ຊົມເຊີຍ! ອົງການອະນຸຮັກທຳມະຊາດໂລກ ປະຈຳ ສປປລາວ ຊ່ວຍສົ່ງເສີມອາຊີບການເປັນຢູ່ປະຊາຊົນເຂດສີພັນດອນ ໃຫ້ມີລາຍຮັບລາຍຂຶ້ນ.

ອົງການກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາ ສປປ ລາວ (WWF-Laos) ຮ່ວມກັບກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຂະແໜງລ້ຽງສັດ ແລະ ການປະມົງ ແຂວງຈໍາສັກ ນໍາຄະນະຮັບຜິດຊອບລົງຕິດຕາມຊຸກຍູ້ ໂຄງການຄຸ້ມຄອງ ແລະ ຊົມໃຊ້ປາ ແລະ ສັດນ້ຳອື່ນໆແບບຍືນຍົງ ຢູ່ເຂດສີພັນດອນ ໄລຍະທີ 2 ລະຫວ່າງວັນທີ 13-15 ພະຈິກ 2018 ຢູ່ເມືອງໂຂງ ແລະ ເມືອງມູນລະປະໂມກ ແຂວງຈໍາປາສັກ ໂດຍສະເພາະແມ່ນການສົ່ງຊີວິດການເປັນຢູ່ຂອງປະຊາຊົນ ໃນການລ້ຽງປາ ເພື່ອສ້າງລາຍຮັບໃຫ້ຊຸມຊົນໃນເຂດສີພັນດອນ.

ທ່ານ ບຸນເກີດ ຄໍາພິທັກ ຮອງຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ແຂວງຈໍາປາສັກ ກ່າວວ່າ: 
ການຈັດຕັ້ງປະຕິບັດໂຄງການໃນໄລຍະທີໜຶ່ງ ໂດຍລວມ ເຫັນວ່າປະສົບຜົນສຳເລັດຫຼາຍດ້ານ ໂດຍສະເພາະແມ່ນໄດ້ກຳນົດ ແລະ ຮັບຮອງແຜນຄຸ້ມຄອງການປະມົງໄລຍະ 10 ປີ ໃນເຂດສີພັນດອນ ສ້າງ ແລະ ປັບປຸງວັງສະຫງວນຈຳນວນ 37 ວັງ ແລະ ຄະນະກຳມະການຄຸ້ມຄອງການປະມົງຂັ້ນບ້ານຈຳນວນ 30 ບ້ານ ສ້າງທີມງານລາດຕາເວນໜ້ານໍ້າ 4 ທີມ ລວມທັງສະໜອງອຸປະກອນ ສ້ອມແປງອຸປະກອນ ແລະ ສະໜອງການເຝິກອົບຮົມທີ່ກ່ຽວຂ້ອງ ຕິດຕາມຄວາມຫຼາກຫຼາຍທາງດ້າຍຊີວະນາໆພັນຂອງແມ່ນໍ້າ ເກັບກຳຂໍ້ມູນທາງດ້ານວິທະຍາສາດ ແລະ ຂຽນເປັນບົດລາຍງານ ຊຸກຍູ້ກິດຈະກຳສ້າງລາຍຮັບເສີມ ແລະ ປັບປຸງຊີວິດການເປັນຢູ່ໃຫ້ແກ່ ຫຼາຍກ່ວາ 800 ຄົວເຮືອນ ສ້າງໂຮງຮຽນສີຂຽວ ລວມທັງສະ ໜອງອຸປະກອນ ແລະ ການເຝິກອົບຮົມທີ່ກ່ຽວຂ້ອງ ໃຫ້ໂຮງຮຽນ 5 ແຫ່ງ ແລະ ຍັງມີກິດຈະກຳອື່ນໆຂອງໂຄງການ.

