Tag: ສິນຄ້າລາວ

ເປັນຫຍັງ ຄົນລາວຈຶ່ງບໍ່ມັກໃຊ້ສິນຄ້າລາວ?

"ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ" ຄຳເວົ້ານີ້ ມັນມີມາແຕ່ກດົນແລ້ວ ແຕ່ປັດຈຸບັນຮູ້ສຶກວ່າ ມີແຕ່ລາວເຮັດ ແຕ່ລາວບໍ່ໃຊ້ ເຫດຜົນຍ້ອນຫຍັງແທ້? ແນ່ນອນທຸກຄົນມີເຫດຜົນຂອງຕົນເອງ; ມື້ນີ້ເຮົາຈະມາແບ່ງປັນບາງເຫດຜົນທີ່ຄົນລາວບໍ່ມັກໃຊ້ສິນຄ້າລາວຍ້ອນຫຍັງ! ເລີ່ມຈາກ:

ຍ້ອນຫຍັງ ຄົນລາວຈຶ່ງບໍ່ນິຍົມໃຊ້ “ສິນຄ້າລາວ”? ສິນຄ້າແພງກວ່າ ຫຼື ມາດຕະຖານບໍ່ໄດ້!

ເຊື່ອວ່າ ຄົນລາວສ່ວນໃຫຍ່ຕ່າງກໍຢາກສົ່ງເສີມສິນຄ້າລາວຢູ່ແລ້ວ ຖ້າຫາກວ່າສິນຄ້າ ເຫຼົ່ານັ້ນ ມີຄຸນນະພາບເມື່ອທຽບກັບສິນຄ້ານຳເຂົ້າຈາກຕ່າງປະເທດ ແລະ ມີລາຄາທີ່      ເໝາະສົມ, ແຕ່ກໍບໍ່ໄດ້ໝາຍຄວາມວ່າສິນຄ້າລາວເຮົາບໍ່ມີຄຸນນະພາບ ເຊິ່ງສິນຄ້າ ທີ່ໄດ້ຄຸນນະພາບ ຊ້ຳພັດມີລາຄາທີ່ສູງຕາມມານຳ.