ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍຜູ້ຕັດສິນກິລາບານເຕະຍິງຂອງລາວ ໄດ້ຮັບເລືອກໄປຕັດສິນລະດັບອາຊີ

ທ່ານ ນາງ ພຸດສະຫວັນ ຈັນທະວົງໄດ້ກາຍເປັນກຳມະການຕັດສິນຍິງຄົນທຳອິດຂອງ ສປປ ລາວ ທີ່ໄດ້ຖືກຄັດເລືອກໃຫ້ຮ່ວມຕັດສິນລາຍການລະດັບທະວີບອາຊີ.ຖືວ່າເປັນອີກໜຶ່ງຂ່າວດີ ແລະ ເປັນຄວາມພາກພູມໃຈຂອງຄົນລາວ ທີ່ຈະໄດ້ເຫັນບຸກຄະລາກອນທີ່ເປັນຄົນລາວ ໄດ້ຮັບກຽດຖືກເຊີນໄປຮ່ວມຕັດສິນລະດັບທະວີບອາຊີຄັ້ງທຳອິດ ເຊິ່ງ ທ່ານ ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນລະດັບຟີຟ້າ(FIFA)ຈາກສປປລາວ ຈະໄດ້ໄປຮ່ວມຕັດສິນການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ(U20) ຊິງແຊ້ມອາຊີ 2024 ຮອບສຸດທ້າຍ ໃນລະຫວ່າງ ວັນທີ 3-16 ມີນາ 2024 ນີ້.

ທ່ານ ນາງ ພຸດສະຫວັນ ຈັນທະວົງ ໃຫ້ຮູ້ຕື່ມວ່າ: ກ່ອນຈະຖືກຄັດເລືອກໄປຮ່ວມຕັດສິນຄັ້ງນີ້ ຕົນເອງຕ້ອງອົດທົນຝຶກຝົນຮຽນຮູ້ດ້ານວິຊາສະເພາະໜັກສົມຄວນ ໂດຍສະເພາະດ້ານພາສາອັງກິດ, ກົດກະຕິກາ, ພະລະກຳລັງ, ຈິດໃຈ ແລະ ການເຮັດວຽກເປັນທີມ ຖືວ່າຈະເປັນປະສົບການອັນໃໝ່ໃຫ້ກັບຕົນເອງ ເພື່ອຕໍ່ຍອດສູ່ການຕັດສິນລະດັບພາກພື້ນ ແລະ ສາກົນຕໍ່ໄປ.

ສຳລັບປະສົບການຜ່ານມາຂອງ ພຸດສະຫວັນ ຈັນທະວົງ ເລີ່ມຕົ້ນດ້ວຍການເປັນນັກກິລາແລ່ນລານ, ຈາກນັ້ນໄດ້ຮັບການອົບຮົມ ຮຽນຮູ້ ເລື່ອງການເປັນກຳມະການຕັດສິນບານເຕະ, ເຄີຍຕັດສິນລາຍການຕ່າງໆພາຍໃນປະເທດ ລວມທັງລະດັບອາຊຽນ ແລະ ອາຊີ ຈຳນວນໜຶ່ງ, ໄດ້ຮັບໃບຢັ້ງຢືນການເປັນຜູ້ຊ່ວຍຜູ້ຕັດສິນລະດັບຟີຟ້າໃນປີ 2019.

ການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2024 ຮອບສຸດທ້າຍ ມີທີມເຂົ້າຮ່ວມທັງຫມົດ 8 ທີມ ປະກອບມີ: ອຸດເບກກິດສະຖານ, ໄຕ້ຫວັນ(ສປຈີນ), ສ.ເກົາຫລີ, ອົສຕຣາລີ, ຍີ່ປຸ່ນ, ສປປ ເກົາຫລີ, ສປຈີນ ແລະ ຫວຽດນາມ.

ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...