ເຮືອຊ່ວງຮ້ານຂາຍລົດດອນແຊ້ມ ເອົາຊະນະແຊ້ມເກົ່າ ໄຊຍະບູລີຢ່າງວຸດວິດ

ງານຊ່ວງເຮືອປະເພນີ ເດືອນ 9  ຫໍ່ເຂົ້າປະດັບດີນ ອັນເປັນເອກະລັກສະເພາະ  ຊາວຫລວງພະບາງ ເມືອງມໍລະດົກໂລກ  ໄດ້ຈັດຂຶ້ນທຸກປີ ພໍເຖິງມື້ແຮມ 14 ຂອງເດືອນ  9 ສຳລັບປີນີ້ ກົງກັບວັນທີ 9 ກັນຍາ,  ເຊິ່ງເປັນໜຶ່ງໃນກິດ ຈະກໍາຫລັກ  ຂອງການສະເຫລີມສະຫລອງປີທ່ອງທ່ຽວລາວ  2018 ຢູ່ແຂວງຫລວງພະບາງ,  ບັນຍາກາດ ເຫັນວ່າມີຄວາມຄືກຄື້ນ ມ່ວນຊື່ນກ່ວາປີຜ່ານມາ, ໂດຍມີເຮືອຊ່ວງ  ມາຈາກບັນດາບ້ານ,  ສຳນັກງານອ້ອມຂ້າງແຂວງ  ແລະ ແຂວງໃກ້ຄຽງ ເຂົ້າຮ່ວມ 29 ລໍາ.

ຜ່ານການແຂ່ງຂັນ  ທ່າມກາງສຽງເຊຍເຕັມສອງຟາກຝັ່ງແມ່ນໍ້າຄານ  ຜົນປະກົດວ່າ ອັນດັບທີ 1 ແມ່ນເຮືອຊ່ວງ ຮ້ານຂາຍລົດດອນແຊ້ມ  ໄດ້ຮັບຂັນຄອງແຊັມ 3 ປີ  ເປັນປີທຳອິດ, ເປັນຂັນເງິນ ນໍ້າໜັກ 1 ກິໂລເຄີ່ງ  ແລະ ຂັນຊະ ນະເລີດປະຈຳປີ ເປັນຂັນເງິນ 1 ກິໂລ,  ພ້ອມເງິນສົດ 15 ລ້ານກີບ,  ອັນດັບທີ 2 ເຮືອຊ່ວງ ແຂວງໄຊຍະບູລີ  ບໍລິສັດ ພັນທະມິດກໍ່ສ້າງຂົວທາງຈຳກັດ  ໄດ້ຮັບຂັນເງິນນໍ້າໜັກ 800 ກຣາມ,  ພ້ອມເງິນສົດ 14 ລ້ານກີບ,  ອັນດັບທີ 3 ເຮືອຊ່ວງ ແຂວງ ບໍ່ແກ້ວ  ສວນລີສອດປາກຄານ ໄດ້ຮັບຂັນເງິນ  ນໍ້າໜັກ 500 ກຣາມ ພ້ອມດ້ວຍເງິນສົດ 13 ລ້ານ ກີບ, ອັນດັບທີ 4 ເຮືອຊ່ວງ  ເມືອງປາກອູ ທະນາຄານການຄ້າຕ່າງປະເທດລາວ  ມະຫາຊົນ ໄດ້ຮັບເງິນສົດ 12 ລ້ານກີບ,  ອັນດັບທີ 5 ເຮືອຊ່ວງ ອົງ ການໄອຍາການປະຊາຊົນແຂວງ  ບໍລິສັດລາວໂຕໂຍຕາ  ໄດ້ຮັບເງິນສົດ 11 ລ້ານກີບ,  ອັນດັບທີ 6 ເຮືອຊ່ວງ ບ້ານຫາດຮ່ຽນ  2 ໂຮງແຮມໂຣສວຸດ ໄດ້ຮັບເງິນສົດ 10 ລ້ານກີບ,  ອັນດັບທີ 7 ເຮືອຊ່ວງ ວັດຊຽງທອງ 2 ໄດ້ຮັບເງິນສົດ 9 ລ້ານກີບ,  ອັນດັບທີ 8 ເຮືອຊ່ວງນະຄອນຫລວງວຽງຈັນ  ໄດ້ຮັບເງິນສົດ 8 ລ້ານ 5 ແສນກີບ.  

ນອກນັ້ນ, ແມ່ນໄດ້ຮັບລາງວັນຊົມເຊີຍ  ທີ່ແຕກຕ່າງກັນຕາມອັນດັບທີ,  ສ່ວນເຮືອ ນາງດຳ ນາງດ່ອນ  ແມ່ນໄດ້ຮັບລາງວັນເງິນສົດ ລຳລະ 3 ລ້ານກີບ  ແລະ ລາງວັນເຮືອງາມ ປະກອບມີ ທີ 1 ເຮືອຊ່ວງ  ບ້ານຫາດຮ່ຽນ 2 ໄດ້ຮັບເງິນສົດ 3 ລ້ານກີບ,  ທີ 2 ເຮືອຊ່ວງ ວັດໃໝ່ສຸວັນນະພູມມາຣາມ ໄດ້ຮັບເງິນສົດ 2 ລ້ານກີບ,  ທີ 3 ເຮືອຊ່ວງ ວັດຊຽງທອງ 1 ໄດ້ຮັບເງິນສົດ 1 ລ້ານກີບ.  ໃຫ້ກຽດມອບລາວວັນ  ມີ ທ່ານ ສຸກັນ ບຸນຍົງ ເຈົ້ານະຄອນ  ຫລວງພະບາງ ຮອງປະທານ ຈັດງານ ບຸນເດືອນ  9 ຫໍ່ເຂົ້າປະດັບດີນ ປະຈໍາປີ 2018  ພ້ອມດ້ວຍ ການນຳແຂວງຫລວງພະບາງ  ແລະ ແຂກຮັບເຊີນ.

 ການຈັດງານຊ່ວງເຮືອ  ໂອກາດບຸນຫໍ່ເຂົ້າປະດັບດິນ  ຢູ່ນະຄອນຫລວງພະບາງ  ເມືອງມໍລະ ດົກໂລກນີ້  ເພື່ອເປັນການອານຸລັກວັດທະນະທຳ,  ຮີດຄອງປະເພນີອັນດີງາມ  ທີ່ເປັນເອກະລັກຂອງຊາວ  ເມືອງມາແຕ່ດຶກດຳບັນ ອີກດ້ານໜື່ງ  ແມ່ນເພື່ອເປັນການຊົມເຊີຍຜົນສຳເລັດ  ໃນການຜະລິດລະ ດູປີຂອງຊາວກະສິກອນ  ທັງເປັນການຜູກແໜ້ນຄວາມສາມັກຄີ  ລະຫ່ວາງບ້ານຕໍ່ບ້ານ   ດ້ວຍການທົດສອບກຳລັງແຮງດ້ວຍການແຂ່ງຂັນຊ່ວງເຮືອ.

ຂໍ້ມູນຈາກ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: