ທ່ານ ເດວິດ ເຊວເຕີ(David Salter) ຜູ້ຕາງໜ້າທະນາຄານພັດທະນາອາຊີ(ADB) ປະຈຳລາວ  ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ບຸນຕົ້ນ  ຈັນທະພອນ ເຈົ້າແຂວງຊຽງຂວາງ  ຢູ່ຫ້ອງວ່າການແຂວງ ເພື່ອປຶກສາຫາລື  ​ແລະ ວາງແຜນການຮ່ວມມື ກັບແຂວງ ​ເພື່ອເລືອກ  ​ແລະ ຄັດຈ້ອນຈຸດທີ່ຈະລົງຈັດຕັ້ງປະຕິບັດວຽກງານຍ່ອຍ  ​ ທີ່ນອນ​ໃນໂຄງການພັດທະນາ​ພື້ນຖານ​ໂຄງ​ລ່າງຊົນນະບົດ  ຕິດ​ພັນ​ກັບ​ການ​ຄຸ້ມ​ຄອງອ່າງ​ໂຕ່ງ​ແບບ​ຍືນ​ຍົງ  ເຊິ່ງ​ໂຄງການ​ນີ້​ຈະ​ເລີ່​ມຈັດ​ຕັ້ງ​ປະຕິບັດ  ແຕ່ກາງ​ປີ 2019 ເຖິງກາງ​ປີ 2026  ຢູ່ 4 ​ແຂວງ ຄື:ຊຽງ​ຂວາງ, ຫົວພັນ,  ​ໄຊ​ຍະ​ບູລີ ​ແລະ ຫລວງ​ພະ​ບາງ,  ຄາດຄະເນມູນ​ຄ່າ 56,9 ລ້ານໂດລາສະຫະລັດ. 

ໂຄງການດັ່ງກ່າວ ຈະສະນັບສະໜູນຂະແໜງກະສິກຳ  ທີ່ມີຄວາມຫລາກຫລາຍ ແລະ ສ້າງຄວາມເຂັ້ມແຂງ  ຄວາມອາດສາມາດ ຂອງອົງກອນ  ເຊິ່ງຈະມີຜົນໄດ້ຮັບຄື ການຍົກລະດັບພື້ນຖານໂຄງລ່າງຊົນນະບົດ ເພື່ອ ຜະລິດຕະພາບທີ່ສອດຄ່ອງກັບສະພາບດິນຟ້າອາກາດ ທີ່ມີການປ່ຽນແປງ ມີປະສິດທິພາບ  ແລະ ມີຄວາມຍືນຍົງ, ການຄຸ້ມຄອງນຳໃຊ້ທີ່ດິນ ພາຍໃນເຂດອ່າງໂຕ່ງແຫລ່ງນ້ຳໂຄງການທີ່ຖືກຟື້ນຟູ,  ສ້າງຄວາມເຂັ້ມແຂງ ໃຫ້ ອົງກອນ  ແລະ ຂີດຄວາມອາດສາມາດ ສຳລັບການ ຈັດຕັ້ງປະຕິບັດກະສິກຳທີ່ດີ   ແລະ ປັບປຸງຄຸ້ມຄອງອ່າງໂຕ່ງແຫລ່ງນ້ຳແບບຍືຍຍົງ.  

ສະ​ເພາະ​ແຂວງ​ຊຽງຂວາງ  ຄາດ​ວ່າ​ຈະ​ໄດ້​ຮັບ​ທຶນ ​ເຂົ້າ​ໃນ​ການ​ປະຕິບັດ  6 ​ໂຄງການ​ຍ່ອຍ  ​ໂດຍ​ຈະ​ສຸມ​ໃສ່​ການ​ປັບປຸງ​ລະບົບ​ຊົນລະປະທານ,  ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ  ກໍ​ຄື​ເສັ້ນທາງ​ຄົມມະນາຄົມ, ພັດທະນາ​ອ່າງ​ໂຕ່ງ,  ການ​ຂະຫຍາຍ​ຕະຫລາດ​ກະສິກຳ ​ແລະ ອື່ນໆ  ​ເຊິ່ງຈະ​ເປັນ​ການ​ປະກອບສ່ວນ​ສຳຄັນ  ​ເຂົ້າ​ໃນ​ການ​​ແກ້​ໄຂ​ຄວາມທຸກ​ຍາກ  ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່  ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເລື້ອຍໆ. 

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

​ໂອກາດ​ນີ້, ທ່ານເຈົ້າແຂວງໆຊຽງຂວາງ  ໄດ້ສະແດງຄວາມດີໃຈ  ຕໍ່ທ່ານ ເດວິດ ເຊວເຕີ  ສະໜອງ​ໂຄງການດັ່ງກ່າວ​ໃຫ້​ບັນດາ​ແຂວງ​ພາກ​ເໜືອ  ລວມທັງ​ແຂວງ​ຊຽງຂວາງ  ກໍຈະມີ​ສ່ວນ​ຮ່ວມ​ສຳຄັນ​ໃນ​​ການຈັດຕັ້ງ ປະຕິບັດ  ​ເຊິ່ງເປັນໂຄງການທີ່ຖືກກັບບູລິມາສິດຂອງແຂວງ  ໃນການແກ້ໄຂຄວາມທຸກຍາກ  ແລະ ເປັນຕົວເລັ່ງໃນການພັດທະນາ  ກໍຄືການປູກຝັງ-ລ້ຽງສັດ  ​ເຊິ່ງທາງ​ແຂວງ​ກໍ​ໄດ້​ມີ​ການ​ກຳນົດ​ໃຫ້ ໄດ້ຈັດຕັ້ງປະຕິບັດຢູ່ ເຂດ ຊົນນະບົດຂອງ 3 ເມືອງຄື  ເມືອງແປກ, ເມືອງຄຳ ແລະ ເມືອງຄູນ.

#insidelaos

#ອິນ​ໄຊ​ລາວ

Cr.KPL

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້