ໃນວັນທີ 3 ສິງຫາ 2022 ຜ່ານມາ ຢູ່ທີ່ ສະມາຄົມແມ່ຍິງພິການລາວ, ນະຄອນຫຼວງ ວຽງຈັນ ສະຖານທູດໄທ ປະຈຳລາວ ໄດ້ຈັດພິທີມອບການສະໜັບສະໜູນກິດຈະກຳ ຝຶກອົບຮົມພັດທະນາທັກສະວິຊາຊີບໃຫ້ແກ່ ສະມາຄົມແມ່ຍິງພິການລາວ ເພື່ອສະເຫຼີມພະກຽດສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ເນື່ອງໃນໂອກາດມະຫາມຸງຄຸນສະເຫຼີມພະຊົນມະພັນສາ 90 ພັນສາ 12 ສິງຫາ 2022.
ໂດຍມີທ່ານ ເຈດສະດາ ກະຕະເວທິນ, ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ທ່ານ ແສງອາລຸນ ຫຼວງລາດ, ຮອງຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ອາຍຸສູງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ. ແລະ ທ່ານນາງ ຈັນເພັງ ສີວິລາ, ຜູ້ອຳນວຍການ ສະມາຄົມແມ່ຍິງພິການ ແລະ ຜູ້ແທນປະເທດໄທ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ສະຖານເອກອັກຄະຣາຊະທູດ ໄດ້ມອບງົບປະມານສະໜັບສະໜູນໂຄງການຝຶກອົບຮົມທັກສະວິຊາຊີບໃຫ້ແກ່ແມ່ຍິງພິການລາວ ຈຳນວນ 70 ຄົນ ຈາກທົ່ວປະເທດ ຈຳນວນ 150.000 ບາດ ໃນສາຂາການຕໍ່າແຜ່ນ, ຕັດຫຍິບເສື້ອຜ້າ, ການຜະລິດ ແລະ ແປຮູບເຈ້ຍ, ການເຮັດເຄື່ອງປັ້ນດິນເຜົາ, ຄອມພິວເຕີພື້ນຖານ, ພາສາອັງກິດ ແລະ ການພັດທະນາສັງຄົມ.
ເຊິ່ງ ສະມາຄົມແມ່ຍິງພິການ ໄດ້ນຳງົບປະມານສ່ວນໜຶ່ງໄປປັບປຸງອາຄານຝຶກວິຊາຊີບເຄື່ອງປັ້ນດິນເຜົາ ແລະ ອຸປະກອນສຳນັກງານດ້ວຍ.
ນອກຈາກນີ້, ສະຖານເອກອັກຄະຣາຊະທູດ ແລະ ທີມປະເທດໄທ ຍັງໄດ້ຈັດກິດຈະກຳຈິດອາສາ ໂດຍຮ່ວມກັນສະໜັບສະໜູນເຄື່ອງອຸປະໂພກ, ບໍລິໂພກໃຫ້ແກ່ແມ່ຍິງພິການ ທີ່ເຂົ້າຮັບການຝຶກອົບຮົມ ມູນຄ່າປະມານ 40.000 ບາດ.
ສະມາຄົມແມ່ຍິງພິການ ສ້າງຕັ້ງຂຶ້ນເມື່ອປີ 2001 ໂດຍຄັ້ງທຳອິດ ກໍ່ຕັ້ງເປັນ ສູນພັດທະນາແມ່ຍິງພິການລາວ ພາຍໃຕ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ແລະ ຕໍ່ມາໄດ້ຮັບການຍົກລະດັບເປັນສະມາຄົມແມ່ຍິງພິການ. ມີວັດຖຸປະສົງເພື່ອຈັດການຝຶກອົບຮົມ ແລະ ສ້າງທັກສະວິຊາຊີບໃຫ້ແກ່ຜູ້ພິການໃນ ສປປ ລາວ.
ໂດຍໄດ້ຮັບຜູ້ຍິງພິການຈາກແຂວງຕ່າງໆ ໃນ ສປປ ລາວ ມາຝຶກອົບຮົມທີ່ສູນເປັນປະຈຳທຸກປີ, ປີລະປະມານ 60-80 ຄົນ ແລະ ໄດ້ເຮັດຜະລິດຕະພັນຫັດຖະກຳສຳລັບຈຳໜ່າຍເພື່ອສ້າງລາຍໄດ້ໃຫ້ແກ່ຜູ້ຍິງພິການ.