Tag: ມອບທຶນ

SCG ມອບທຶນ Sharing the Dream 2024 ສົ່ງເສີມການສຶກສາຊາວໜຸ່ມລາວ ສ້າງແຮງບັນດານໃຈອະນຸລັກສິ່ງແວດລ້ອມ

SCG ຈັດງານມອບທຶນສະໜັບສະໜູນການສຶກສາ ໃນໂຄງການ "SCG Sharing the Dream" ປະຈຳປີ 2024 ເພື່ອສົ່ງເສີມໂອກາດທາງການສຶກສາໃຫ້ຊາວໜຸ່ມລາວ ແລະ ສ້າງຄົນລຸ້ນໃໝ່ ໃຫ້ມີຈິດສຳນຶກດ້ານສິ່ງແວດລ້ອມ ຮັບມືກັບສະພາວະໂລກຮ້ອນ. ໃນສົກຮຽນ 2024/2025 ມີນັກຮຽນລະດັບມັດທະຍົມປາຍຈາກໂຮງຮຽນລັດຖະບານ ໃນເຂດ ນະຄອນຫຼວງ ວຽງຈັນ ແລະ ແຂວງຄຳມ່ວນ ໄດ້ຮັບທຶນລວມ 180 ທຶນ ແລະ ນັກຮຽນລະດັບປະລິນຍາຕີ ທົ່ວປະເທດ 21 ທຶນ.

ສະຖານທູດໄທ ຈັດກິດຈະກຳ ແລະ ມອບທຶນ ໃຫ້ສະມາຄົມແມ່ຍິງພິການລາວ.

ໃນວັນທີ 3 ສິງຫາ 2022 ຜ່ານມາ ຢູ່ທີ່ ສະມາຄົມແມ່ຍິງພິການລາວ, ນະຄອນຫຼວງ ວຽງຈັນ ສະຖານທູດໄທ ປະຈຳລາວ ໄດ້ຈັດພິທີມອບການສະໜັບສະໜູນກິດຈະກຳ ຝຶກອົບຮົມພັດທະນາທັກສະວິຊາຊີບໃຫ້ແກ່ ສະມາຄົມແມ່ຍິງພິການລາວ ເພື່ອສະເຫຼີມພະກຽດສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ເນື່ອງໃນໂອກາດມະຫາມຸງຄຸນສະເຫຼີມພະຊົນມະພັນສາ 90 ພັນສາ 12 ສິງຫາ 2022.