ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ພະຈິກ 2018 ໂດຍໄດ້ເນັ້ນວ່າ: ລັດຖະບານ ຈະຫລຸດໂຄຕາພະນັກງງານລັດຖະກອນໃໝ່ລົງຕື່ມ ຈາກຈຳນວນ 3.000 ໃນປີ 2018 ມາເປັນ 1.500 ສຳລັບປີ 2019, ພ້ອມທັງຕັດສິນໃຈແກ່ຍາວການເພີ່ມດັດສະນີເງິນເດືອນໃຫ້ແກ່ພະນັກງານໄວ້ເສຍກ່ອນ ໃນເງື່ອນໄຂທີ່ເຮົາມີຄວາມຫຍຸ້ງຍາກທາງດ້ານງົບປະມານປັດຈຸບັນ.

ທ່ານ ນາຍົກລັດຖະມົນຕີ ຫວັງວ່າ: ພະນັກງານລັດຖະກອນເຮົາ ຈະສືບຕໍ່ເສຍສະຫລະ ແລະ ອົດທົນໄປໄລຍະໜຶ່ງກ່ອນ.
#insidelaos
Cr.KPL

Hits: 3

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້