ແຂວງ ຈຳປາສັກ ມີທັງ​ໝົດ 77  ໂຄງການໃນຂົງເຂດເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ  ປີ 2018 ລວມມູນຄ່າ​ເສຍ​ຫາຍທັງໝົດ  ຫລາຍກວ່າ 84 ຕື້ກີບ.
  ອີງຕາມບົດລາຍງານ ຂອງພະແນກແຜນການ ແລະ ການລົງທຶນ  ແຂວງຈຳປາສັກ ສະບັບ​ລົງ​ວັນ​ທີ 4 ກັນຍາ 2018  ລະບຸວ່າ: ບັນດາໂຄງການທີ່ໄດ້ຮັບຜົນກະທົບປະກອບມີ  ຂະແໜງໂຍທາທິການ ແລະ ຂົນສົ່ງ  ຈຳນວນ 69 ໂຄງການ ລວມມູນຄ່າຄວາມເສຍຫາຍ 76,4 ຕື້ກວ່າກີບ  ແລະ  ຂະແໜງກະສິກຳ ແລະ ປ່າໄມ້ ຈຳນວນ 8 ໂຄງການ  ລວມມູນຄ່າ 8,3 ຕື້ກວ່າກີບ.

     ສໍາລັບຂະແໜງໂຍທາທິການ  ແລະ ຂົນສົ່ງ ລວມມີທາງຫລວງແຂວງ  ຈຳນວນ 5 ໂຄງການ,  ທາງຫລວງເມືອງ ມີ 6 ໂຄງການ,  ທາງຊົນນະບົດ ມີ 52 ໂຄງການ  ແລະ ທາງເທດສະບານມີ 6 ໂຄງການ,  ໃນນັ້ນ ໂຄງການ ສ້ອມແປງເສັ້ນທາງແຕ່ແຍກທາງ  16 ບ້ານວັງເຕົ່າ-ບ້ານເວີນໄຊ  ເມືອງ ໂພນທອງ ໄດ້ຮັບຄວາມເສຍຫາຍຫລາຍກວ່າໝູ່  ມູນຄ່າ 6 ຕື້ກວ່າກີບ,  ຮອງລົງມາແມ່ນ ໂຄງການສ້ອມແປງເສັ້ນທາງແຕ່ແຍກທາງ  7818 ບ້ານ ​ວັງ​ຫລວງ​ເກົ່າ  ​ເມື​ອງຈຳປາ​ສັກ-ບ້ານ​ຫ້ວບ​ເລກ-ບ້ານ​ທ່າ​ຄໍ້-ບ້ານ​ທ່າ​ບັກ  ​ເມືອງ​ມູນ​ລະ​ປະ​ໂມກ ມູນຄ່າ 3 ຕື້ກວ່າກີບ  ​ແລະ ໂຄງການສ້ອມແປງເສັ້ນທາງ ແຕ່ແຍກທາງ 13  ບ້ານບຸ່ງຄ້າ-ບ້ານໃໝ່ ສິງສໍາພັນ ເມືອງ ຊະນະສົມບູນ ມູນຄ່າ 3 ຕື້ກວ່າກີບ.

     ເມືອງທີ່ໄດ້ຮັບຜົນກະທົບຫລາຍກວ່າໝູ່ແມ່ນ  ເມືອງປະທຸມພອນມີ 15 ໂຄງ ການ, ຮອງລົງມາແມ່ນ ເມືອງ ຈຳປາສັກ ມີ 14 ໂຄງການ,  ເມືອງ ໂພນທອງ ມີ 13 ໂຄງການ, ເມືອງ ໂຂງມີ 9 ໂຄງການ,  ເມືອງ ຊະນະສົມບູນ ມີ 7 ໂຄງການ, ນະຄອນປາກເຊ ມີ 6 ໂຄງການ, ເມືອງ ປາກຊ່ອງ ມີ 5 ໂຄງການ, ເມືອງ ມູນລະປະໂມກ ມີ 3 ໂຄງການ, ເມືອງ ບາຈຽງ ມີ 3 ໂຄງການ, ເມືອງ ສຸຂຸມມາ ມີ 1 ໂຄງການ ແລະ ອີກ 1 ໂຄງການ ແມ່ນຢູ່ເມືອງ ຈຳປາສັກ-ເມືອງສຸຂຸມມາ-ເມືອງມູນລະປະໂມກ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່ມາ: ຂປລ

Hits: 14

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້