Monday, March 24, 2025

ໃຜໆກໍມີເງິນລ້ານໄດ້ ດ້ວຍອາຊີບງ່າຍໆ “ປູກຖົ່ວງອກ”ເປັນສິນຄ້າ ໃຊ້ຕົ້ນທຶນຕໍ່າ,ປູກງ່າຍ, ຂາຍໄວ.

ຄອບຄົວ ນາງ ສອນ ທໍາມະວົງ ອາຍຸ 33 ປີ ປະຊາຊົນ ແລະ ທ້າວ ສົມຮັກ ເທບບົວລີ ອາຍຸ 40 ປີພະນັກງານຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໂຂງ ແຂວງຈໍາປາສັກ ຖືເອົາການປູກຖົ່ວງອກ ເປັນອາຊີບເສີມ ເພື່ອເພີ່ມລາຍຮັບໃຫ້ຄອບຄົວ.

ນາງ ສອນ ທໍາມະວົງ ໃຫ້ຮູ້ວ່າ: ຂ້າພະເຈົ້າ ເກີດຢູ່ແຂວງໄຊສົມບູນ, ພາຍຫລັງສ້າງຄອບຄົວແລ້ວ ປີ 2011 ໄດ້ຍ້າຍມາຢູ່ນໍາຜົວ ຢູ່ບ້ານນາ ເມືອງໂຂງ, ຕອນມາຢູ່ໃໝ່ ບໍ່ມີວຽກເຮັດເລີຍ ທົດລອງເຮັດຂອງກິນສຸກ ໂດຍເຮັດອາຫານແບບເອກະລັກທາງເໜືອລົງຂາຍຢູ່ຕະຫລາດ, ແຕ່ການຕອບຮັບບໍ່ດີເລີຍເຊົາ. ຕໍ່ມາໄດ້ທົດລອງ ລ້ຽງຈີລີດ ເພື່ອຢາກເຮັດເປັນອາຊີບເສີມ ແຕ່ຕົນເອງບໍ່ມີບົດຮຽນໃນການລ້ຽງ ຜົນໄດ້ຮັບບໍ່ສູງເລີຍເຊົາອີກ, ຮອດກາງປີ 2017 ໄດ້ທົດລອງປູກຖົ່ວງອກ ເປັນສິນຄ້າເຫັນ ວ່າສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ໄດ້ດີສົມຄວນ ຈິ່ງໄດ້ສືບຕໍ່ປູກມາເລື້ອຍໆ ຈົນເຖິງປັດຈຸບັນ.

ສໍາລັບຂັ້ນຕອນ ການປູກຖົ່ວງອກນັ້ນ, ກ່ອນອື່ນເມື່ອໄດ້ ໃນຖົ່ວຂຽວມາແລ້ວ ຕ້ອງລ້າງນໍ້າໃຫ້ສະອາດ ແລ້ວໝ່າໄວ້ ປະມານ 5-6 ຊົ່ວໂມງ, ຈາກນັ້ນ ຈິ່ງເອົາອອກມາ ປະໄວ້ໃຫ້ສະເດັດນໍ້າ ແລ້ວຊາວປະສົມ ໃນຖົ່ວຂຽວເຂົ້າກັບດິນຊາຍໃໝ່ໆ ແລະ ຊຸ່ມທີ່ເຮົາກະກຽມໃສ່ຟຸຍໄວ້ ຕາມອັດຕາສ່ວນ ໃນຖົ່ວຂຽວ 2 ສ່ວນຕໍ່ດິນຊາຍ 3 ສ່ວນ ເມື່ອປະສົມ ເຂົ້າກັນດີແລ້ວ ກໍ່ເອົາດິນຊາຍແຫ້ງ ປະມານ 2 ຊ້ວນປົກໜ້າ ແລ້ວເອົານໍ້າພົມບາງໆ ຈາກນັ້ນກໍ່ເອົາຜ້າຢາງດໍາ ປົກໄວ້ 2 ມື້ 2 ຄືນ ກໍ່ສາມາດເອົາອອກມາຂາຍໄດ້. ຖ້າລູກຄ້າຢາກໄດ້ຖົ່ວງອກ ສັ້ນກໍ່ໃຊ້ດິນຊາຍປະສົມບໍ່ຫລາຍ, ຖ້າລູກຄ້າ ຢາກໄດ້ຖົ່ວງອກ ແບບຍາວໆ ກໍ່ໃຊ້ດິນຊາຍຫລາຍໆ.

ອຸປະກອນ ການປູກຖົ່ວງອກ ມີຟຸ້ຍຕັດເຄິ່ງ, ນໍ້າ, ດິນຊາຍ ແລະ ໃນຖົ່ວຂຽວ ເຊິ່ງຊື້ຈາກຕະຫລາດ, ໃນຖົ່ວຂຽວລະດູຝົນ ຈະແພງກວ່າ ລະດູແລ້ງລາຄາ ຕໍ່າສຸດ 6 ພັນກີບ/ກິໂລ, ສູງສຸດ 14 ພັນກີບ/ກິໂລ, ໃນຖົ່ວຂຽວ 1ກິໂລ ສາມາດປູກຖົ່ວງອກ ໄດ້ 4 ກິໂລ. ການປູກຖົ່ວງອກ ໃນປັດຈຸບັນ ແຕ່ລະວັນ ໃຊ້ໃນຖົ່ວຂຽວ 3 ກິໂລແລະ ສາມາດເຮັດຖົ່ວງອກ ໄດ້ 10 ກິໂລ, ລາຄາຂາຍ 8 ພັນກີບ/ກິໂລ ເຊິ່ງປູກຂາຍທຸກວັນ ,ບາງຄັ້ງກໍ່ເອົາໄປຂາຍ ຢູ່ຕະຫລາດ, ບາງຄັ້ງກໍ່ມີລູກຄ້າ ມາຮັບເອົາໄປຂາຍຕໍ່, ລະດູ ແລ້ງໄດ້ຂາຍດີ ກວ່າລະດູຝົນ ເພາະລະດູແລ້ງມີ ບຸນ, ດອງ ແລະ ອື່ນໆຫລາຍ, ຖ້າລູກຄ້າຕ້ອງ ການຫລາຍ ກໍ່ສາມາດເຮັດ ຖົ່ວງອກ ຕອບສະໜອງ ໄດ້ແຕ່ຕ້ອງສັ່ງກ່ອນ ລ່ວງໜ້າ 3 ວັນ.

ຖາມເຖິງ ເຕັກນິກ ແລະ ວິທີການ ໃນການປູກຖົ່ວງອກນັ້ນ, ນາງກ່າວວ່າ: ບໍ່ໄດ້ຮຽນ ຈາກໂຮງ ຮຽນ ຫລືສະຖາບັນການສຶກສາໃດໆ ມີແຕ່ຮຽນໃນຢູທູບ, ເຮັດໄປນໍາ, ຮຽນໄປນໍາ. ການປູກຖົ່ວງອກ ເປັນສິນຄ້າເປັນ ກິດຈະກໍາ ເສີມຂອງຄອບຄົວ, ນໍາ ໃຊ້ທຶນບໍ່ຫລາຍ, ຜ່ານຈາກ ການປູກຖົ່ວງອກ ປີກວ່າໆ ໄດ້ເຮັດ ໃຫ້ຄອບຄົວ ມີລາຍຮັບ ແລະ ມີເງິນໝູນວຽນ ແຕ່ລະວັນ.

Cr.KPL
ພາບປະກອບ: www.lookmhee.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.