ສໍາລັບໂຄງການ ໄລະຍະທີ 2 ແມ່ນເລັງໃສ່ໃນຂົງເຂດສີພັນດອນຕາມລ່ອງແມ່ນໍ້າຂອງຕອນກາງ ຂອງແຂວງຈໍາປາສັກ ຈຸດປະສົງຫຼັກຂອງໂຄງການແມ່ນເພື່ອປັບປຸງ ແລະ ເພີ່ມຈໍານວນຊັບພະຍາ ກອນສັດນໍ້າ ໂດຍສ້າງຮູບແບບການຄຸ້ມຄອງການປະມົງແບບມີສ່ວນຮ່ວມ ແລະ ສະໜັບສະໜູນການປັບປຸງຊີວິດການເປັນຢູ່ຂອງຊຸມຊົນ ໂດຍສະເພາະພວກເຮົາມີການສ້າງວັງສະຫງວນແລ້ວ ແນ່ນອນມັນຕ້ອງສົ່ງຜົນກະທົບຕໍ່ການດໍາລົງຊີວິດ ກໍ່ຄື ການທໍາມາຫາກິນຂອງປະຊາຊົນ ເນື່ອງຈາກໄດ້ກໍານົດເປັນຂອບ ເຂດໃນການຫາປາ ສະນັ້ນ ທາງໂຄງການດັ່ງກ່າວ ຈຶ່ງເຫັນໄດ້ວຽກງານໜຶ່ງທີ່ມີຄວາມສໍາຄັນທີ່ຈະຕ້ອງເອົາໃຈໃສ່ເຮັດແນວໃດ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນເຂດດັ່ງກ່າວ ເພາະບໍ່ຢາກໃຫ້ເຂົາເຈົ້າເຂົ້າໄປຫາປາຫຼາຍເກີນໄປ ຈຶ່ງມີແນວຄິດລິເລີ່ມກ່ຽວກັບການສົ່ງເສີມໃນການລ້ຽງປາຢູ່ໃນໜອງ ແລະ ນາເຂົ້າ ໂດຍສະເພາະປັດຈຸບັນ ພວກເຮົາກໍ່ມີກິດຈະກໍາໃໝ່ ກໍ່ຄືການປູກຜັກອີຮູມ ລ້ຽງຈີລີດ ແລະ ລ້ຽງປາ ທີ່ມີຊ່ຽວຊານຈາກຕ່າງປະ ເທດ ເຂົ້າມາຊ່ວຍໃນການປູກຜັກອີຮູມ ລ້ຽງຈີລີດ ແລະ ເອົາມາເກືອປາໃນໜອງ.

ທ່ານ ວິພູ ຂຸນທະວົງ ຫົວໜ້າໂຄງການຄຸ້ມຄອງ ແລະ ຊົມໃຊ້ປາ ແລະ ສັດນ້ຳອື່ນໆແບບຍືນຍົງ ຢູ່ເຂດສີພັນດອນ ໄລຍະທີ II ກ່າວວ່າ: 
ສໍາລັບການສະໜັບສະໜູນການທົດລອງປູກຜັກອີຮູມ ລ້ຽງຈີລີດ ເພື່ອເກືອປາ ປັດຈຸບັນ ການທົດລອງລ້ຽງຈີລີດດ້ວຍຜັກອີຮູມ ແມ່ນຢູ່ສູນຂະຫຍາຍພັນປາ ຫຼັກ 8 ແຂວງຈໍາປາສັກ ແນວໃດກໍ່ຕາມ ກິດຈະກໍາດັ່ງກ່າວ (ປູກຜັກອີຮູມ ລ້ຽງຈີລີດ ແລະ ລ້ຽງປາ) ຍັງຢູ່ໃນຂັ້ນຕອນຂອງການທົດລອງ ໂດຍສະເພາະແມ່ນກໍາລັງເລີ່ມປູກຜັກອີຮູມ ແລະ ການລ້ຽງຈີລີດ ໄດ້ໄລຍະໜຶ່ງແລ້ວ ຄາດວ່າໃນກາງປີ 2019 ພວກເຮົາຈະໄດ້ຮັບຜົນທົດລອງ ເພື່ອຂະຫຍາຍສູ່ປະຊາຊົນນໍາໄປລ້ຽງຢູ່ໃນບ້ານເປົ້າໝາຍ ເຊິ່ງໃນເບື້ອງ ຕົ້ນຈະເອົາ 2 ບ້ານເປົ້າໝາຍ ໃຫ້ປະຊາຊົນໄດ້ເຫັນຕົວຈິງ ຖ້າໄດ້ຮັບໝາກຜົນກໍ່ຈະຂະຫຍາຍອອກໄປສູ່ຫຼາຍຄອບຄົວ.

ລັບເປົ້າໝາຍຂອງໂຄງການ ຄືປູກຜັກອີຮູມແບບທໍາມະຊາດ ນໍາເອົາໄປລ້ຽງຈີລີດ ແລະ ນໍາເອົາຈີລີດໄປເກືອປາ ໂດຍລວມແລ້ວ ຜັກອີຮູມກໍ່ສາມາດຂາຍ ແລະ ກິນໄດ້ ຈີລີດກໍ່ເຊັ່ນດຽວກັນ ແລະ ປາທີ່ກິນຈີລີດເປັນອາຫານ ກໍ່ຄືຕໍ່ການບໍລິໂພກເພື່ອສຸຂະພາບ ແລະ ເປັນມິດກັບສິ່ງແວດລ້ອມ ແບບຕ່ອງໂສ້ຂອງຄວາມຍືນຍົງ.
#insidelaos
Cr.VientianeMai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,