ໝົກນາງ “ຕໍ່” ອາຫານຈາກສະຫວັນ ແຕ່ເອົາກັນມາຈາກນາລົກ

ອາກາດກໍເລີ່ມໜາວແລ້ວ, ມື້ນີ້ທາງທີມງານອິນໄຊລາວ ຂໍນຳສະເໜີ ເມນູແປກໆ! ເຊິ່ງເປັນອາຫານເລີດຫຼູຂອງຄົນໄທບ້ານ ມານຳສະເໜີ.

ໝົກນາງ “ຕໍ່” ເປັນອາຫານສະຫວັນຂອງຄົນໄທບ້ານ ແຕ່ກ່ອນທີ່ຊິເອົາມາເຮັດເປັນເມນູອາຫານໄດ້ ກໍຕ້ອງຜ່ານນາລົກໄປບໍ່ແມ່ນງ່າຍໆ. ເພາະວ່າຕ້ອງໄດ້ທຳສົງຄາມກັນຢ່າງຄັກແນ່! ວ່າໃຜຊິຊະນະ! ໃຜຊິປະລາໄຊ!.

ອາຫານທີ່ໂດ່ງດັງຂອງຍີ່ປຸ່ນ ເຊັ່ນ: ປາຊາບະ, ປາແຊວມ້ອນ… ທີ່ນຳມາຈາກທະເລ ອາຫານລາວເຮົາກໍຄືກັນ ແມ່ນຕ້ອງເອົາມາຈາກປ່າດົງ ໃຊ້ໄຟເປັນອາວຸດກ່ອນຈະໄດ້ມາ.

“ຕໍ່” ນັ້ນ ມີຫຼາຍປະເພດ ເຊັ່ນ: ຕໍ່ຫົວເສືອ, ຕໍ່ງົວ,ຕໍ່ຂຸມ, ຕໍ່ຮັງ, ຕໍ່ນອນເວັນ…

ສຳລັບເມນູໝົກຕໍ່ນີ້, ມີສ່ວນປະກອບດັ່ງນີ້:

1.ນາງຕໍ່ (ອ່ອນ) 
2.ປາແດກ
3.ໄຂ່ໄກ່
4.ໝາກເຜັດ
.5.ຜັກຫອມບົ່ວ, ຜັກອີ່ຕູ່, ຫົວສີໃຄ, ໃບຂີ້ຫູດ. 
6.ໃບຕອງກວ້າຍ

ວິທີເຮັດ:

1.ຫັ່ນຫອມບົ່ວ ຫົວສີໃຄ ໃບຂີ້ຫູດ 
2. ຕອກໄຂ່ໄກ່ລົງຖວ້ຍ ໂຮຍເກືອໃສ່ໜ້ອຍໜຶ່ງ ຕີໃຫ້ແຕກ ຄົນໆ ໃຫ້ທົ່ວ.
3.ນຳເອົານາງຕໍ່ລົງໃສ່ຖວ້າຍ ຄົນໃຫ້ເຂົ້າກັນ. 
4.ຕື່ມປາແດກ ແລະໝາກເຜັດລົງໄປ.
5.ໃສ່ຜັກຫອມທີ່ກຽມໄວ້ລົງໄປ.
6. ເອົາຈອງຕັກມາໃສ່ຕອງກວ້າຍ ເຮັດເປັນໝົກງາມໆ (ຕອງຕ້ອງລົນໄຟມາກ່ອນ)
7.ນຳເອົາໝົກໄປໝົກໄຟ ຫຼືນຳເອົາໜຶ້ງກໍໄດ້ ໃຫ້ສຸກພໍປະມານ.
ສຳເລັດ.

ນາງຕໍ່ນີ້, ສາມາດນຳເອົາໄປເຮັດອາຫານໄດ້ຫາກຫຼາຍຊະນິດ ເຊັ່ນ: ກອ້ຍ, ແກງ, ແກງໃສ່ໜໍ່ໄມ້ສົ້ມ, ໜຶ້ງ, ຂົ້ວ, ອ່ອມ………………

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...