ຊາວກະສິກອນເມືອງສີໂຄດຕະບອງ ເກັບກ່ຽວເຂົ້ານາປີສຳເລັດແລ້ວ 50%

ຊາວ​ກະ­ສິ­ກອນ​ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ່​ຄື ຊາວ​ກະ­ສິ­ກອນ​ໃນ​ທົ່ວ​ປະ­ເທດ ກຳ­ລັງ​ຂຸ້ນ­ຂ້ຽວ​ເກັບ​ກ່ຽວ​ເຂົ້າ­ນາ​ປີ 2018 ເພື່ອ​ໃຫ້​ທັນ​ກັບ​ລະ­ດູ​ການ​ຜະ­ລິດ ພ້ອມ​ທັງ​ກະ­ກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ ເຂົ້າ​ສູ່​ການ​ຜະ­ລິດ​ລະ­ດູ­ແລ້ງ ປີ 2019 ຢ່າງ​ເປັນ​ຂະ​ບວນ​ຟົດ­ຟື້ນ.

ທ່ານ ຄຳ​ມະ­ນີ ສົງ​ວຽງ​ໄຊ ຮອງ​ຫົວ­ໜ້າ​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ເມືອງ​ສີ​ໂຄດ​ຕະ­ບອງວ່າ: ຊາວ​ກະ­ສິ­ກອນ​ທົ່ວ​ເມືອງ​ສີ​ໂຄດ​ຕະ­ບອງ ໄດ້​ເລີ່ມ​ເກັບ​ກ່ຽວ​ເຂົ້າ­ນາ​ປີ 2018 ມາ​ແຕ່​ກາງ​ເດືອນ​ຕຸ­ລາ ເປັນ­ຕົ້ນ​ມາ ປັດ­ຈຸ­ບັນ​ສາ­ມາດ​ເກັບ​ກ່ຽວ​ໄດ້​ສຳ­ເລັດ​ແລ້ວ 50% ແລະ ຄາດ​ວ່າ​ໃນ​ທ້າຍ​ເດືອນ​ພະ­ຈິກ ຈະ​ໃຫ້​ສຳ­ເລັດ 100% ໃນ​ເນື້ອ­ທີ່​ນາ­ປີ ທັງ​ໝົດ 1.400 ເຮັກ­ຕາ ສະ­ມັດ­ຖະ­ພາບ​ໃນ​ການ​ຜະ­ລິດ​ສະ­ເລ່ຍ 4,2-4,3 ໂຕນ​ຕໍ່​ເຮັກ­ຕາ ໂດຍ​ຄາດ​ວ່າ​ຜົນ​ຜະ­ລິດ​ປີ​ນີ້ ຈະ​ຫຼຸດ​ລົງ​ກວ່າ​ທຸກ​ປີ ເພາະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ນ້ຳ​ຖ້ວມ 54 ເຮັກ­ຕາ ຈາກ​ໄພ​ນ້ຳ​ຖ້ວມ​ໃນ​ໄລ­ຍະ​ຜ່ານ​ມາ.

ເພື່ອ​ກະ­ກຽມ​ໃສ່​ການ​ຜະ­ລິດ​ເຂົ້າ­ນາ­ແຊງ​ໃນ​ລະ­ດູ​ການ​ຜະ­ລິດ​ທີ່​ໃກ້​ຈະ​ມາ​ເຖິງ​ນີ້ ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ ໄດ້​ຊີ້​ນຳ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ ຮ່ວມ​ກັບ​ຊາວ​ກະ­ສິ­ກອນ ລົງ​ຟື້ນ​ຟູ​ເນື້ອ­ທີ່​ການ​ຜະ­ລິດ​ທີ່​ຖືກ​ຜົນ​ກະ­ທົບ​ຈາກ​ນ້ຳ​ຖ້ວມ ເພື່ອ​ກະ­ກຽມ​ສືບ­ຕໍ່​ທຳ​ການ​ຜະ­ລິດ​ເຂົ້າ­ນາ­ແຊງ ພ້ອມ​ທັງ​ເລັ່ງ​ຟື້ນ​ຟູ​ໂຄງ­ການ​ຈັກ­ສູບ­ນ້ຳ 3 ໂຄງ­ການ ອະ­ນາ­ໄມ​ຄອງ­ເໝືອງ ກະ­ກຽມ​ສະ­ໜອງ​ນ້ຳ​ໃຫ້​ເນື້ອ­ທີ່​ການ​ຜະ­ລິດ​ເຂົ້າ­ນາ­ແຊງ 200 ເຮັກ­ຕາ ເພື່ອ​ໃຫ້​ຊາວ​ກະ­ສິ­ກອນ​ສາ­ມາດ​ທຳ​ການ​ຜະ­ລິດ​ທັນ​ຕາມ​ລະ­ດູ​ການ.

Cr.VientianeMai
ພາບປະກອບ: images.onbnews.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...