Tag: ອາຊີ

ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍຜູ້ຕັດສິນກິລາບານເຕະຍິງຂອງລາວ ໄດ້ຮັບເລືອກໄປຕັດສິນລະດັບອາຊີ

ທ່ານ ນາງ ພຸດສະຫວັນ ຈັນທະວົງໄດ້ກາຍເປັນກຳມະການຕັດສິນຍິງຄົນທຳອິດຂອງສປປລາວລາວທີ່ໄດ້ຖືກຄັດເລືອກໃຫ້ຮ່ວມຕັດສິນລາຍການລະດັບທະວີບອາຊີ.ຖືວ່າເປັນອີກໜຶ່ງຂ່າວດີ ແລະ ເປັນຄວາມພາກພູມໃຈຂອງຄົນລາວ ທີ່ຈະໄດ້ເຫັນບຸກຄະລາກອນທີ່ເປັນຄົນລາວ ໄດ້ຮັບກຽດຖືກເຊີນໄປຮ່ວມຕັດສິນລະດັບທະວີບອາຊີຄັ້ງທຳອິດ ເຊິ່ງ ທ່ານ ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນລະດັບຟີຟ້າ(FIFA)ຈາກສປປລາວ ຈະໄດ້ໄປຮ່ວມຕັດສິນການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ(U20) ຊິງແຊ້ມອາຊີ 2024 ຮອບສຸດທ້າຍ ໃນລະຫວ່າງ ວັນທີ 3-16 ມີນາ 2024 ນີ້.

ໝວຍ ທະນາພອນ ຕົວແທນນັກສຶກສາລາວ ຮ່ວມແຂ່ງຂັນອອກແບບ ສະຖາປັດລະດັບອາຊີທີ່ ປະເທດໄທ.

ນາງ ທະນາພອນ ຊວ້ານສວນດາວ ຫຼື ໝວຍ ນັກສຶກສາປີ 4 ສະຖາປັດຕະຍາກໍາສາດ, ມະຫາວິທະຍາໄລແຫ່ງຊາດ ຜູ້ທີ່ມີຄວາມສາມາດໃນການອອກແບບ ຈົນເຮັດໃຫ້ການອອກແບບ "ສູນຮັບມື ແລະ ໃຫ້ຄວາມຮູ້ກ່ຽວກັບໂຣກລະບາດ" ໄດ້ຮັບລາງວັນ ພາຍໃຕ້ຫົວຂໍ້ “ການອອກແບບ ສະຖາປັດຕະຍະກຳ ພາຍຫຼັງເກີດພະຍາດ ໂຄວິດ-19” ແລະ ໄດ້ເປັນຕົວແທນນັກສຶກສາລາວ ເພື່ອເຂົ້າຮ່ວມການແຂ່ງຂັນ ອອກແບບສະຖາປັດລະດັບອາຊີ ຄັ້ງທີ XI ໃນລະຫວ່າງ ວັນທີ 19-20 ພະຈິກ 2022 ທີ່ ມະຫາວິທະຍາໄລ ຣາດກະບັງ, ປະເທດໄທ.