Friday, April 18, 2025

“ຜ້າຝ້າຍລາຍລື້ດັ້ງເດີມ” ຖືກຍົກລະດັບໃຫ້ເປັນສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຂອງເມືອງເງິນ, ແຂວງ ໄຊຍະບູລີ.

ຜ້າຝ້າຍຕຸ່ນ ລາຍລື້ດັ້ງເດີມຂອງ ເມືອງເງິນ, ແຂວງ ໄຊຍະບູລີ ເປັນລວດລາຍຂອງຜືນຜ້າ ທີ່ສະທ້ອນໃຫ້ເຫັນຄຸນຄ່າຄວາມເປັນລາວ, ວັດທະນະທໍາ, ວິຖີຊີວິດ ແລະ ພູມປັນຍາຂອງຄົນຊົນເຜົ່າລື້ ທີ່ສືບທອດກັນມາຢ່າງຍາວນານ ປັດຈຸບັນ ໄດ້ຖືກຍົກລະດັບໃຫ້ເປັນສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ ODOP” ຂອງເມືອງເງິນ ໄປແລ້ວ.

ທ່ານນາງ ພອນສະໄໝ ປັນຍາເກດ, 26 ປີ, ເຈົ້າຂອງຜະລິດຕະພັນ “ຮັກຝ້າຍ” ບ້ານ ຂອນ, ເມືອງ ເງິນ, ແຂວງ ໄຊຍະບູລີ ກ່າວວ່າ: ຈຸດເລີ່ມຕົ້ນຂອງການຕ່ຳແຜ່ນແພທີ່ເຮັດຈາກຝ້າຍ ແມ່ນເລີ່ມຈາກຄວາມຮັກມັກ ໃນການນຸ່ງແພຝ້າຍ ເພາະຕັ້ງແຕ່ນ້ອຍຈະເຫັນແມ່ເຖົ້າ, ແມ່, ນ້າສາວ ຕ່ຳຫູກເພື່ອຜະລິດເຄື່ອງນຸ່ງຫົ່ມເອງ ຈຶ່ງເຮັດໃຫ້ເຮົາໄດ້ຮຽນຮູ້ຂັ້ນຕອນການຜະລິດ ນັບຕັ້ງແຕ່ການປູກຝ້າຍ ໄປຈົນຮອດ ການຕ່ຳອອກມາເປັນແຜ່ນແພ.

ສຳລັບຜະລິດຕະພັນຂອງພວກເຮົາແມ່ນ ເຮັດມາຈາກຝ້າຍຕຸ່ນທໍາມະຊາດ ທີ່ປູກເອງໃນທ້ອງຖິ່ນ ເຊິ່ງຝ້າຍຕຸ່ນ ຈະມີສີນ້ຳຕານອ່ອນທຳມະຊາດ, ມີຄວາມນຸ້ມຟູຄືກັບຂົນຂອງໂຕຕຸ່ນ ຈຶ່ງເອີ້ນຊື່ວ່າ “ຝ້າຍຕຸ່ນ”.

ສ່ວນແຕ່ລະລວດລາຍທີ່ເຫັນເທິງຜະລິດຕະພັນຕ່າງໆ ບໍ່ວ່າຈະເປັນສີ້ນ, ເສື້ອ, ແພບ່ຽງ (ຜ້າເຈັ່ດ), ຖົງ ,ຜ້າ ແລະ ອື່ນໆ ລ້ວນແຕ່ສະແດງໃຫ້ເຫັນເຖິງ ວິຖີຊີວິດ ຂອງຄົນເຜົ່າລື້ ທີ່ຕິດພັນກັບທຳມະຊາດເຊັ່ນ ລາຍນ້ຳໄຫຼ, ລາຍດອກໄມ້ ແລະ ລາຍສັດຕ່າງໆ.

ຈາກລັກສະນະພິເສດ ຂອງຝ້າຍຕຸ່ນ ທີ່ມີສີນ້ຳຕານອ່ອນທຳມະຊາດ ບໍ່ໄດ້ຍ້ອມ ບວກກັບລວດລາຍສະເພາະຂອງລື້ ເມືອງເງິນ ກໍເຮັດໃຫ້ຜະລິດຕະພັນດັ່ງກ່າວ ຖືກເລືອກໃຫ້ເປັນຜະລິດຕະພັນ ODOP ຂອງເມືອງເງິນ ທີ່ມີຄວາມສວຍງາມ ແລະ ຍັງຮັກສາເອກະລັກສະເພາະ ຂອງເຜົ່າລື້ໄວ້ໄດ້ຢ່າງຄົບຖ້ວນ ດ້ວຍຈຸດພິເສດຂອງແພຝ້າຍ ຄືລະບາຍອາກາດໄດ້ດີ, ໃສ່ໄດ້ທຸກໂອກາດ, ທຳຄວາມສະອາດໄດ້ງ່າຍ ແລະ ບໍ່ຕົກສີ ເພາະເປັນສີຈາກທຳມະຊາດ 100%.

ເມື່ອກ່ອນ ການຕ່ຳຫູກແມ່ນ ຜະລິດຂຶ້ນມາເພື່ອນຸ່ງຫົ່ມໃຊ້ສອຍໃນຄອບຄົວ, ແຕ່ໃນ ປັດຈຸບັນແມ່ນ ຜະລິດເພື່ອອອກຈຳໜ່າຍສ້າງລາຍໄດ້ ຂອງເອື້ອຍນ້ອງແມ່ຍິງ. ນອກຈາກນີ້, ເມືອງເງິນ ຍັງເປັນເມືອງໜ້າດ່ານ ທີ່ຕິດກັບປະເທດເພື່ອນບ້ານ (ປະເທດໄທ) ແລ້ວຍັງອ້ອມຮອບດ້ວຍເຜົ່າລື້ ຈາກບັນດາເມືອງອ້ອມຂ້າງ ຈຶ່ງເຮັດໃຫ້ມີການແລກປ່ຽນວັດທະນາທຳການຕ່ຳຫູກ ລວມທັງລວດລາຍຕ່າງໆ.

ສ່ວນລາຍທີ່ເປັນເອກະລັກຂອງຮ້ານ ຈະມີລາຍລື້ດັ້ງເດີມ ຂອງເມືອງເງິນ ແລະ ລາຍນ້ຳໄຫຼ, ທັງສອງແບບແມ່ນລ້ວນແຕ່ໄດ້ໃຊ້ຄວາມຊຳນິຊຳນານ ແລະ ຫົວຄິດປະດິດສ້າງຈຶ່ງອອກມາເປັນລວດລາຍທີ່ງົດງາມ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.