທີ່ມີຄວາມຕ້ອງການສູງທີ່ສຸດ.

ເຫດການສໍາຄັນໃນອາທິດນີ້ເນັ້ນໃຫ້ເຫັນເຖິງວິໄສທັດຍຸດທະສາດໄລຍະຍາວຂອງ Vietjet ແລະ ຄວາມມຸ່ງໝັ້ນຕໍ່ການລົງທຶນທີ່ຍືນຍົງ ແລະ ມີວິໄສທັດໄປສູ່ອະນາຄົດ. ນອກຈາກນີ້, ຍັງໄດ້ເນັ້ນໃຫ້ເຫັນເຖິງບົດບາດຂອງວິສາຫະກິດເອກະຊົນໃນການບຸກເບີກການພັດທະນາໂຄງສ້າງພື້ນຖານດ້ານການບິນ ແລະ ການຂັບເຄື່ອນການພັດທະນາລະດັບສາກົນ.

More from author

Related posts

Latest posts

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.

ຊຳຊຸງເປີດຕົວ Galaxy S26 FE ຍົກລະດັບກ້ອງ AI ໃໝ່ລ່າສຸດ ພ້ອມການອອກແບບສຸດພຣີມຽມ

ຊຳຊຸງເປີດຕົວ Galaxy S26 FE ສົ່ງມອບປະສົບການລະດັບເຮືອທຸງລ່າສຸດດ້ວຍ One UI 9 ແລະ ຟີເຈີກ້ອງພ້ອມ Galaxy AI ສຸດລ້ຳ ຊ່ວຍຍົກລະດັບການຖ່າຍພາບ, ການສ້າງສັນ ແລະ ການເຮັດກິດຈະກຳອອນລາຍໃນທຸກໆ ມື້. ກັບການອອກແບບທີ່ບາງເບົາ, Galaxy S26 FE ຫຼູຫຼາ ແຕ່ທົນທານດ້ວຍ...

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.