ແຂວງສາລະວັນ ຊຸກຍູ້ຜູ້ປະກອບການ ປັບປຸງຫົວໜ່ວຍ ທຸລະກິດການທ່ອງທ່ຽວ

ວັນທີ 6 ກັນຍາ 2018,  ພະແນກຖະແຫລງຂ່າວ,   ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ສາລະວັນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານ ປູກຈິດສຳນຶກ ແລະ ຊຸກຍູ້ຜູ້ປະກອບການ  ​ໃຫ້​ມີ​ການປັບປຸງ ບັນດາຫົວໜ່ວຍທຸລະກິດ  ໃນຂະແໜງ ການທ່ອງທ່ຽວທົ່ວແຂວງ ເພື່ອເປັນການຕີລາຄາການຈັດຕັ້ງປະຕິບັດວຽກງານ  ການທ່ອງ ທ່ຽວ ​ໂດຍສະ​ເພາະ​ຢູ່ 4 ແຂວງພາກໃຕ້  ​ໃຫ້ປະຕິບັດຕາມມາດຕະຖານເຂົ້າສູ່ລະບົບ,  ທັງເອົາໃຈ ໃສ່ພັດທະນາ ທາງດ້ານພື້ນຖານໂຄງລ່າງ ການທ່ອງທ່ຽວ ເຊັ່ນ: ເສັ້ນ ທາງ ເຂົ້າແຫລ່ງທ່ອງທ່ຽວ,   ກິດຈະກຳການທ່ອງທ່ຽວ  ​ແລະ ສິ່ງອຳນວຍຄວາມສະດວກອື່ນໆ ເພື່ອ ຮອງຮັບການທ່ອງທ່ຽວ  ​ໃຫ້ມີການຂະຫຍາຍຕົວດີ​ຂຶ້ນ.

ທ່ານ ສົມໃຈ ອຸ່ນຈິດ ຫົວໜ້າພະແນກ ຖວທ ແຂວງ​ໃຫ້​ຮູ້​ວ່າ:  ປັດຈຸບັນ ແຂວງສາລະວັນ ມີໂຮງ ແຮມທັງໝົດ 7 ແຫ່ງ,  ເຮືອນພັກ 50 ແຫ່ງ, ຮ້ານອາຫານ 48 ແຫ່ງ,  ຮ້ານບັນເທີງ 2 ແຫ່ງ, ຮ້ານກິນ ດື່ມ-ບັນເທີງ 70 ແຫ່ງ  ແລະ ບໍລິສັດທ່ອງທ່ຽວ 2 ບໍລິສັດ.  ໃນນັ້ນ ໄດ້ແບ່ງຂັ້ນຄຸ້ມຄອງໃຫ້ ແຂວງ 67 ແຫ່ງ,  ເມືອງ 112 ແຫ່ງ, ຈັດລະດັບມາດຖານໂຮງແຮມ 3 ດາວ 1 ແຫ່ງ, ໂຮງແຮມ 2 ດາວ 1 ແຫ່ງ, ເຮືອນພັັກທີ່ ມີ 3 ດອກຈຳປາ 3 ແຫ່ງ ແລະ ເຮືອນພັກ ມີ 1 ດອກຈຳປາ, 1 ແຫ່ງ, ໄດ້ເຜີຍແຜ່ລະ ບອບການຄຸ້ມຄອງໂຮງແຮມ, ເຮືອນພັກ ແລະ ມາດຕະຖານໂຮມສະເຕ, ຫົວໜ່ວນທຸລະກິດ ໃນເທດ ສະ ບານແຂວງ ແລະ ຕາດເລາະ. ພ້ອມນັ້ນ,ໄດ້ຍົກລະດັບ ໃຫ້ບັນດາຫົວໜ່ວຍທຸລະກິດບໍລິການ ເພື່ອຍົກສູງ ຄວາມສາມາດ  ໃນຂະແໜງການທ່ອງ ທ່ຽວ  ແລະ ປະສານສົມທົບກັບຫ້ອງການ ຖວທ ເມືອງ  ໃນການຄຸ້ມ ຄອງ, ​ຕິດຕາມ, ກວດກາ ການບໍລິການ  ຮ້ານອາຫານ, ສະຖານບັນເທິງ,  ສະຖານທີ່ທ່ອງທ່ຽວ,  ການ ລົງທຶນ ແລະ ທຸລະກິດນຳທ່ຽວ  ໃຫ້ເຂົ້າສູ່ລົບ ແລະ ຖືກຕາມມາດຕະຖານການທ່ອງທ່ຽວ.

ທີ່ມາ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,