7-Elevenສາຂາທໍາອິດໃນແຂວງຄໍາມ່ວນເປີດແລ້ວທີ່ເມືອງທ່າແຂກ

ໃນວັນທີ 25 ສິງຫາ 2025 ທ່ານ ບຸນມີ ພິມມະສອນ, ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ຖືເປັນກຽດເຂົ້າຮ່ວມເປັນປະທານໃນພິທີເປີດ ຮ້ານ 7-Eleven ສາຂາບ້ານນາໂບ ຕັ້ງຢູ່ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ຢ່າງເປັນທາງການ. ເຊິ່ງຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຄໍາມ່ວນ ໂດຍມີບັນດາແຂກຜູ້ມີກຽດທີ່ມາຮ່ວມສະແດງຄວາມຍິນດີຢ່າງຄຶກຄື້ນ.

ຮ້ານ 7-Eleven ສາຂານີ້ຕັ້ງຢູ່ທໍາເລຍຸດທະສາດຂອງເມືອງທ່າແຂກ, ລຽບແຄມແມ່ນ້ຳຂອງ ໃນພື້ນທີ່ໃຈກາງເມືອງທີ່ມີຄວາມຄຶກຄື້ນ, ເປັນສູນລວມໃນດ້ານທີ່ພັກ ແລະ ສູນລວມກິດຈະກໍາຍາມແລງຂອງບັນດາຜູ່ຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ. ໂດຍເປັນຮ້ານທີ່ບໍລິຫານໂດຍ ທ່ານ ນາງ ເພັດດາວວີ ບຸດທະວົງ ຜູ້ຮ່ວມທຸລະກິດຊາວລາວ ອາຍຸ 46 ປີ ຜູ້ທີ່ມີປະສົບການໃນດ້ານທຸລະກິດອະສັງຫາລິມະຊັບ, ການບໍລິການ ແລະ ການທ່ອງທ່ຽວ ເປັນຢ່າງສູງ. ລວມທັງມີຄວາມຕັ້ງໃຈຈິງ​ທີ່ຈະ​​ຍົກ​ລະດັບ​ຂະ​ແໜງ​ການ​ບໍລິການ ​ເພື່ອ​ສະໜັບສະໜູນ​ອຸດສະຫະກໍາ​ການທ່ອງທ່ຽວ​ໃນທ້ອງ​ຖິ່ນ, ເພື່ອສ້າງ​ວຽກງານ, ອາຊີບ​ທັງທາງ​ກົງ ​ແລະ ທາງ​ອ້ອມ​ໃຫ້​ແກ່​ຊາວ​ລາວ.

ທ່ານ ນາງ ເພັດດາວວີ ບຸດທະວົງ, ຜູ້ຮ່ວມທຸລະກິດຮ້ານ 7-Eleven ສາຂາບ້ານນາໂບ ກ່າວວ່າ: ຮ້ານຄ້າຂາຍຍ່ອຍທັນສະໄໝເຊັ່ນ 7-Eleven ຈະເຂົ້າມາອຳນວຍຄວາມສະດວກ ແລະ ເປັນທາງເລືອກໃນການນໍາສະເໜີສິນຄ້າຄຸນນະພາບໄດ້ມາດຕະຖານໃນກັບຄົນໃນທ້ອງຖິ່ນ ແລະ ນັກທ່ອງທ່ຽວໄດ້ຕະຫຼອດ 24 ຊົ່ວໂມງ ເຮັດໃຫ້ເກີດການ ຂະຫຍາຍຕົວຂອງກິດຈະກໍາທີ່ກ່ຽວຂ້ອງກັບການທ່ອງທ່ຽວ, ທີ່ຈະສ້າງລາຍຮັບໃຫ້ຜູ້ຄົນໄດ້ຫຼາຍຂື້ນ ນອກເໜືອຈາກການຈ້າງງານໂດຍກົງ. ທັງ​ນີ້​ຍັງ​ຖື​ເປັນ​ການ​ຝຶກ​ອົບ​ຮົມ​​ໃຫ້ຄົນ​ລຸ້ນ​ໃໝ່, ​ໃຫ້​​ມີ​ຄວາມ​ຮູ້​ທີ່​ຈະ​ເປັນ​ປະໂຫຍດ​ຕໍ່​ການ​ພັດທະນາ​ທ້ອງຖິ່ນໃນ​ໄລຍະ​ຍາວ​.

“7-Eleven ເປັນແບຣນທີ່ໄດ້ຮັບການຍອມຮັບ ດ້ວຍຜະລິດຕະພັນທີ່ຫຼາກຫຼາຍມີຄຸນນະພາບ ມີລະບົບບໍລິຫານຈັດການທີ່ດີ ມີໂອກາດໄດ້ຮັບການສະໜັບສະໜູນຈາກທີມງານ CP All Lao ຕັ້ງແຕ່ການວາງແຜນ, ການລົງທຶນ, ແລະ ການຝຶກອົບຮົມພະນັກງານ, ເຮັດໃຫ້ມີຄວາມເຊື່ອໝັ້ນວ່າຈະສາມາດປະສົບຄວາມສຳເລັດ, ຮ່ວມສ້າງວຽກເຮັດງານທຳ, ສ້າງອາຊີບ ແລະ ສ້າງຄວາມພາກພູມໃຈໃຫ້ກັບສັງຄົມລາວໄປພ້ອມໆກັນຢ່າງຢືນຍົງໄດ້,” ນາງ ເພັດດາວວີ ກ່າວ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...