ແມ່ຍິງ ກັບການອະນຸລັກວັດທະນະທຳອັນດີງາມຂອງຊາດ

​ເມື່ອ​ບໍ່​ດົນ​ມາ​ນີ້, ສະຫະພັນ​ແມ່ຍິງ​ແຂວງບໍ່​ແກ້ວ ໄດ້ເຜີຍແຜ່ເອກະສານ ແມ່ຍິງກັບການອານຸລັກວັດທະນະທຳອັນດີງາມ ຂອງຊາດ​, ເອກະສານເອົາໃຈໃສ່ອະນຸລັກ ແລະ ສົ່ງເສີມວັດທະນະທຳ ການນຸງຖືຂອງແມ່ຍິງລາວ ໃຫ້ຄົງຢູ່ກັບສັງຄົມຕະຫລອດໄປ, ວັດທະນະທຳໃນການສອນລູກ​, ມາລະຍາດທາງສັງຄົມ ແລະ ​ເອກະສານ ມະຫັດສະຈັນແຫ່ງຊິວິດ ​ໃຫ້​ແກ່​ເອື້ອຍນ້ອງ​ແມ່ຍິງພາຍ​ໃນ​ແຂວງ, ທັງ​ນີ້ ກໍເພື່ອເປັນການປູກຈິດສຳນຶກ, ສົ່ງເສີມ ແລະ ປົກປັກຮັກສາວັດທະນະທຳຮີດຄອງ ປະນີອັນດີງາມຂອງຊາດ ແລະ ຂອງເຜົ່າ, ເປັນການປັບປຸງແບບແຜນດຳລົງຊິວິດ, ມີການພົວພັນເຊິ່ງກັນ ແລະ ກັນໃນສັງ ຄົມ ໃຫ້ສອດຄ່ອງກັບວັດທະ ນະທຳ ແລະ ກົດໝາຍ ໃນຖັນແຖວສະມາຊິກສະຫະພັນແມ່ຍິງ ໃຫ້ໄດ້ທົ່ວເຖິງ.

​​ໂອກາດ​ນີ້, ທ່ານນາງ ສົມແປງ ໃຈຍະສັກ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງ ຍັງໄດ້ຍົກບາງບັນຫາກ່ຽວກັບການດຳລົງຊິວິດ ແລະ ໃຊ້ຊິວິດຂອງ ເອື້ອຍນ້ອງແມ່ຍິງ ພ້ອມ​ທັງ​​ເນັ້ນ​ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ ຈົ່ງສືບຕໍ່ນຳເອົາເນື້ອໃນຈິດໃຈທີ່ໄດ້ຮັບຟັງໃນມື້ນີ້ໄປເຜີຍແຜ່ ແລະ ຜັນຂະຫຍາຍຢູ່ໃນກົມກອງ ແລະ ຄອບຄົວຂອງຕົນໃຫ້ໄດ້ຮັບຜົນດີ.

Cr.http://kpl.gov.la/detail.aspx?id=38007

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,