ປັບປຸງ ຕາດຈໍ ເມືອງ ຊານໄຊ ຄືນໃໝ່! ຮອງຮັບນັກທ່ອງທ່ຽວ.

ຕາດຈໍ ເມືອງ ຊານໄຊ, ແຂວງ ອັດຕະປື ເປັນອີກສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ສວຍງາມ ເຊິ່ງໃນປັດຈຸປັນ ຜູ້ສຳປະທານຕາດດັ່ງກ່າວ ແມ່ນກຳລັງພວມເອົາໃຈໃສ່ ຈັດສັນ, ປັບປຸງ, ຄຸ້ມຄອງສະຖານດັ່ງກ່າວ ໃຫ້ໄດ້ມາດຕະຖານ ແລະ ເຂົ້າສູ່ຄວາມເປັນລະບຽບສວຍງາມ, ເພື່ອເປົ້າໝາຍດຶງດູດນັກດູດນັກທ່ອງທ່ຽວ ພາຍໃນແຂວງ ແລະ ຕ່າງແຂວງ ໃຫ້ເຂົ້າໄປທ່ຽວຊົມ, ອີກທັງສ້າງວຽກເຮັດງານທຳ ສ້າງລາຍຮັບໃຫ້ປະຊາຊົນພາຍໃນເມືອງໃຫ້ນັບມື້ນັບຫຼາຍຂື້ນ.

ທ່ານນາງ ວິໄລວັນ ສິດທິຍະວົງ, ຜູ້ສຳປະທານແຫຼ່ງທ່ອງທ່ຽວ ຕາດຈໍ ເມືອງຊານໄຊ ກ່າວວ່າ: ພາຍຫຼັງທີ່ສະພາບການລະບາດຂອງພະຍາດ ໂຄວິດ-19 ໄດ້ຜ່ອນຄາຍລົງ ເຮັດໃຫ້ມີຈໍານວນນັກທ່ອງທ່ຽວ ພາຍໃນແຂວງ ໄດ້ຫຼັງໄຫຼພາກັນມາທ່ຽວທີ່ຕາດຈໍ ເພີ່ມຂື້ນ, ຕໍ່ກັບສະພາບດັ່ງກ່າວ ທາງຜູ້ສໍາປະທານ ກໍໄດ້ມີການປັບປຸງແຫຼ່ງທ່ອງທ່ຽວ ໃຫ້ມີຄວາມຫຼາກຫຼາຍ, ໂດຍສະເພາະປັບປຸງດ້ານການບໍລິການ ເພື່ອເຮັດໃຫ້ແຂກຜູ້ມາທ່ອງທ່ຽວໄດ້ມີຄວາມປະທັບໃຈ ໃນນັ້ນ, ໄດ້ເນັ້ນໃສ່ການບໍລິການທາງດ້ານອາຫານໃຫ້ມີຄວາມຫຼາກຫຼາຍ ໂດຍສະເພາະອາຫານທີ່ເປັນເອກະລັກຂອງທ້ອງຖິ່ນ ຄື: ປີ້ງໄກ່, ກ້ອຍໄກ່, ຕົ້ມໄກ່, ຕົ້ມປາ, ປີ້ງປາ, ກ້ອຍປາ, ທອດປາ, ທອດໄກ່, ປາໜື້ງໜາກນາວ ຕໍາໜາກຫຸ່ງ ແລະ ອື່ນໆ.

ສໍາລັບແຫຼ່ງທ່ອງທ່ຽວຕາດຈໍ ເລີ່ມເປີດບໍລິການໃຫ້ນັກທ່ອງທ່ຽວມາແຕ່ປີ 2016 ເປັນຕົ້ນມາ ໂດຍມີເນື້ອສໍາປະທານທັງໜົດ 19 ເຮັກຕາ, ເນື້ອທີ່ການພັດທະນາຕົວຈິງມີເກືອບ 2 ເຮັກຕາ, ຮ້ານອາຫານບໍລິການມີ 2 ຈຸດ, ມີຫ້ອງນໍ້າເພື່ອໄວ້ບໍລິການຮັບຮອງແຂກເຂົ້າມາທ່ຽວຊົມ, ຕາດຈໍມີຕູບບໍລິການທັງໜົດ 37 ຕູບ, ມີຕຽງແປະແຫຼ່ງນໍ້າ 15 ຕຽງ, ໂດຍແມ່ນທຶນຜູ້ສຳປະທານ 100%, ມີບ່ອນຖ່າຍຮູບຫຼາຍຈຸດ, ມີເສັ້ນທາງທີ່ສະດວກສະບາຍ. ນັກທ່ອງທ່ຽວສ່ວນຫຼາຍ ແມ່ນຈະມາແບບຄອບຄົວ ແລະ ໃນວັນເສົາ-ອາທິດ ຈະມີຈໍານວນຫຼາຍກວ່າວັນອື່ນໆ, ສາມາດສ້າງລາຍຮັບເຂົ້າຮ້ານໄດ້ເປັນຈຳນວນຫຼາຍ.

ແຫຼ່ງທ່ອງທ່ຽວຕາດຈໍ ເປັນຕາດໜື່ງທີ່ສວຍງາມຕາມແບບທຳມະຊາດ ທີ່ເກີດຈາກສາຍນໍ້າປາ, ມີຄວາມກ້ວາງ 15 ແມັດ, ສູງ 3 ແມັດ, ໃນລະດູຝົນຈະມີຄວາມສວຍງາມເປັນພິເສດເພາະມີນ້ຳຫຼາຍ, ອຸດົມສົມບູນໄປດ້ວຍປ່າໄມ້ເໝາະແກ່ການພັກຜ່ອນ, ຫຼີ້ນນໍ້າ ມີບໍລິການຕູບ, ມີຕຽງກາງຕາດ, ອາຫານ ແລະ ເຄື່ອງດື່ມ.

ຕາດຈໍ ຍັງຢູ່ໃກ້ກັບແຫຼ່ງທ່ອງທ່ຽວອື່ນໆ ທີ່ສາມາດທ່ຽວໄດ້ຫຼາຍແຫ່ງເປັນຕົ້ນ: ລູກສອນໄຟ, ການຕໍ່າຫູກດ້ວຍກີ່ແອວຂອງເຜົ່າຕະຫຼຽງ, ຕັ້ງຢູ່ບ້ານ ວັງໄຊ, ເມືອງຊານໄຊ, ຫ່າງຈາກເທດສະບານແຂວງປະມານ 31 ກິໂລແມັດ.

ນອກຈາກນັ້ນ, ຍັງມີຫຼາຍແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ທີ່ໄດ້ຮັບຄວາມນິຍົມຫຼາຍແຫ່ງ, ໂດຍສະເພາະແຫຼ່ງທ່ອງທ່ຽວ ສວນທາລະນະຕາດຈໍ, ລູກສອນໄຟ, ເສັ້ນທາງໂຮ່ຈີມິນ, ຫົວລົດຕັງເສດສົງຄາມອິນດູຈີນ, ໜອງຟ້າ, ໜອງໄກ່ໂອກ ເປັນຕົ້ນ.


ຂໍ້ມູນ ແລະ ພາບຈາກ: ວັດທະນາ ນັກຂ່າວ ອັດຕະປື.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...