Sunday, March 15, 2026
Kbank Laos โอน รับ จ่าย

ດ່ວນ! ທາງກົມອຸຕຸນິຍົມໄທ ປະກາດເຕືອນບັນດາແຂວງທີ່ຕິດແມ່ນ້ຳຂອງ ມີຄວາມສ່ຽງຖືກພາຍຸ,ຝົນຕົກໜັກ, ແລະນ້ຳຂຶ້ນລົ້ນຝັ່ງ.


ເນື່ອງຈາກວ່າ ບໍລິເວນທະເລຈີນໃຕ້ຕອນເທິງ ໄດ້ທະວີຄວາມແຮງຂຶ້ນເປັນ ພາຍຸໂຊນຮ້ອນ “ບາລີຈັດ” ຄວາມໄວລົມສູງສຸດ ໃກ້ສູນກາງປະມານ 70 ກິໂລແມັດຕໍ່ຊົ່ວໂມງ ກຳລັງພັດມາທາງທິດຕາເວັນຕົກ ດ້ວຍຄວາມໄວປະມານ 20 ກິໂລແມັດຕໍ່ຊົ່ວໂມງ.
ຄາດວ່າ ພາຍຸນີ້, ຈະເຄື່ອນຕົວຜ່ານເກາະໄຫຫຼຳ ປະເທດຈີນ ໃນຊ່ວງວັນທີ່ 13-14

ແລະພາຍຸໃຕ້ຝຸ່ນມັງຄຸດ ໃນບໍລິເວນມະຫາສະໝຸດປາຊີຟິກ ມີແນວໂນ້ມພັດຜ່ານເກາະລູຊອນ ປະເທດຟີລິບປິນ ແລະເກາະໄຕຫວັນ ໃນຊ່ວງວັນທີ່ 14-15 ນີ້.

ເຊິ່ງພາຍຸ 2 ຕົວນີ້ ຈະເຮັດໃຫ້ບັນດາແຂວງທີ່ຕິດກັບແມ່ນ້ຳຂອງ ອາດຖືກຜົນກະທົບໂດຍທາງອ້ອມ ຈາກພາຍຸ, ຝົນຕົກໜັກ ແລະນ້ຳຂຶ້ນລົ້ນຕາຝັ່ງ.
ອ່ານເພີ່ມຕື່ມ:
http://news.thaipbs.or.th/content/274516

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປັນຍາປະດິດທີ່ມີຄວາມຮັບຜິດຊອບ (Responsible AI) : ຂີດຄວາມສາມາດທີ່ຜູ້ບໍລິຫານສູງສຸດ (CEOs)ບໍ່ສາມາດລະເລີຍໄດ້ອີກຕໍ່ໄປ

ປັນຍາປະດິດ (AI) ກຳລັງກາຍເປັນຕົວຂັບເຄື່ອນຫຼັກຂອງການແຂ່ງຂັນ, ຜະລິດຕະພັນ ແລະ ຄວາມສົມດຸນຂອງອົງກອນຢ່າງໄວວາ. ສຳລັບ CEOs ແລະ ຜູ້ນຳລະດັບຂັ້ນສູງ, ສິ່ງທ້າທາຍໃນປັດຈຸບັນ ບໍ່ວ່າຈະນຳໃຊ້ AI ຫຼື ບໍ່, ແຕ່ແມ່ນວິທີການນຳໃຊ້ແບບໃດໃຫ້ມີຄວາມປອດໄພ, ມີຄວາມຮັບຜິດຊອບ ແລະ ມີຄວາມໝັ້ນໃຈ. ນີ້ຄື ຫຼັກສູດ Responsible AI ທີ່ພັດທະນາໂດຍ ສຳນັກງານຄະນະກຳມະການດິຈິຕອລເພື່ອເສດຖະກິດ...

ຂໍ້ສັງເກດ! ລູກເຈົ້າເວົ້າຊ້າຜິດປົກກະຕິ ຫຼື ບໍ່?

ນີ້ອາດເປັນຄຳຖາມຈາກພໍ່ແມ່ຫຼາຍທ່ານ ທີ່ກັງວົນກ່ຽວກັບບັນຫາ “ລູກນານເວົ້າ ຫຼື ເວົ້າຊ້າ” ແຕ່ບໍ່ຮູ້ວ່າຊ້າສ່ຳໃດຈຶ່ງເອີ້ນວ່າຜິດປົກກະຕິ ເຊິ່ງຕໍ່ໄປນີ້ ແມ່ນການປະເມີນງ່າຍໆ ເພື່ອໃຫ້ທ່ານໄດ້ລອງກວດເບິ່ງວ່າ ຖ້າລູກຂອງທ່ານອາຍຸ 4 ປີ ແລ້ວ ແຕ່ຍັງ:

“ບິນກັບ Vietjet, ລຸ້ນຮັບໂຊກຄຳ” ແລະ ສ່ວນຫຼຸດຄ່າປີ້ຍົນສູງສຸດເຖິງ 83% ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ.

(ນະຄອນຫຼວງວຽງຈັນ, ວັນທີ 2 ມີນາ 2026) – Vietjet ເຊີນຊວນນັກທ່ອງທ່ຽວສາກົນຈາກປະເທດລາວ ມາສຳຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.